ນາຍົກລັດຖະມົນຕີອິນເດຍ, ທ່ານນາເຣນດາ ໂມດີ ໄດ້ສະແດງການສະໜັບສະໜູນຕໍ່ຄວາມພະຍາຍາມສັນຕິພາບ ຢູ່ໃນຢູເຄຣນໃນຂະນະທີ່ສົນທະນາທາງໂທລະສັບກັບປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ເຊິ່ງຜູ້ນຳຢູເຄຣນໄດ້ຊອກ ຫາການຊ່ວຍເຫຼືອຈາກອິນເດຍໃນການປະຕິບັດ “ຕຳລາສັນຕິພາບ.”
"ຂ້າພະເຈົ້າໄດ້ໂທລະສັບກັບ @ນາຍົກອິນເດຍ, ທ່ານນາເຣນດາ ໂມດີ ແລະ ອວຍພອນໃຫ້ທ່ານເປັນປະທານກອງປະຊຸມ G20 ຢ່າງມີຜົນສໍາເລັດ," ນັ້ນຄືຂໍ້ຄວາມທີ່ທ່ານເຊເລນສ໌ກີ ຂຽນຢູ່ໃນທວີດເຕີ (Twitter) ໃນວັນຈັນວານນີ້. ທ່ານຂຽນຕໍ່ໄປວ່າ ມັນແມ່ນຢູ່ໃນເວທີນີ້ ທີ່ຂ້າພະເຈົ້າໄດ້ປະກາດຕຳລາສັນຕິພາບ ແລະປັດຈຸບັນ ຂ້າພະ ເຈົ້າເພິ່ງພາອາໄສອິນເດຍວ່າໃຫ້ມີສ່ວນຮ່ວມໃນການປະຕິບັດຂອງຕົນ."
ອິນເດຍໄດ້ຮັບຕຳແໜ່ງປະທານໝູນວຽນກອງປະຊຸມຂອງກຸ່ມເສດຖະກິດໃຫຍ່ 20 ປະເທດສຳລັບປີຈະມານີ້ ຊຶ່ງເລີ້ມແຕ່ວັນທີ 1 ທັນວາຜ່ານມາ.
ໃນການກ່າວຄຳປາໄສທາງອອນລາຍ ຕໍ່ກອງປະຊຸມສຸດຍອດ G-20 ທີ່ຈັດຂຶ້ນໃນອິນໂດເນເຊຍໃນເດືອນແລ້ວນີ້ ທ່ານເຊເລນສ໌ກີ ໄດ້ຮຽກຮ້ອງໃຫ້ຈັດກຸ່ມຮັບຮອງເອົາຕຳລາສັນຕິພາບ 10 ຂໍ້ ຂອງຢູເຄຣນ ທີ່ຮຽກຮ້ອງໃຫ້ຣັດເຊຍຖອນທະຫານອອກຈາກຢູເຄຣນ ແລະຟື້ນຟູຜືນແຜ່ນດິນທີ່ຖືກຕ້ອງຊອບທຳຂອງຢູເຄຣນຄືນໃໝ່. ທ່ານກ່າວວ່າ "ບັດນີ້" ແມ່ນເຖິງເວລາແລ້ວທີ່ຈະເຮັດໃຫ້ສົງຄາມສິ້ນສຸດລົງ.
ຖະແຫຼງການສະບັບນຶ່ງຂອງລັດຖະບານອິນເດຍ ກ່ຽວກັບການສົນທະນາທາງໂທລະສັບກັບທ່ານເຊເລນສ໌ກີ ໃນຕອນແລງວັນຈັນວານນີ້ ເວົ້າວ່າ ທ່ານໂມດີ "ໄດ້ກ່າວຢ້ຳຢ່າງເຂັ້ມແຂງໃນຄຳຮຽກຮ້ອງໃຫ້ຍຸຕິການປະທະກັນໃນທັນທີ" ແລະກ່າວຕື່ມວ່າ ທັງສອງຝ່າຍ ຄວນກັບຄືນໄປສູ່ການເຈລະຈາ ແລະທາງການທູດ ເພື່ອຊອກຫາທາງແກ້ໄຂທີ່ຍືນຍົງ ຕໍ່ຄວາມຄິດເຫັນທີ່ແຕກຕ່າງກັນ. ຖະແຫຼງການນັ້ນ ກ່າວອີກວ່າ ນາຍົກລັດຖະມົນຕີອິນເດຍ ໄດ້ໃຫ້ການສະໜັບສະໜູນຂອງອິນເດຍຕໍ່ຄວາມພະຍາ ຍາມສັນຕິພາບໃດໆ ແລະກ່າວຮັບປະກັນຕໍ່ທ່ານເຊເລນສ໌ກີ ເຖິງຄວາມມຸ້ງໝັ້ນຂອງອິນເດຍ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ພົນລະເຮືອນ ທີ່ໄດ້ຮັບຜົນກະທົບ.
Your browser doesn’t support HTML5
India Remains Steadfast in Partnership with Russia
ຖະແຫຼງການນັ້ນຍັງກ່າວຕື່ມວ່າ "ທ່ານນາຍົກລັດຖະມົນຕີ ໄດ້ອະທິບາຍເຖິງບູລິມະສິດຕົ້ນຕໍຂອງການເປັນປະທານກອງປະຊຸມ G20 ຂອງອິນເດຍ, ລວມທັງການໃຫ້ໃຊ້ສິດໃຊ້ສຽງສຳລັບຄວາມກັງວົນໃຈ ຂອງບັນດາປະເທດທີ່ກໍາລັງພັດທະນາ ກ່ຽວກັບບັນຫາຕ່າງໆ ເຊັ່ນຄວາມຫມັ້ນຄົງດ້ານສະບຽງອາຫານ ແລະພະລັງງານ."
ການໂອ້ລົມທາງໂທລະສັບລະຫວ່າງຜູ້ນຳອິນເດຍ ແລະ ຢູເຄຣນໄດ້ມີຂຶ້ນໃນ 10 ມື້ ຫຼັງຈາກມີການສົນທະນາທາງໂທລະສັບຂອງທ່ານໂມດີ ກັບຜູ້ນຳຣັດເຊຍ, ທ່ານວລາດິເມຍ ປູຕິນ ທີ່ນະຄອນນິວເດລີ ຊຶ່ງໃນນັ້ນ ນີວເດລີກ່າວວ່າ ທ່ານໂມດີ ໄດ້ກ່າວເຖິງຄວາມຈຳເປັນຕ້ອງມີການສົນທະນາ ແລະການທູດ ເພື່ອເຮັດໃຫ້ການປະທະກັນຍຸຕິລົງ.