ສານສູງສຸດ ອິນເດຍ ປະຕິເສດ ການຂໍອຸທອນ ເພື່ອໃຫ້ຂັງ ນັກໂທດ ຂົ່ມຂືນຊຳເລົາ ໄວ້ໃນຄຸກຕໍ່ໄປ.

ສະມາຊິກຂອງອົງການນັກສຶກສາ ອິນເດຍ ABVP ຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າກຳລັງປະທ້ວງ ການປ່ອຍໂຕນັກໂທດເຍົາວະຊົນ ໃນຄະດີຂົ່ມຂືນເປັນ ກຸ່ມທີ່ເຖິງແກ່ຊີວິດໃນປີ 2012 ທີ່ສະເທືອນປະເທດ ໃນນະຄອນຫຼວງ ນິວ ເດລີ, ອິນເດຍ, 20 ທັນວາ, 2015.

ສານສູງສຸດຂອງ ອິນເດຍ ໄດ້ປະຕິເສດການອຸທອນເພື່ອຮັກສາ ຊາຍໜຸ່ມຄົນໜຶ່ງໄວ້ຢູ່ໃນຄຸກ. ລາວແມ່ນໜຶ່ງໃນກຸ່ມຂອງຜູ້ຊາຍ 6 ຄົນທີ່ໄດ້ຂົ່ມຂືນແມ່ຍິງໜຸ່ມຄົນໜຶ່ງຢ່າງໂຫດຮ້າຍໃນປີ 2012.

ສານໄດ້ກ່າວໃນວັນຈັນມື້ນີ້ວ່າ “ພາຍໃຕ້ກົດໝາຍປະຈຸບັນນີ້, ການກັກຂັງແມ່ນບໍ່ສາມາດຍືດເຍື້ອອອກໄປດົນກວ່າ 3 ປີ.”

ຜູ້ຊາຍຄົນອື່ນທັງ 5 ຄົນໄດ້ຖືກສົ່ງໄປເຂົ້າຄຸກ, ແຕ່ວ່າມີຜູ້ໜຶ່ງອາຍຸ ນ້ອຍທີ່ສຸດ ເຊິ່ງເວລານັ້ນມີອາຍຸ 17 ປີ, ໄດ້ຖືກສົ່ງໄປສະຖານທີ່ ດັດສ້າງເປັນເວລາ 3 ປີເຊິ່ງ ເປັນກຳນົດເວລາສູງສຸດທີ່ຖືກອະນຸ ຍາດພາຍໃຕ້ກົດໝາຍ ອິນເດຍ.

ກຳມະທິການ Delhi ເພື່ອແມ່ຍິງໄດ້ຮ່າງຄຳຮ້ອງເພື່ອຮັກສາຜູ້ຊາຍຄົນດັ່ງກ່າວເຊິ່ງຕອນນີ້ມີ ອາຍຸ 20 ປີໄວ້ໃນທີ່ຄຸມຂັງ.

ກຳມະທິການ Delhi ເພື່ອແມ່ຍິງໄດ້ຂຽນໃນຄຳຮ້ອງຂອງພວກເຂົາເຈົ້າວ່າ ລັດຖະບານ ອິນເດຍ ບໍ່ໄດ້ສົ່ງເອກະສານປະກອບການພິຈາລະນາ “ເພື່ອກຳນົດວ່າ ສະພາບຈິດຂອງຈຳ ເລີຍໄດ້ຖືກຟື້ນຟູ.. ຈຳເລີຍມີຄວາມຄິດແນວໂນ້ມທີ່ຈະສືບຕໍ່ກໍ່ກະທຳຜິດທາງກົດໝາຍ ອີກ ເຊິ່ງເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ແມ່ຍິງທັງຫຼາຍ.”