ພວກກູ້ໄພ ຄົ້ນຫາ ຜູ້ລອດຊີວິດ ຈາກເຫດ ແຜ່ນດິນໄຫວ ໃນ ອິນໂດເນເຊຍ

ຜູ້ຊາຍຫຼາຍຄົນກວດກາວັດອິສລາມ ທີ່ຫັກພັງລົງ ຫຼັງຈາກເຫດແຜ່ນດິນໄຫວ ໃນເມືອງ Pidie Jaya, ແຂວງ Aceh, ອິນໂດເນເຊຍ. 7 ທັນວາ, 2016.

ໃນວັນພະຫັດມື້ນີ້ພະນັກງານກູ້ໄພໃນປະເທດ ອິນໂດເນເຊຍ ໄດ້ຊອກຫາປະຊາຊົນຜູ້ທີ່ ອາດຕິດຄ້າງຢູ່ ມື້ໜຶ່ງຫຼັງຈາກເຫດແຜ່ນດິນໄຫວໄດ້ເກີດຂຶ້ນໃນແຂວງ Aceh, ໃນຂະນະ ທີ່ບັນດາເຈົ້າໜ້າທີ່ໄດ້ຮ້ອງຂໍການ ຊ່ວຍ​ເຫລືອດ້ານວັດຖຸການແພດ ແລະ ອຸປະກອນອື່ນໆ ເພື່ອນຳ​ໄປຊ່ວຍຜູ້ທີ່ໄດ້ຮັບບາດເຈັບ ຫຼື ບໍ່ມີທີ່ຢູ່.

ແຜນດິນໄຫວທີ່ມີຄວາມແຮງ 6.5 ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 100 ຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 600 ​ຄົນ. ມັນໄດ້ເກີດຂຶ້ນຢູ່ເຂດເໜືອສຸດຂອງເກາະ ສຸ ມາດຕຣາ ໃນຕອນເຊົ້າຂອງວັນພຸດວານນີ້, ເຮັດໃຫ້ເຮືອນຫຼາຍສິບຫຼັງພັງລົງ, ພ້ອມກັບ ເມືອງ Pidie Jaya ເປັນເມືອງທີ່ໄດ້ຮັບຜົນກະທົບຮຸນແຮງສຸດ.

ປະຊາຊົນຫຼາຍພັນຄົນໄດ້ໄປອາໄສຢູ່ໃນວັດອິສລາມ ແລະ ບ່ອນພັກ ຊົ່ວຄາວແຫ່ງອື່ນໆ, ໃນຂະນະທີ່ຄົນອີກ​ຈຳນວນ​ໜຶ່ງ​ພາກັນນອນຢູ່ພາຍນອກ. ລັດຖະບານໄດ້ປະກາດພາວະ ສຸກເສີນ 2 ສັບປະດາໃນແຂວງ Aceh.

ອົງການກາງແດງ ອິນໂດເນເຊຍ ໄດ້ແຈກຢາຍຜ້າຫົ່ມ, ອຸປະກອນສຸຂະອະນາໄມ ແລະ ຜ້າຢາງໃຫ້ຜູ້ທີ່ໄດ້ຮັບຜົນກະທົບໂດຍເຫດແຜ່ນດິນໄຫວ ແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນ ບໍລິຈາກເລືອດເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບ.

ບັນດາອາສາສະໝັກຍັງໄດ້ເດີນທາງໄປເຂດທີ່ໄດ້ຮັບຜົນກະທົບໂດຍແຜ່ນດິນໄຫວ ເພື່ອ ເລັ່ງສົ່ງຄົນໄປໂຮງໝໍ, ເຊິ່ງຕອນນີ້ມີຄົນເຈັບລົ້ນເຫຼືອແລ້ວ.

ທ່ານ Sutopo Nugroho ໂຄສົກຈາກອົງການຄຸ້ມ​ຄອງໄພພິບັດແຫ່ງຊາດຂອງ ອິນໂດເນ ເຊຍ ໄດ້ກ່າວວ່າ “ຕອນນີ້ພວກເຮົາແມ່ນກຳລັງ ເພັ່ງເລັງໃສ່ການຄົ້ນຫາຜູ້ປະສົບເຄາະ ຮ້າຍ ແລະ ຜູ້ທີ່ອາດລອດຊີວິດ.”

ອີງຕາມການກ່າວຂອງທ່ານ Nugroho, ພະນັກງານຢ່າງໜ້ອຍ 1,000 ຄົນ ລວມທັງເຈົ້າ ໜ້າທີ່, ທະຫານ, ແລະ ອາສາສະໝັກ ໄດ້ຖືກສົ່ງໄປສະຖານທີ່ເກີດເຫດເພື່ອຊ່ວຍເຫຼືອຜູ້ທີ່ ໄດ້ຮັບເຄາະຮ້າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Indonesia Earthquake