ອິນ​ໂດ​ເນ​ເຊຍ ຍົກ​ລະດັບ​ການເຕືອນ​​ ໃຫ້ລະວັງໄພ ຈາກພູເຂົາ​ໄຟລະເບີດ

  • ບົວສະຫວັນ

ຜູ້ຍິງໃນເກາະຈາວາ ກໍາລັງແບກເອົາຫຍ້າທີ່ກ່ຽວມານັ້ນ ໄປເກືອງົວຄວາຍ ຂອງພວກເຂົາເຈົ້າ. ຢູ່ເບື້ອງຫລັງ ແມ່ນພູໄຟ Mount Merapi ທີ່ເມືອງ Yogyakarta, ອິນໂດເນເຊຍ, ວັນທີ 20 ຕຸລາ 2010.

ວັນ​ຈັນ​ມື້ນີ້ ເຈົ້າໜ້າທີ່ອິນ​ໂດ​ເນ​ເຊຍ ​ໄດ້ຍົກ​ລະດັບ​ການ
ເຕືອນ ໃຫ້​ລະວັງ​ໄພ ​ພູເຂົາ​ໄຟ​ທີ່​ກໍາລັງ​ມີ​ພະລັງ​ຢູ່ ແລະ
ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ປະຊາຊົນ​ທີ່​ອາ​ໃສ​ຢູ່​ໃກ້ພູ​ໄຟ​ດັ່ງກ່າວ
ນັ້ນ ​ໃຫ້​ຍ້າຍ​ອອກ​ໄປຢູ່​ບ່ອນ​ທີ່​ປອດ​ໄພ​ກວ່າ​ໂດຍ​ທັນທີ.

ພວກເຈົ້າໜ້າທີ່​ເວົ້າອີກ​ວ່າ ​ໄດ້ມີ​ການ​ເຄື່ອນເໜັງ​ຂອງ​ພູ​ເຂົາ​ໄຟ ທີ່​ພູ​ Mount Marapi ຢູ່​ເກາະຈາ​ວາ ​ເພີ້ມຫລາຍຂຶ້ນ ນັບ​ມື້ ຕະຫລອດ​ໄລຍະນຶ່ງ​ອາທິດ​ຜ່ານ​ມານີ້.

ທ່ານ Surono ຫົວໜ້າອົງ​ການ​ສຶກສາກ່ຽວກັບພູ​ເຂົາ​ໄຟ
ຂອງອິນ​ໂດ​ເນ​ເຊຍ ກ່າວ​ໃນ​ວັນ​ຈັນ​ມື້ນີ້ວ່າ ການ​ເຄື່ອນເໜັງ​
ຂອງ​ພູ​ເຂົາ​ໄຟດັ່ງກ່າວ​ແມ່ນ​ແຮງກວ່າ​ທີ່​ເຄີ​ຍ​ເຫັນ ໃນ​ເວລາ​
ກ່ອນພູ​ໄຟ​ໜ່ວຍນີ້ລະ​ເບີດຂຶ້ນ​ເທື່ອ​ຫລັງ​ສຸດ ໃນ​ປີ 2006 ນັ້ນ.

ປະຊາຊົນ​ໄດ້​ຖືກ​ສັ່ງ​ໃຫ້ຍ້າຍ​ອອກ​ໄປຢູ່ໄກຈາກ​ເຂດ​ກັນດານ​ ຊຶ່ງ​ມີ​ວົງ​ລັດສະໝີ 10 ກິ​ໂລ​ແມັດ​ ນັບ​ຈາກ​ປ່ອງ​ພູ​ໄຟ.

ພູ​ເຂົາ​ໄຟໜ່ວຍນີ້​ ລະ​ເບີດ​ຂຶ້ນເທື່ອ​ຫລັງ​ສຸດ​ແມ່ນ​ປີ 2006 ຊຶ່ງ​ໄດ້​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ ວິດ. ​ການ​ລະ​ເບີດທີ່​ຄ້າຍຄື​ກັນນີ້​ໃນ​ປີ 1994 ໄດ້​ເອົາຊີວິດຄົນໄປຢ່າງໜ້ອຍ 60 ຄົນ​ ​ໃນ​ຂະນະ​ທີ່ມີ 1,300 ​ຄົນ​ເສຍ​ຊີວິດ ໃນ​ການລະ​ເບີດຄັ້ງ​ປີ 1930 ນັ້ນ.