ປະທານາທິບໍດີ ອິນໂດເນເຊຍ ທ່ານໂຈໂກວີ ວີໂດໂດ ໄດ້ອະນຸຍາດໃຫ້ຮັບເອົາການ
ຊ່ວຍເຫຼືອຈາກສາກົນ ທີ່ພົວພັນກັບແຜ່ນດິນໄຫວ ແລະຄຶ້ນຊູນາມິ ທີ່ໄດ້ທຳລາຍພາກ
ກາງຂອງເກາະຊູລາເວຊີ.
ປະທານຄະນະກຳມະການ ປະສານງານການລົງທຶນອິນໂດເນເຊຍ ທ່ານໂທມັສ ແລມ
ບອງ ໄດ້ປະກາດຢູ່ໃນການສົ່ງຂໍ້ຄວາມທາງທວີດເຕີໃນຕອນເຊົ້າວັນຈັນມື້ນີ້.
ໄດ້ມີການຢັ້ງຢືນວ່າ ໄດ້ມີ 832 ຄົນເສຍຊີວິດ ໃນຕອນແລງວັນອາທິດວານນີ້ ຢູ່ໃນເກາະ
ຊູລາເວຊີ ທີ່ຮັບການເສຍຫາຍໜັກທີ່ສຸດນັ້ນ.
ພວກເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ເຂົາເຈົ້າຢ້ານວ່າ ຈຳນວນການເສຍຊີວິດຈາກ
ແຜ່ນດິນໄຫວໃນວັນສຸກ ແລະຄຶ້ນຊູນາມິ ອາດເພີ້ມເຂົ້າສູ່ຫຼາຍພັນຄົນ ເວລາພວກກູ້ໄພ
ສາມາດເຂົ້າໄປເຖິງເຂດທີ່ສອກຫລີກ.
Your browser doesn’t support HTML5
ເດີ່ນເຮືອບິນເກືອບປະຕິບັດງານບໍ່ໄດ້ ໂຮງງານໄຟຟ້າທັງໝົດໄດ້ຖືກເພພັງ ແລະຖະໜົນ
ຫົນທາງເພພັງ ແລະບິດບ້ຽວ.
ໃນການສຳຫຼວດເບິ່ງເມືອງປາລູໃນວັນອາທິດວານນີ້ ປະທານາທິບໍດີ ວີໂດໂດ ກ່າວວ່າ
ສິ່ງນຶ່ງທີ່ຕ້ອງການຢ່າງກະທັນຫັນກໍຄື ອຸບປະກອນເຄື່ອງມືໜັກ ທີ່ຕ້ອງການຍົກຍ້າຍຊິ້ນ
ສ່ວນໃຫຍ່ອອກຈາກສິ່ງທີ່ຫັກພັງ.
ທ່ານໄດ້ກ່າວຕໍ່ບັນດາຜູ້ເຄາະນຮ້າຍວ່າ “ພວກເຮົາບໍ່ຄາດຝັນວ່າຈະເປັນເຊັ່ນນີ້. ເພາະ
ສະນັ້ນພວກເຮົາຈຶ່ງຫວັງ ແລະວິ້ງວອນບັນດາປະຊາຄົມທັງຫຼາຍ ໃຫ້ພາກັນອົດທົນ.
ພວກເຮົາຮູ້ວ່າມີຫຼາຍສິ່ງຫຼາຍຢ່າງ ທີ່ຈະຕ້ອງໄດ້ເຮັດຢ່າງຮີບດ່ວນ ແຕ່ສະພາບການ
ປັດຈຸບັນນີ້ເປັນໄປບໍ່ໄດ້.”
ທ່ານໄດ້ກ່າວຕໍ່ພວກທະຫານທີ່ສົ່ງອອກໄປຢູ່ໃນເຂດ ໃຫ້ຕຽມພ້ອມປະຕິບັດງານຢ່າງ
ບໍ່ຢຸດບໍ່ເຊົາ.
ຮູບພາບຈາກບັນດາໂທລະພາບຈາກເມືອງປາລູ ສະແດງໃຫ້ເຫັນບັນດາຕຶກຕ່າງໆ
ລົດລາ ແລະຕົ້ນໄມ້ທີ່ຫັກພັງກອງຄູນເຂົ້າຫາກັນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ