ທ່ານ Modi ໄປຢ້ຽມຢາມ ປາກິສຖານ​ ເປັນຂ່າວນອງນັນ ແຕ່ ບໍ່ມີຄວາມກ້າວໜ້າ

ຮູບທີ່ນຳອອກເຜີຍແຜ່ ໂດຍກະຊວງຖະແຫຼງຂ່າວ ສະແດງໃຫ້ເຫັນ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi (ຂວາ) ກວດແຖວທະຫານ ກອງກຽດຕິຍົດ ກັບນາຍົກ ລັດຖະມົນຕີປາກິສຖານ ທ່ານ Nawaz Sharif ທີ່ນະຄອນລາຮໍ ປະເທດປາກິສຖານ. (25 ທັນວາ 2015)

ນາຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Narendra Modi ​ໄດ້​ສ້າງ​
ຄວາມ​ສົນ​ໃຈ​ ດ້ວຍການ​ສົ່ງ​ຂໍ້ຄວາມ​ ຜ່ານ​ທາງ Tweeter ວ່າ
ທ່ານ​ຈະ​ຢຸດ​ແວ່​ທີ່​ນະຄອນ​ລາຮໍ ເພື່ອ​ພົບ​ປ​ະກັບ​ນາຍົກລັດຖະ
ມົນຕີປາກິສຖານ ທ່ານ Nawaz Sharif ​ໃນລະຫວ່າງ​ທີ່​ທ່ານ
​ເດີນທາງ​ກັບ​ຄືນ​ປະ​ເທດ​ຈາກ​ການ​ຢ້ຽມຢາມ​ອັຟກາ​ນິສຖານ.

ສື່​ມວນ​ຊົນ​ທັງໃນ​ອິນ​ເດຍ​ ແລະ​ປາ​ກິ​ສຖານ​ຕ່າງ​ກໍ​ໄດ້​ລົງ​ຂ່າວ​
ແລະ​ວິ​ເຄາະ​ ກ່ຽວກັບ​ເຫດການ​ດັ່ງກ່າວ ​ເປັນ​ເວລາ​ຫຼາຍໆ​ຊົ່ວ
ໂມງ​ ລຸນ​ຫລັງ​ທີ່​ການ​ຢ້ຽມຢາມ​ໄດ້​ສິ້ນສຸດລົງແລ້ວ.

ທ່ານ Modi ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Tweeter ລຸນ​ຫລັງ​ທີ່​ໄດ້
​ອອກ​ເດີນທາຈາກ​ປາ​ກິ​ສຖານໄປແລ້ວໃນ​ມື້ວັນ​ສຸກ​ວານ​ນີ້​ໂດຍເວົ້າວ່າ ​ໄດ້​ມີ​ການ​ຕ້ອນຮັບ​
ຢ່າງ​ອົບ​ອຸ່ນ​ ໃນການ​ໄປ​ຢ້ຽມຢາມ​ ຄອບ​ຄົວ​ຂອງ​ທ່ານ Sharif ​ເມື່ອ​ຕອນ​ແລງວັນສຸກ ​ຢູ່​ທີ່​
ເຮືອນ​ຂອງ​ທ່ານ. ວັນ​ເກີດ​ຂອງ​ທ່ານ Nawaz Shahab ​ແລະ ​ການ​ແຕ່ງງານຂອງຫລານ​
ສາວ​ທ່ານ ​ແມ່ນເປັນ​ການ​ສະຫລອງຊ້ອນສອງຊັ້ນ.

ການ​ຢ້ຽມຢາມນີ້ ​ເຖິງ​ແມ່ນ​ມີ​ການ​ກ່າວ​ກັນ​ວ່າ​ ​ເປັນ​ການ​ຢ້ຽມຢາມ​ສ່ວນ​ຕົວກໍ​ຈິງຢູ່​ ແຕ່​ມັນ
ແມ່ນ​ການ​ຢ້ຽມຢາມ​ປາ​ກິ​ສຖານເທື່ອທຳ​ຂອງ​ນາຍົກລັດຖະມົນຕີອິນ​ເດຍນັບ​ແຕ່​ປີ​ 2004
​ເປັນຕົ້ນມາ.

ນັບ​ແຕ່​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເປັນ​ເວລາ​ຫຼາຍ​ເດືອນ​ປະ​ເທດ​ທັງ​ສອງ​ກໍ​ໄດ້​ທຳການພົວພັນ​
ທາງ​ການ​ທູດ​ຄືນ​ໃໝ່​ເມື່ອ​ບໍ່​ດົນ​ມານີ້ເລີ້ມດ້ວຍ​ການ​ຈັບ​ມື​ແລະ​ການ​ພົບ​ປະ​ເປັນ​ການ​ສ່ວນ
ຕົວ​ສັ້ນໆລະຫວ່າງ​ນາຍົກລັດຖະມົນຕີຂອງປະ​ເທດ​ທັງ​ສອງ ​ຢູ່​ຂ້າງນອກ​ຂອງ​ກອງ​ປະຊຸມ​
ສຸດ​ຍອດ​ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ທີ່​ປາຣີ.

ທ່ານ Khurshid Kasuri ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ​ປາ​ກິ​ສຖານ​ໄດ້​ຄາດການ​ກ່ຽວ
​ກັບ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ແມ່ນ​ກະ​ທັງ ໃນ​ເວລາ​ທີ່​ຄວາມ​ສຳພັນ ​ລະຫວ່າງ​ປະ​ເທດ​ທັງ​
ສອງ​ເບິ່ງ​ຄື​ວ່າ ​ພວມ​ຊຸດ​ໂຊມ​ລົງ.​ ​ໃນ​ປື້ມຂອງ​ທ່ານ​ ທ່ານ Kasuri ຂຽນ​ວ່າ ທ່ານ Modi ບໍ່
​ແມ່ນ​ຜູ້ມັກ​ສົງຄາມຫລື​ສັນຕິພາບ ​ແຕ່​ທ່ານ​ເອງ ​ແມ່ນ​ບໍ່​ມີ​ທາງ​ເລືອກນອກ​ໄປ​ຈາກ​ການ​ເຈ
ລະຈາ​ກັບ​ປາ​ກິ​ສຖານ.​

Your browser doesn’t support HTML5

India Pakistan