ຕໍາຫຼວດອິນ​ໂດ​ເນ​ເຊຍ​ ຈັບ 11 ຄົນ ຖານສົງໃສວ່າ ວາງແຜນ ທໍາການໂຈມຕີ

ຕໍາຫຼວດອິນໂດເນເຊຍ ຂະນະປະຕິບັດການບຸກຄົ້ນ ບ່ອນທີ່ ສົງໃສວ່າ ເປັນຂອງພວກກໍ່ການຮ້າຍ ໃນເມືອງ ໂຊໂລ, ພາກກາງເກາະຈາວາ, ວັນທີ 27 ຕຸລາ 2012.

ຕໍາຫຼວດອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ມີ 11 ຄົນ​ຖືກ​ຈັບ​ກຸມ ຖານ​ສົງໄສ​ວ່າ ວາງ​ແຜນ​ໂຈມ​ຕີ​ສະຖານທູດ​ສະຫະລັດ​ຢູ່​ນະຄອນຫຼວງ Jakarta ​ແລະ​ເປົ້າໝາຍ​ອື່ນໆ ທັງ​ຂອງ​ປະ​ເທດ ​ແລະຂອງ​ຕ່າງປະ​ເທດ.

ທ່ານ Suhardi Alius ​ໂຄສົກ​ຕໍາຫຼວດ​ແຫ່ງ​ຊາດອິນ​ໂດ​ເນ​ເຊຍ ກ່າວ​ເມື່ອ​ວັນ​ເສົາ​ວາ​ນນີ້ວ່າ ການ​ຈັບ​ກຸມ​ໄດ້​ມີ​ຂຶ້ນ ຢູ່​ໃນສີ່​ແຂວງ​ ໂດຍ​ໜ່ວຍ​ຕໍ່ຕ້ານ ການກໍ່​ການ​ຮ້າຍພິ​ເສດ​.

​ໂຄສົກ Alius ກ່າວ​ວ່າ ພວກ​ຕ້ອງ​ສົງໄສ​ທີ່​ຖືກ​ຈັບ​ກຸມ​ ຊຶ່ງ​ເປັນ​ສະມາຊິກ​ຂອງ​ກຸ່ມຂະ​ບວນ​ການ Harakah Sunni ເພື່ອ​ສັງຄົມ​ຊາວ​ອິນ​ໂດ​ເນ​ເຊຍ ທີ່ໄດ້​ກໍ່​ຕັ້ງ​ຂຶ້ນມາ​ໃໝ່ໆນັ້ນ ກໍາລັງ​ຕຽມທໍາ​ການ​ໂຈມ​ຕີຫຼາຍໆ​ບັ້ນ. ທ່ານ​ ​ກ່າວ​ອີກ​ວ່າ ​ເປົ້າໝາຍການ​ໂຈມ​ຕີແມ່ນ​ມີ​ໂຮມ​ທັງ ຍ່ານ​ການ​ຄ້າ​ແຫ່ງ​ນຶ່ງ ທີ່ຕັ້ງ​ຢູ່​ໃກ້​ສະຖານທູດ​ອອສ​ເຕຣ​ເລ​ຍ​ໃນ Jakarta ຫ້ອງການ​ທ້ອງ​ຖິ່ນ​ຂອງ​ບໍລິສັດຂຸດ​ຄົ້ນ​ບໍ່​ແຮ່ຍັກ​ໃຫຍ່​ Freeport-McMoran ຂອງ​ອະ​ເມ​ຣິກາ ​ແລະ​ສະຖານກົງ​ສຸນ​ສະຫະລັດ​ທີ່​ເມືອງ Surabaya ​ແລະກອງ​ບັນຊາ​ການ​ຕໍາຫຼວດ​ໃນ​ເຂດ Central Java ກໍ​ເປັນ​ເປົ້າ​ໂຈມ​ຕີ ​ເຊັ່ນ​ດຽວ​ກັນ.

ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເ​ຊຍກ່າວ​ວ່າ ຫຼັກຖານ​ທີ່​ເກັບ​ກໍາ​ໄດ້​ຈາກບ່ອນ​ຈັບກຸມ ​ແມ່ນ​ມີ​ໂຮມ​ທັງ ລູກ​ລະ​ເບີດ, ກະສຸນ​ປືນ ຂະ​ນວນລະ​ເບີ​ດ ປື້​ມຄູ່​ມື​ເຮັດ ​ລະ​ເບີດ ​ແລະ​ວັດຖຸ​ລະ​ເບີດ​ອື່ນໆ.
ທັງ​ສະຖານທູດສະຫະລັດ​ແລະອອສ​ເຕຣເລຍ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ຕໍ່ ການ​ຈັບ​ກຸມ​ດັ່ງກ່າວ ​ແລະ​ກໍ​ບໍ່ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້​ຮູ້ ​ໃນ​ທັນທີນີ້​ເທື່ອ​ວ່າ​ ແຜນການ​ໂຈມ​ຕີນັ້ນ ​ໄດ້​ກ້າວ​ມາ​ຮອດ​ຂັ້ນ​ໃດ.