ຕຳຫຼວດ ອິນເດຍ ຊອກຫາ ຜູ້ຕ້ອງສົງໄສ ທີ່ກ່ຽວຂ້ອງ ກັບການ ລະເບີດ ທີ່ຮ້າຍແຮງ

ຜູ້ຊາຍໄດ້ຮັບບາດເຈັບຄົນໜຶ່ງ ເຊິ່ງພີ່ນ້ອງຂອງລາວ ໄດ້ເສຍຊີວິດ ຮ້ອງໄຫ້ຢູ່ໃນສະຖານທີ່ລະເບີດແຕກ, ໃນເມືອງ ເພັດລາວັດ, ລັດ Madhya Pradesh ໃຈກາງປະເທດ ອິນເດຍ. 12 ກັນຍາ, 2015.

ຕຳຫຼວດ ອິນ​ເດຍ ກ່າວ​ວ່າ ພວກ​ເຂົາເຈົ້າກຳລັງ​ຄົ້ນ​ຫາ​ຜູ້​ຕ້ອງ​ສົງ​ໄສຜູ້​ທີ່​ໄດ້ ​ເກັບ​ລະ​ເບີດ​ໄວ້​ຢູ່​ໃນ​ສາງ​ເກັບ​ເຄື່ອງ​ທີ່​ໄດ້​ລະ​ເບີດ​ຂຶ້ນນັ້ນ ​ໂດຍ​ເຮັດ​ໃຫ້​ມີ 88 ຄົນ​ເສຍ​ຊີ​ວິດ ​ແລະ 100 ຄົນ​ບາດ​ເຈັບ.

ຕຳຫຼວດ​ໄດ້​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ເຂົາເຈົ້າກຳລັງ​ຊອກ​ຫາ​ທ້າວ Rajendra Kaswa ​ເຊິ່ງ​ເປັນ​ຜູ້​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳລັງ​ຫຼົບໜີ​ຢູ່. ພວກ​ເຂົາເຈົ້າກ່າ​ວວ່າ ລາວ​ໄດ້​ເກັບ​ແທ່ງເຈ​ລາ​ຕິນ ​ແລະ ສານ ຢູ​ເຣຍ ​ເຊິ່ງ​ເປັນສານ​ຝຸ່ນ​ປຸຍ​ທົ່ວ​ໄປ ​ແລະ ວັດຖຸ ລະ​ເບີດ​ຫຼາຍຊະນິດ​ອື່ນໆໄວ້ຢູ່ຂ້າງ​ຮ້ານ​ອາຫານ​ໃນ​ເມືອງ​
ເພັດ​ລາ​ວັດ ​ລັດ Madhya Pradesh ​ໃນ​ໃຈ​ກາງ​ປະ​ເທດ
ອິນ​ເດຍ.

​ໃນ​ຕອນ​ທຳ​ອິດຕຳ​ຫຼວດ ​ຄິ​ດວ່າ ການລະ​ເບີດ​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານ​ນີ້​ແມ່ນເກີດ​ມາ​ຈາກ ການລະ​ເບີດ​ຂອງ ຖັງແກ໊ສ​ເຮັດ​ອາຫານ, ​ໃນ​ບ່ອນ​ທີ່​ມີ​ນັກຮຽນ ​ແລະ ​ພະນັກງານ​ຫ້ອງການ ກຳລັງ​ກິນ​ເຂົ້າ​ເຊົ້າຢູ່ ​ໃນ​ເວລາທີ່​ການລ​ະ​ເບີດ​ທີ່​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນນັ້ນ. ​ແຕ່​ຕອນ​ນີ້ ຕຳຫຼວດ​ເຊື່ອ​ວ່າ ການລະ​ເບີດ​ທີ່​ຮ້າຍ​ແຮງ​ນີ້ແມ່ນ​ເກີດຈາກ​ສາງ​ເກັບ​ເຄື່ອງ​ຂອງ​ທ້າວ Kaswa ​ເອງ.

Your browser doesn’t support HTML5

India Blast