ເຮືອບິນຕົກ ລົງໄປໃນທະເລ ຢູ່ອິນໂດເນເຊຍ ແຕ່ບໍ່ມີຄົນເສຍຊີວິດ (ວີດິໂອ)

ເຮືອບິນ Boing 737 ລໍານຶ່ງ ຂອງບໍລິສັດ Lion Air ຕົກລົງໄປໃນທະເລ ຢູ່ອິນໂດເນເຊຍ

ເຮືອບິນລໍານຶ່ງ ພ້ອມຄົນໂດຍສານ​ແລະ​ລູກ​ເຮືອ ຫລາຍກວ່າ
100 ຄົນ ​ໄດ້​ແລ່ນກາຍທາງ​ແລ່ນ ຂະນະ​ລົງ ຈອດຢູ່ເກາະຕາກ ອາກາດບາຫລີຂອງອິນໂດເນ ເຊຍ ແລະ​ແລ່ນລົງ​ໄປໃນທະເລ
ແຕ່ວ່າບໍ່ມີໃຜເສຍຊີວິດ ໃນອຸປະຕິເຫດດັ່ງ ກ່າວ.

ພວກເຈົ້າໜ້າທີ່ເວົ້າວ່າ ບັນດາຄົນໂດຍສານ ແລະສະມາຊິກລູກ
ເຮືອທັງ​ໝົດ ໄດ້ຖືກຊ່ວຍຊີວິດໄວ້ໄດ້ ລຸນຫລັງທີ່ເຮືອບິນໄດ້​ແລ່ນ
ລົງໄປໃນນໍ້າ ໃນວັນເສົາ ວານນີ້ ແລະ ຫັກອອກເປັນສອງທ່ອນ.
ຫລາຍສິບຄົນ ໄດ້ຮັບການປິ່ນປົວ ຍ້ອນໄດ້ຮັບບາດເຈັບ.

ພາບ​ທີ່​ຖ່າຍ​ທອດ​ອອກ​ທາງໂທລະພາບສະແດງໃຫ້ເຫັນຕໍາຫລວດ ແລະພວກກູ້ໄພພາກັນ
ໃຊ້ເຮືອຢາງ ເພື່ອຊ່ວຍຜູ້​ຄົນ​ອອກ​ມາ​ຈາກເຮືອບິນ Boing 737 ຂອງບໍລິສັດ Lion Air ທີ່​ເປັນ​ສາຍ​ການບິນລາຄາຖືກນັ້ນ.

ກໍາລັງມີການສືບສວນຫາສາເຫດ ທີ່ພາໃຫ້ເກີດອຸປະຕິເຫດດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ເຮືອບິນຕົກ ຢູ່ໃນອິໂດເນເຊຍ