ອິນໂດເນເຊຍກ່າວວ່າ ຕົນຈະເພີ້ມການລາດຕະເວນ ຢູ່ໃນເຂດນ່ານນໍ້າອ້ອມແອ້ມ ບັນດາ
ໝູ່ເກາະ ເພື່ອຂັບໄລ່ພວກເຮືອຫາປາຈີນ ທີ່ເຮັດໃຫ້ຄວາມສຳພັນດ້ານເສດຖະກິດຂອງອິນໂດເນເຊຍກັບຈີນຕົກຢູ່ໃນຄວາມສ່ຽງ ແຕ່ວ່າໃນທີ່ສຸດກໍຈະເປັນຜູ້ໄດ້ປຽບໃນການໂຕ້
ແຍ້ງກັນນັ້ນ ໂດຍເກີດຄວາມເສຍຫາຍແຕ່ພຽງເລັກນ້ອຍ ນັ້ນຄືຄຳເວົ້າຂອງບັນດານັກວິເຄາະ.
ປະທານາທິບໍດີອິນໂດເນເຊຍ ທ່ານ Joko Widodo ທີ່ຮູ້ກັນຢ່າງກວ້າງຂວາງ ໃນອີກຊື່ນຶ່ງວ່າ Jokowi ກ່າວໃນເດືອນຕຸລາທີ່ຜ່ານມານີ້ວ່າ ລັດຖະບານຂອງທ່ານຈະບໍ່ປະນີປະ
ນອມ ກ່ຽວກັບການອ້າງເອົາກຳມະສິດ ຢູ່ອ້ອມແອ້ມໝູ່ເກາະ Natuna ທີ່ປະກອບດ້ວຍເກາະດອນນ້ອຍໆ 272 ເກາະຢາຍກັນຢູ່ ທາງພາກຕາເວັນຕົກສຽງເໜືອຂອງເກາະ Borneo ບ່ອນທີ່ພວກເຮືອຫາປາຈີນແລ່ນຜ່ານໃນເຂດນ່ານນໍ້າທີ່ຢູ່ໃກ້ຄຽງ. ທ່ານໄດ້ໄປຢ້ຽມໝູ່ເກາະເຫຼົ່ານີ້ລະຫວ່າງການຊ້ອມລົບທາງທະຫານ ໃນເດືອນກັນຍາ ແລະຕຸລາທີ່ຜ່ານມາ.
ພື້ນທີ່ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງ
ທ່ານ David McRae ເຈົ້າໜ້າທີ່ຄົ້ນຄວ້າອາວຸໂສຢູ່ ສະຖາບັນເອເຊຍ ທີ່ມະຫາວິທະຍາໄລ Melbourne ປະເທດອອສເຕຣເລຍ ກ່າວວ່າ “ມີຄວາມຮູ້ສຶກຢ່າງແຮງໃນໝູ່ເຈົ້າໜ້າທີ່ອິນໂດເນເຊຍຫລາຍໆທ່ານ ທີ່ຕົນທັງສາມາດອ້າງເອົາກຳມະສິດຂອງຕົນຢູ່ໃນເຂດທີ່ຕົນຖືວ່າເປັນເຂດເສດຖະກິດພິເສດຢູ່ອ້ອມແອ້ມໝູ່ເກາະ Natunas ແລະກໍພັດທະນາຄວາມ ສຳພັນດ້ານເສດຖະກິດເຂັ້ມແຂງກັບຈີນຢູ່ໃນຂະນະດຽວກັນ.”
ປະທານປະເທດຈີນ ທ່ານ Xi Jinping ສຳພັດມືກັບ ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ລະຫວ່າງກອງປະຊຸມສຸດຍອດ G20 ທີ່ເມືອງ Hangzhou ປະເທດຈີນ.
ທ່ານ Widodo ໃນປີແລ້ວນີ້ ຍັງໄດ້ຮຽກຮ້ອງໃຫ້ສອງຝ່າຍ ຍົກລະດັບການຄ້າສອງທາງ ຂຶ້ນເປັນ 150 ພັນລ້ານໂດລາໃນປີ 2020. ຈີນເປັນປະເທດທີ່ອິນໂດເນເຊຍນຳເຂົ້າສິນ ຄ້າຫຼາຍທີ່ສຸດຢູ່ແລ້ວ ແລະເປັນປາຍທາງການສົ່ງອອກສິນຄ້າໃຫຍ່ສຸດອັນດັບສອງເຊັ່ນວ່າ ພວກແຮ່ທາດແລະນໍ້າມັນຕົ້ນພາມ.
ແຕ່ວ່າຄະນະລັດຖະບານ ໄດ້ພັດທະນາໃນອັນທີ່ພວກນັກຊ່ຽວຊານຮ້ອງວ່າ ເປັນຍຸດທະສາດທີ່ມີຄວາມສ່ຽງຕໍ່າໃນການຢືນຢັດກ່ຽວກັບການອ້າງເອົາກຳມະສິດຕໍ່ເຂດເສດຖະກິດພິເສດ 200 ໄມລ໌ຫລື 370 ກິໂລແມັດ ຢູ່ໃນເຂດນ່ານນໍ້າ ອ້ອມແອ້ມໝູ່ເກາະ Natunas. ຈີນໄດ້ອ້າງບັນທຶກປະຫວັດສາດ ແລະກ່າວວ່າ ເຮືອຂອງຕົນໄດ້ຫາປາຢູ່ໃນເຂດນ່ານນໍ້າດຽວກັນນີ້ ມາເປັນເວລາດົນນານແລ້ວ.