ແຜ່ນດິນໄຫວຢູ່ອິນໂດເນເຊຍ

  • ໄພສານ ວໍຣະຈັກ

ແຜນທີ່ອິນໂດເນເຊຍ ບໍລິເວນທີ່ເກີດແຜ່ນດິນໄຫວ

ໄດ້ເກີດແຜ່ນດິນໄຫວຂະໜາດແຮງ ຢູ່ນອກແຄມຝັ່ງທະເລ ທາງຕາເວັນອອກ ຂອງອິນໂດ ເນເຊຍ ໃນຕອນເຊົ້າຂອງວັນພະຫັດມື້ນີ້.

ອົງການສຳຫຼວດທໍລະນີວິທະຍາ ຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.2 ມີຈຸດສູນກາງຢູ່​ພື້ນ​ທະເລປະມານ 105 ຫຼັກກິໂລແມັດທາງກໍ້າຕາເວັນຕົກ ສຽງເໜືອຂອງເມືອງ Dobo ​ໃນ​ໝູ່ເກາະ Kepulauan Aru ທີ່ຕັ້ງຢູ່ນອກແຄມຝັ່ງທະເລ ທາງກໍ້າຕາເວັນຕົກສຽງໃຕ້ ຂອງປາປົວ.

ອົງການສຳຫຼວດທໍລະນີວິທະຍາເວົ້າວ່າ ແຜ່ນດິນໄຫວທີ່ວ່ານີ້ເກີດຂຶ້ນໃນຕອນເຊົ້າເວລາ 2 ໂມງ 10 ນາທີ ຕາມເວລາໃນເຂດທ້ອງຖິ່ນ ໃນບໍລິເວນພື້ນມະຫາສະມຸດ ທີ່ເລີກປະມານ 12.3 ກິໂລແມັດ.

ຜະແນກພະຍາກອນອາກາດແລະທໍລະນີຟີສິກ ຂອງອິນໂດເນເຊຍ ໄດ້ອອກປະກາດເຕືອນ ກ່ຽວກັບຟອງຍັກສຶນາມິ ແຕ່ໄດ້ຍົກເລີກໃນເວລາ 1 ຊົ່ວໂມງເຄິ່ງຕໍ່ມາຫຼັງຈາກໄດ້ເກີດແຜ່ນ ດິນໄຫວ. ພະແນກການດັ່ງກ່າວເວົ້າວ່າ ໄພຂົ່ມຂູ່ ທີ່ຈະເກີດຟອງຍັກ ໄດ້ຜ່ານພົ້ນໄປແລ້ວ.

ສູນກາງເຕືອນໄພສຶນາມິ ໃນເຂດມະຫາສະມຸຸດປາຊີຟິກກ່າວວ່າ ໄດ້ເກີດແຜ່ນດິນໄຫວໃນ ເຂດສອກຫຼີກຫ່າງໄກ ລະຫວ່າງເກາະນິວກີເນຍ ແລະພາກເໜືອຂອງອອສເຕຣເລຍ. ເຈົ້າ ໜ້າທີ່ພະຍາກອນອາກາດຄົນນຶ່ງຂອງອິນໂດເນເຊຍ ກ່າວຕໍ່ອົງການຂ່າວເອພີວ່າ ແຜ່ນດິນ ໄຫວ ໄດ້ສ້າງຄວາມສັ່ນສະເທືອນ ໃຫ້ແກ່ເມືອງ Tual ເທິງເກາະມາລູກູ ແຕ່ເວົ້າວ່າ ບໍ່ມີ ລາຍງານໃດໆຈາກບ່ອນເກີດເຫດເທື່ອ. ໃນເວລານີ້ຍັງບໍ່ທັນໄດ້ຮັບຂ່າວ ກ່ຽວກັບການບາດ ເຈັບລົ້ມຕາຍໃດໆເທື່ອ.