91 ຄົນເສຍຊີວິດ ຈາກແຜ່ນດິນໄຫວ ຢູ່ເກາະຕາກອາກາດໃນ ອິນໂດເນເຊຍ

ພວກຄົນເຈັບທີ່ເຫັນຢູ່ນອກໂຮງໝໍ ຫຼັງຈາກເກີດແຜ່ນດິນໄຫວ ທີ່ຮ້າຍແຮງ ຢູ່ໃນ ແລະໃກ້ກັບເກາະລັມບ້ອກ ປະເທດອິນໂດ ເນເຊຍ ວັນທີ 5, ສິງຫາ 2018.

ຄວາມ​ພະຍາຍາມ​ໄດ້​ເລີ້ມຂຶ້ນ ເພື່ອ​ຍົກຍ້າຍ​ພວກ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ​ນຶ່ງພັນ​ຄົນ
​ອອກ​ຈາກເກາະ​ຕາກ​ອາກາດ​ໃນອິນ​ໂດ​ເນ​ເຊຍ ນຶ່ງ​ມື້ ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ​ທີ່​
ຮ້າຍ​ແຮງ ​ເຮັດໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 91 ຄົນ ​ແລະ​ປ່ອຍ​ໃຫ້​ຫຼາຍ​ກວ່າ 200 ຄົນ
​ ໄດ້​ຮັບ​ບາດ​ເຈັບ​ໜັກ.

ແຜ່ນ​ດິນ​ໄຫວ​ໃນ​ວັນ​ອາທິດວານນີ້ ວັດແທກຄວາມ​ແຮງໄດ້​ 6.9 ​ໂດຍ​ຫ້ອງ ການ​ສຳ
​ຫຼວດທໍລະນີ​ວິທະຍາສະຫະລັດ ທີ່​ໄດ້​ຫຼຸດ​ລົງ​ມາ​ຈາກ 7.0 ໂດຍ​ເລິກ​ລົງໄປເຖິງ 10.5
ກິ​ໂລ​ແມັດ ​ໃນ​ພາກ​ເໜືອ​ຂອງ​ເກາະ​ລົມ​ບັອກ ​ເຮັດ​ໃຫ້​ມີ​ການ​ເຕືອນ​ເຖິງ​ຟອງຊຸ​ນາ​ມິ​
ໃນ​ໄລຍະ​ສັ້ນໆ ໄປ​ຍັງ​ ເກາະ​ເພື່ອນ​ບ້ານ ກີລີ ເກາະ​ບາ​ຫຼີ ຊໍາ​ບາ​ວາ ​ແລະ​ພາກ​ສ່ວນ
ຂອງ​ຈາ​ວາ​ຕາ​ເວັນ​ອອກ.

ການ​ຍົກຍ້າຍ​ສ່ວນ​ໃຫຍ່​ໄດ້​ເນັ້ນ​ໜັກ​ໃສ່ໝູ່​ເກາະ​ນ້ອຍກີ​ລີ ທີ່​ເປັນ​ສາມເກາະ​ພັກຜ່ອນ​
ນ້ອຍໆ​ໃກ້​ກັບເກາະ​ລົມ​ບ້ອກ. ພວກ​ນັກ​ທ່ອງ​ທ່ຽວພາກັນ​ລຽນ​ແຖວ​ຢູ່​ຫາດ​ຊາດ​ນ້ອຍ​ໆ
ໃນ​ຕອນ​ເຊົ້າ​ວັນ​ຈັນມື້ນີ້ ລໍຖ້າເຮືອທີ່​ຈະ​ນຳພາ​ເຂົາ​ເຈົ້າ​ໄປ​ຢູ່​ເກາະ​ລົມ​ບ້ອກທີ່ໃຫຍ່ກວ່າ.

​ໂຄສົກ​ສາຍ​ການບິນ​ກາຣູດາ​ ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ​ຕົນ​ໄດ້​ເພີ້​ມຖ້ຽວບິນ​ພິ​ເສດ
​ຈາກ​ເກາະ​ລົມ​ບ້ອກ ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ພວກ​ນັກ​ທ່ອງ​ທ່ຽວ​ທີ່​ຢາກໜີ​ອອກ​ໄປ.

ພວກຊາວບ້ານພາກັນອອກຢູ່ທີ່ສູງ ຫຼັງຈາກເກີດແຜ່ນດິນໄຫວທີ່ເກາະລົມບ້ອກ ປະເທດອິນໂດເນເຊຍ ໃນທີ 5 ສິງຫາ 2018.

ທ່ານ​ຊູ​ໂຕໂ​ປ ປູຣ​ໂວ ນູ​ໂກຣ​ໂຮ ​ໂຄສົກ​ປະຈຳ​ອົງການ​ບັນ​ເທົາ​ຄວາມ​ຫາຍຍະນະ​ແຫ່ງ
​ຊາດ​ຂອງ​ປະ​ເທດ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ໃນ​ຈັນ​ມື້​ນີ້​ວ່າ ບັນດາ​ຜູ້​ເຄາະ​ຮ້າຍ​ສ່ວນ
ໃຫຍ່ທີ່ຕາຍໄປແລະໄດ້ຮັບບາດເຈັບ​ ແມ່ນ​ຢູ່​ທາງ​ເໜືອ​ຂອງ​ເກາະ​ລົມ​ບ້ອກ ທີ່​ໄດ້​ຮັບ
ຄວາມ​ເສຍ​ຫາຍ​ໜັກ.

ທ່ານ​ ນູ​ໂກຣ​ໂຮ ກ່າວ​ວ່າຈຳນວນ​ຜູ້​ຕາຍຄາດ​ວ່າ​ຈະ​ສູງ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພ​ໄດ້
ໄປ​ເຖິງ​ບັນດາ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ. ທ່ານ​ກ່າວ​ວ່າ​ບໍ່​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຜູ້
ໃດຮວມຢູ່​ໃນຈຳນວນຜູ້​ເສຍ​ຊີວິດ.

​ໄຟຟ້າ​ໄດ້​ມອດ​ຢູ່​ຫຼາຍພາກສ່ວນ​ຂອງ​ເມືອງ ​ແລະພວກຄົນ​ເຈັບ​ກໍໄດ້​ຖືກຍົກຍ້າຍ​ອອກ​
ໄປຈາກ​ໂຮງໝໍໃຫຽ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ