ໄພທຳມະຊາດໃນອິນໂດເນເຊຍ

  • ໄພສານ ວໍຣະຈັກ

ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang Yudhoyono (ກາງ) ທີ່ສະໜາມບິນ Noi Bai ນະຄອນຫຼວງຮ່າໂນ່ຍ (27 ຕຸລາ 2010)

ປະທານາທິບໍດີອິນໂດເນເຊຍທ່ານ Susilo Bambang
Yudhoyono ເດີນທາງກັບຄືນປະເທດຢ່າງຮີບດ່ວນຈາກ
ກອງປະຊຸມສະມາຄົມອາຊ່ຽນ ທີ່ຫວຽດນາມເພື່ອກຳກັບ
ນຳການປະຕິບັດງານກູ້ໄພລຸນຫຼັງທີ່ໄດ້ເກີດໄພພິບັດຮ້າຍ
ແຮງ 2 ຄັ້ງຢູ່ອິນໂດເນເຊຍທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍ
ກວ່າ 170 ຄົນ ແລະຍັງຫາຍສາບສູນອີກຫຼາຍຮ້ອຍຄົນ.

ພວກກູ້ໄພທີ່ມີເຮືອບິນແລະເຮຣີຄອບເຕີ້ ໄດ້ເດີນທາງໄປ
ເຖິງໝູ່ເກາະ Mentawai ທີ່ຢູ່ສອກຫຼີກຫ່າງໄກເປັນເທື່ອ
ທຳອິດໃນວັນພຸດມື້ນີ້ບ່ອນທີ່ຫຼາຍໆບ້ານໄດ້ຖືກຟອງຍັກ
ສຶນາມິທີ່ສູງ 3 ແມັດ ພັດເອົາໄປໃນມື້ວັນຈັນແລ້ວ ຫຼັງ
ຈາກໄດ້ເກີດແຜ່ນດິນໄຫວຂະໜາດແຮງ. ເຈົ້າໜ້າທີ່ກ່າວ
ວ່າ ມີການ​ພົບ​ເຫັນ 154 ສົບແລ້ວ ແລະອີກປະມານ 400 ຄົນ ຍັງຫາຍສາບສູນ.

ຂະນະດຽວກັນ ເຈົ້າໜ້າທີ່ໃນເຂດພາກກາງ ຂອງເກາະ Java ລາຍງານວ່າ ມີ 29 ຄົນ
ໄດ້ຖືກຂີ້ເຖົ່າແລະແກັສຮ້ອນຈາກພູໄຟລວກຕາຍ ເວລາພູໄຟທີ່ມີການເໜັງຕີງຫຼາຍທີ່ສຸດ
ໃນປະເທດດັ່ງກ່າວລະເບີດຂຶ້ນໃນມື້ວານນີ້. ພວກເສຍຊີວິດແມ່ນຮວມທັງຊາຍຊະລາຄົນ
ນຶ່ງ ທີ່​ເອິ້ນ​ກັນ​ວ່າ “ຜູ້ຮັກສາປ່ອງພູໄຟ.”

ໄດ້ມີການຍົກຍ້າຍປະຊາຊົນ ເກືອບ 30,000 ຄົນອອກໄປຈາກບໍລິເວນເຈີ້ຍພູ Merapi
ກ່ອນພູໄຟລະເບີດ ແຕ່ຫຼາຍໆຄົນ ໄດ້ສູນເສຍເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ.
ເຈົ້າໜ້າທີ່ເວົ້າວ່າ ການລະເບີດຕື່ມອີກຂອງພູໄຟ ແມ່ນມີທາງເປັນໄປໄດ້.