ອິນໂດເນເຊຍ ເຊື່ອວ່າ ບຸກຄົນ ທີ່ທາງການ ຕ້ອງການໂຕທີ່ສຸດ ຖືກສັງຫານແລ້ວ

ໂຄສົກຕຳຫລວດແຫ່ງຊາດ ທ່ານ Boy Rafli Amar ກ່າວຕໍ່ ກອງປະຊຸມນັກຂ່າວ ກ່ຽວກັບການຕາຍ ຂອງຜູ້ຕ້ອງສົງໄສ ທີ່ທາງການ ຕ້ອງການໂຕທີ່ສຸດ.

ພວກ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ໄດ້​ຢືນຢັນວ່າ ພວກ​ຫົວຮຸນ​ແຮງ​ນອກ​ກົດ​ໝາຍ ຂອງ​ປະ​ເທດ ທີ່​ທາງ​ການ​ຕ້ອງການ​ໂຕນັ້ນ ​ໄດ້​ຖືກ​ສັງຫານແລ້ວ ​ໃນ​ການ​ຍິງ​ຕໍ່ສູ້​ກັບ​ຕຳຫລວດ.

ທ້າວ Santoso ​ແລະ​ພວກ​ຫົວ​ຮຸນ​ແຮງຄົນ​ອື່ນໆ​ ໄດ້​ຖືກ​ສັງຫານ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ໃນ​ເຂດ Poso ທາງ​ພາກ​ຕາ​ເວັນ​ອອກ​ ຂອງ​ເກາະ Sulawesi ບ່ອນ​ທີ່​ຕຳຫລວດ ​ແລະ​ກຳ ລັງທະຫານ​ພວມ​ຕາມ​ລ່າ​ຫາ​ໂຕລາວ ຢ່າງ​ບໍ່​ລົດ​ລະ​ ​ມາ​ເປັນເວລາ​ຫ້າ​ປີ. ສົບ​ຂອງ​ລາວ ​ໄດ້​ພິສູດ​ວ່າ​ເປັນ​ທີ່ຖືກຕ້ອງ.

ທ້າ​ວ Santoso ​ໄດ້​ເປັນ​ຫົວໜ້າກຸ່ມ Mujahadeen ​ໃນພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນເຊຍ ຊຶ່ງ​ເປັນ​ກຸ່ມກໍ່​ການ​ຮ້າຍນ້ອຍໆທີ່ ​ຈົງ​ຮັກ​ພັກດີ​ຕໍ່​ລັດ​ອິສລາມ. ກຸ່ມ​ດັ່ງກ່າວ​ໄດ້​ດືງດູດ​ພວກ​ຫົວ​ຮຸນ​ແຮງ​ຈາກ​ບັນດາ​ປະເທ​ດອື່ນໆ ຮວມທັງ​ບັນດາ​ສະ​ມາ​ຊິກ​ຊາວມຸສລິ​ມ Uighur ທີ່​ເປັນ​ຊົນ​ກຸ່ມນ້ອຍຂອງຈີນ ຈາກ​ຂົງ​ເຂດ Xinjiang ທາງຕາ​ເວັນ​ຕົກ​ປະ​ເທດ​ຈີ​ນ.

ທ້າວ Sanjtoso ​ໄດ້​ຢູ່​ໃນ​ບັນຊີ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ໂລກ​ໂລກ​ ຂອງ​ສະຫະລັດ ໃນ​ຕົ້ນ​ປີ​ນີ້. ກະຊວງ​ຕ່າງ​ປະ​ເທດ​ສະຫະລັດ ກ່າວ​ວ່າ ກຸ່ມMujahideen ​ໃນ​ພາກຕາ​ເ​ວັນ​ອອກ​ອິນ​ໂດ​ເນ​ເຊຍ ຮັບຜິດຊອບ​ໃນ​ການ​ສັງຫານ​ຫລາ​ຍໆຄັ້ງ ​ແລະ​ລັກພາ​ໂຕ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ