ອິນເດຍກ່າວຫາກອງກໍາລັງຂອງປາກີສຖານວ່າ ໄດ້ສັງຫານ
ທະຫານອິນເດຍ 5 ຄົນ ໃນການ ໂຈມຕີຄ້າຍທະຫານອິນເດຍ
ແຫ່ງນຶ່ງ ໃນແຄ້ວນ Kashmir ທີ່ຍັງມີການຂັດແຍ້ງກັນນັ້ນ.
ການປະທະກັນຄັ້ງນີ້ ແມ່ນມີຂຶ້ນໃນຂະນະທີ່ສອງປະເທດກໍາລັງ
ພິດຈາລະນາ ທີ່ຈະເປີດ ການເຈລະຈາສັນຕິພາບຄືນໃໝ່
ຊຶ່ງໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມານັບແຕ່ເດືອນມັງກອນແລ້ວນີ້
ເປັນຕົ້ນມາ.
ຫົວໜ້າປົກຄອງແຄ້ວນ Kashmir ຂອງອິນເດຍ ທ່ານ Omar
Abdullah ໄດ້ກ່າວຜ່ານ ທາງ Twitter ວ່າ “ເຫດຮ້າຍເຫຼົ່ານີ້
ບໍ່ໄດ້ຊ່ອຍຫຍັງເລີຍໃນການດຳເນີນຄວາມພະຍາຍາມ ເພື່ອປັບປຸງຄວາມສຳພັນ
ໃຫ້ເປັນປົກກະຕິ ຫຼືດີຂຶ້ນກວ່າເກົ່າ” ກັບປາກີສຖານ ແລະໄດ້ຕັ້ງຄໍາຖາມ ກ່ຽວກັບ
ການສະແດງອອກເພື່ອຢາກໃຫ້ມີສັນຕິພາບເມື່ອມໍ່ໆມານີ້ຂອງກຸງ Islamabad.
ປາກີສຖານ ໄດ້ປະຕິເສດຕໍ່ການສັງຫານພວກທະຫານອິນເດຍດັ່ງກ່າວ.
ແຄ້ວນ Kashmir ແມ່ນໄດ້ຖືກແບ່ງ ລະຫວ່າງອິນເດຍ ແລະປາກີສຖານ ແລະປະເທດ
ທັງສອງໄດ້ເຮັດສົງຄາມມາແລ້ວ 2 ຄັ້ງ ເພື່ອຄວບຄຸມຂົງແຂດດັ່ງກ່າວ.

Your browser doesn’t support HTML5
INDIA PAKISTAN SECURITY VO.mov