ອິນໂດເນເຊຍ ຊ່ວຍເຫລືອ ຊົນເຜົ່າໂຣຮິງຢາ ຈາກມຽນມາ

ເຈົ້າໜ້າຕໍາຫຼວດອິນໂດເນເຊຍ ຂະນະປະຕິບັດໜ້າທີ່ ໃຫ້ຄວາມ ຄຸ້ມກັນຊາວອົບພະຍົບໂຣຮິງຢາຈຸນຶ່ງ ຈາກມຽນມາ ທີ່ເດີນທາງ ໄປເຖິງ ອິນໂດເນເຊຍ.

ເຮືອລໍານຶ່ງບັນທຸກຊາວໂຣຮິງຢາມຸສລິມ 121 ຄົນ ທີ່ຫຼົບໜີຈາກ
ມຽນມາ ໄດ້​ໄປເຖິງນອກຝັ່ງທະເລຂອງເມືອງ Aceh ປະເທດອິນ
ໂດເນເຊຍ ເມື່ອອາທິດຜ່ານມານີ້. ພວກເຂົາເຈົ້າເຫຼົ່ານີ້​ແມ່ນ​ເປັນ​
ພຽງ​ສ່ວນ​ນຶ່ງຂອງຊາວໂຣ ຮິງຢາ ຫຼາຍພັນຄົນທີ່ຫຼົບໜີຈາກມຽນ
ມາໂດຍທາງທະເລ ​ໃນ​ການຫຼັ່ງ​ໄຫຼໜີຂອງຄົນຈໍານວນຫຼາຍທີ່
ສ່ຽງຊີວິດຢ່າງໜັກ ແລະເປັນເລຶ່ອງທີ່ອົງການ​ສະຫະ​ປະຊາ​ຊາດ
ຫຼືຢູເ​ເອັນ ມີແຜນວ່າຈະຍົກຂຶ້ນມາປຶກສາຫາລືກັນຢູ່ທີ່ກອງປະ
ຊຸມໃຫຍ່ບັ້ນນຶ່ງທີ່ນະຄອນ ຫຼວງ Jakarta ຂອງອິນໂດເນເຊຍ
ໃນເດືອນໜ້ານີ້. ຜູ້ສື່ຂ່າວວີໂອເອ Kate Lamb ລາຍງານວ່າ ກຸ່ມສິດທິມະນຸດພາກັນເປັນຫ່ວງວ່າສະຖານະການນີ້ອາດກໍ່
ໃຫ້ເກີດຄວາມຮຸນແຮງທາງສາສະໜາ ເພີ່ມຂຶ້ນໄດ້.

ຄວາມເຄ່ງຕຶງລະຫວ່າງຊາວພຸດ​ແລະຊົນເຜົ່າໂຣຮິງຢາ ​ໃນລັດຣາຄາຍຂອງມຽນມານັ້ນ ​
ແມ່ນໄດ້ກໍ່​ຕົວ​ຂຶ້ນ​ມາ ​ເປັນ​ເວລາຫຼາຍສິບປີ​ແລ້ວ.

ຄວາມຮຸນແຮງໄດ້ລະເບີດຂຶ້ນເມື່ອປີຜ່ານມາ ເວລາການໂຈມຕີລະຫວ່າງ​ປະຊາ​ຄົມໃນ
ລັດ Arakan ​ໄດ້​ສົ່ງຜົນໃຫ້ຊາວໂຣຮິງຢາມຸສລິມເສຍຊີວິດໄປຫຼາຍຮ້ອຍຄົນ ແລະຕ້ອງ ພັດພາກຈາກຖິ່ນຢູ່ອາ​ໄສອີກ 100,000 ຄົນ.

ຊາວອົບພະຍົບມຸສລິມໂຣຮິງຢາ ທີ່ຄ້າຍອົບພະຍົບ Awetawgyi ໃນເມືອງ Sittwe, ລັດ Rakhine,ທາງພາກຕາເວັນຕົກຂອງມຽນມາ, ວັນທີ 8 ມັງກອນ 2013.



ເມື່ອສອງອາທິດຜ່ານມາ ຝຸງ​ຊົນຊາວພຸດທີ່ໂກດແຄ້ນກຸ່ມ​ນຶ່ງ
ໄດ້ໂຈມ​ຕີ ປະຊາຄົມນຶ່ງທີ່ບໍ່ແມ່ນຊາວໂຣຮິງຢາມຸສລິມ ໃນນະ
ຄອນຢ່າງກຸ້ງ ໂດຍພາກັນຂວ່າງກ້ອນດິນຈີ່ໃສ່ຮ້ານຄ້າຫຼາຍໆ
​ແຫ່ງ ແລະໂຮງຮຽນແຫ່ງນຶ່ງ. ສາເຫດທີ່ພາໃຫ້ເກີດຄວາມຮຸນ
ແຮງນີ້ຍັງບໍ່ເປັນທີ່ແຈ້ງຂາວ. ລາຍງານບາງກະແສຊີ້ແນະວ່າ
ພວກຊາວເມືອງເຂົ້າໃຈຜິດຄິດວ່າ ມີການສ້າງວັດມຸສລິມແຫ່ງ
​ໃໝ່ ຂຶ້ນຢູ່ທີ່ນັ້ນ.

Nyunt Maung Shein ​ເປັນປະທານສະພາກິດຈະກໍາສາສະ
ໜາອີສລາມຂອງມຽນມາ. ທ່ານໄດ້ໂຕ້ແຍ້ງຢູ່ທີ່ກອງປະຊຸມລະຫວ່າງສາສະໜາ ເມື່ອອາ
ທິດຜ່ານມາ ທີ່ Jakarta ວ່າ ເຖິງແມ່ນວ່າເຫດການວຸ້ນວາຍທີ່ເກີດຂຶ້ນ ເມື່ອ​ໄວໆ​ມາ​ນີ້ ໄດ້
ກໍ່​ໃຫ້ເກີດ​ຄວາມລະ​ແວງສົງ​ໄສ​ໃນ​ກັນ​ແລະ​ກັນ​ກໍ​ຕາມ ແຕ່ຄວາມສໍາພັນກັນລະຫວ່າງຊາວ
ມຸສລິມ ແລະຊາວພຸດ ​ໂດຍສ່ວນໃຫຍ່​ແລ້ວ ແມ່ນກົມກຽວກັນດີມາຕະຫຼອດ ຊຶ່ງທ່ານມ່ອງ
ເຊນ ກ່າວອີກວ່າ ເຫດການຮຸນແຮງທີ່ຢ່າງກຸ້ງເມື່ອອາທິດກ່ອນນັ້ນ ແມ່ນຊົນກຸ່ມນ້ອຍ​ໆ
ກຸ່ມນຶ່ງ ເປັນ​ຝ່າ​ຍກໍ່ຂຶ້ນ.

ທ່ານເຊນ ເວົ້າວ່າ: “ມັນເປັນເລຶ່ອງການເມືອງກັນຫຼາຍກວ່າມັນບໍ່​ແມ່ນເປັນຍ້ອນ
ວິກິດການທາງສາສະໜາ ມັນເປັນເກມທາງການເມືອງ ບໍ່ແມ່ນຍ້ອນການຈໍາແນກ
ກີດກັນ ຫລື​ຍ້ອນສາສະໜາແຕ່ຢ່າງໃດ.”


ທ່ານ Jusuf Kalla ອະດີດຮອງປະທານາທິບໍດີອິນໂດເນເຊຍ ເຫັນພ້ອມນໍາເລຶ່ອງນີ້. ທ່ານ Kalla ໄດ້ໄປຢ້ຽມຢາມຄ້າຍພັກຊົ່ວຄາວຂອງຊາວໂຣຮິງຢາຂອງມຽນມາ ເມື່ອປີຜ່ານມາ
ແລະກໍໄດ້ປະຕິບັດງານເພື່ອຜ່ອນຄາຍ ຂໍ້ຂັດແຍ້ງກັນຢ່າງນອງເລືອດທາງສາສະໜາ ຢູ່
ເມືອງ Aceh ແລະ Maluku ຂອງອິນໂດເນເຊຍ.

ທ່ານ Kalla ເວົ້າວ່າ ມີຢູ່ເລື້ອຍໆທີ່ ຂໍ້ຂັດແຍ້ງກັນທີ່ປາກົດຄືວ່າຖືກຫຼໍ່ລ້ຽງ ໂດຍຄວາມແຕກ
ຕ່າງກັນທາງສາສະໜາ​ນັ້ນ ມີ​ພື້ນຖານ​ມາ​ຈາກ​ບັນຫາ​ທາງເສດຖະກິດ ແທນທີ່ຈະມາຈາກ
ບັນຫາ​ຄວາມ​ເຊື່ອ​ຖືທາງ​ສາສະໜາ.

ທ່ານ Kallay ເວົ້າວ່າ: “ໂຣຮິງຢາບໍ່ແມ່ນເປັນພຽງບັນຫາສາສະໜາຢ່າງດຽວເທົ່າ
ນັ້ນ. ແຕ່ມັນເປັນບັນຫາທາງການເມືອງ ປະຫວັດສາດ ວັດທະນະທໍາ ເສດຖະກິດ ແລະສາສະໜາ ຊຶ່ງເປັນເລຶ່ອງສະລັບຊັບຊ້ອນພໍສົມຄວນ.”


ຊົນເຜົ່າໂຣຮິງຢາ ຊຶ່ງບາງຄົນໄດ້ອາ​ໄສຢູ່ໃນມຽນມາ ມາໄດ້ຫຼາຍເຊັ່ນຄົນນັ້ນ ແ​ມ່ນຖືກ ປະຕິເສດບໍ່ໃຫ້​ໄດ້​ຮັບສັນຊາດ​ເປັນພົນລະ​ເມືອງມຽນມາ.

ລັດຖະບານມຽນມາ​ເອງ ກໍ​ໄດ້ເວົ້າຢູ່ຕະຫຼອດມາວ່າບັນຫາຊາວໂຣຮິງຢານັ້ນ ​ແມ່ນເປັນ ເລຶ່ອງຂອງຊົນ​ຊາດຊົນເຜົ່າ ຫຼາຍກວ່າເລຶ່ອງສາສະໜາ.

ແຕ່ກໍຍັງມີຄວາມເປັນຫ່ວງກັນວ່າ ​ບັນຫາ​ເລື່ອງສະຖານະພາບຂອງຊາວໂຣຮິງຢາ ທີ່ຍັງ ແກ້ໄຂກັນບໍ່ໄດ້ນັ້ນ ກໍາລັງບັ່ນທອນສະຖຽນລະພາບຂອງມຽນມາ ຊຶ່ງ​ເປັນປະເທດທີ່ກໍາ
ລັງຢູ່ໃນຂັ້ນຕອນການຜັນປ່ຽນທາງການເມືອງ ຢູ່ໃນຂະນະນີ້.

ທ່ານ Phil Robertson ຮອງຜູ້ອໍານວຍການກຸ່ມສິ້ງຊອມສິດທິມະນຸດ Human Rights
Watch ເວົ້າວ່າ ເຫດການຄວາມຮຸນແຮງໃນຢ່າງກຸ້ງ ເມື່ອສອງອາທິດຜ່ານມານີ້ ແມ່ນໄດ້​
ເຜີຍແບໃຫ້ເຫັນຄວາມອ່ອນແອຂອງ ຄວາມກົມກຽວກັນລະຫວ່າງສາສະໜາ ຢູ່ໃນສັງຄົມ
ຂອງມຽນມາ.

ທ່ານ ຟິລ ໂຣເບີດຊັນ ເວົ້າວ່າ: “ຫຼັງຈາກມາດຕະຖານແຫ່ງຄວາມຈໍາແນກກີດກັນ ໄດ້ຖືກກໍານົດຈັດຕັ້ງຂຶ້ນມາ​ແລ້ວ ຊຶ່ງວ່າບາງຄົນມີສິດ ແລະບາງຄົນບໍ່ມີສິດ ຢູ່ໃນ
ປະເທດທີ່ມີຫຼາກຫຼາຍຊົນເຜົ່າເຊັ່ນມຽນມານັ້ນ ມັນກໍເປັນບົດຮຽນທີ່ອັນຕະລາຍ
ທີ່​ສຸດ ທີ່ຈະຖອດ​ຖອນໄດ້. ເພາະວ່າມັນເປັນການເປີດປະຕູ​ ໃຫ້​ມີການລະເມີດ​
ສິດທິໃນ​ຮູບແບບອື່ນໆໄດ້ ​ໃຫ້​ມີພຶດຕິກໍາໃນແບບອື່ນໆຂອງພວກຝຸງ​ຊົນ​ທີ່​ໂມ​ໂຫ
ຮ້າຍ ​ແລະນີ້ຄືສິ່ງທີ່ປະຊາຄົມໂລກ ຕ້ອງໄດ້​ຮ່ວມ​ງ​ານກັບພວກປະຊາຊົນທີ່​ມີ​ເຈດ​
ຕະນາ​ດີທັງຫຼາຍຢູ່ໃນມຽນມາ ​ເພື່ອຫາ​ທາງ​ແກ້​ໄຂ​ໃນເລຶ່ອງນີ້ ແລະເພື່ອປ້ອງກັນ
ບໍ່ໃຫ້ເຫດການຄວາມຮຸນແຮງ ເກີດຂຶ້ນຕື່ມອີກ.”


ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa (ຢືນ) ໄປຢ້ຽມຢາມຊາວໂຣຮິງຢາ ຢູ່ສູນອົບພະຍົບແຫ່ງນຶ່ງໃນລັດ Rakhine ຂອງມຽນມາ, ວັນທີ 7 ມັງກອນ 2013. (Dok. Kemenlu)



ອິນໂດເນເຊຍໄດ້ມີສ່ວນພົວພັນໃນການ​ດໍ​າ​ເນີນຄວາມພະຍາ
ຍາມ ເພື່ອຫາທາງແກ້ໄຂ ບັນຫາຊົນເຜົ່າໂຣຮິງຢາໃນມຽນມານັ້ນ
ຕະຫຼອດມາ.

ເມື່ອປີຜ່ານມາ ລັດຖະບານອິນໂດເນເຊຍໄດ້ບໍລິຈາກເງິນນຶ່ງລ້ານ
ໂດລາ ​ແກ່ການຊ່ວຍເຫຼືອ ເພື່ອບັນເທົາຄວາມເດືອດຮ້ອນຂອງ​ຊົນ
​ເຜົ່າຢູ່ໃນລັດຣາຄາຍນັ້ນ. ແລະ ທ່ານ Marty Natalegawa ລັດ
ຖະມົນຕີຕ່າງປະເທດຂອງອິນໂດເນເຊຍ ກໍໄດ້ກົດດັນໃຫ້ ລັດຖະ
ບານມຽນມາຫາທາງແກ້ໄຂບັນຫາສະຖານະ​ພາບ​ທາງກົດໝາຍ
ຂອງຊົນເຜົ່າໂຣຮິງຢາ ໃຫ້ໄດ້.