ອິນໂດເນເຊຍ ມອບໂຕນາຍ Bashir ໃຫ້ໄອຍະການ

  • ສິງ ບູຣົມມະວົງ

ການປະທ້ວງຕໍ່ຕ້ານການສໍ້ລາດບັງຫລວງ ທີ່ກຸງ Jakarta ອິນໂດເນເຊຍ, ວັນທີ 10 ທັນວາ 2010.

ນາຍ Abu Bakar Bashir ນັກບວດ​ຫົວ​ຮຸນ​ແຮງ​ຈັດ ໄດ້
ຖືກ​ມອບ​ໂຕ​ຢ່າງເປັນ​ທາງ​ການ​ໃຫ້​ພວກ​ໄອ​ຍະ​ການ​ອິນ​ໂດ
ເນ​ເຊຍ​ ແລະ​ຖືກ​ກ່າວ​ຫາໃນຖານ​ກໍ່ອາ​ຊະ​ຍາ​ກໍາ​ຕ່າງໆ​
ຮວມທັງ​ຍຸຍົງໃຫ້ຄົນ​ອື່ນໆ​ເຂົ້າ​ຮ່ວມໃນ​ການ​ກໍ່​ການ​ຮ້າຍ
ຊຶ່ງ​ມີ​ໂທດ​ເຖິງ​ຂັ້ນ​ປະຫານ​ຊີວິດ​.

ໄດ້​ມີ​ການ​ໃຊ້ລົດ​ຫຸ້ມ​ເກາະ 2 ຄັນ​ແລະ​ຕໍາຫລວດ​ປະກອບ​ອາວຸດ​ຫລາຍ​ສິບ​ຄົນ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ນໍາ​ໂຕ​ນາຍ Bashir ອອກ​ຈາກ​ຄຸກ​ບ່ອນ​ທີ່​ຜູ້ກ່ຽວ​ຖືກ​ກັກ​ຂັງໄວ້​ຕັ້ງ​ແຕ່​ຖືກຈັບ​ກຸມ​ໃນ​ວັນ​ທີ 9 ສິງຫາ​ ເປັນ​ຕົ້ນ​ມາ​ນັ້ນ.

ໃນ​ມື້​ນີ້ ​ໄດ້​ມີ​ການສະ​ເໜີ​ຫລັກ​ຖານ​ຕ່າງໆ​ຕໍ່ພວກ​ໄອ​ຍະ​ການ​ໃນ​ຄະດີ​ນີ້, ຮວມທັງ​
ພວກ​ອາວຸດ​ແລະ​ເອກະສານ​ທະນາຄານ​ຕ່າງໆ​ນໍາ. ຕໍາຫລວດ​ກ່າວ​ວ່ານາຍ Bashir
ໄດ້ຊ່ອຍ​ໃຫ້​ເງິນທຶນ​ແລະ​ຈັດ​ຕັ້ງສູນ​ເຝິກອົບຮົມພວກ​ກໍ່​ການ​ຮ້າຍ​ແຫ່ງ​ນຶ່ງ​ທີ່​ເຈົ້າໜ້າ​ທີ່​
ໄດ້​ພົບ​ເຫັນ​ໃນ​ຕົ້ນ​ປີ​ນີ້ ​ໃນ​ແຂວງ Aceh ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນັ້ນ.