ຈຳນວນຜູ້ເສຍຊີວິດ ຍ້ອນສະພາບອາກາດ ຮ້ອນຈັດ ຢູ່ໃນອິນເດຍ ກາຍ 1,800 ຄົນແລ້ວ

ພວກແມ່ຄ້າ ຂາຍຫົວຜັກບົ່ວ ນອນພັກຜ່ອນ ຢູ່ຕາມແຄມທາງ ໃຕ້ຮົ່ມໄມ້ ໃນມື້ທີ່ຮ້ອນຈັດ ຢູ່ໃນນະຄອນ Hyderabad ປະເທດອິນເດຍ, ເມື່ອວັນຈັນທີ 25 ພຶດສະພາ 2015.

ບັນດາ​ເຈົ້າໜ້າ​ທີ່ອິນ​ເດຍ ກ່າວ​ໃນ​ວັນ​ສຸກ​ມື້​ນີ້ວ່າ ຈຳນວນ​ຜູ້
​ເສຍ​ຊີວິດ ຈາກ​ສະພາບອາກາດຮ້ອນຈັດ ຢູ່​ໃນ​ປະເທດດັ່ງກ່າວ
​ໄດ້​ເພີ້​ມຂຶ້ນ ເປັນຫຼາຍກວ່າ 1,800 ຄົນ​ແລ້ວ. ພວກ​ເຄາະ​ຮ້າຍ
ສ່ວນໃຫຍ່ຈາກສະພາບອາກາດຮ້ອນຈັດນີ້ ​ແມ່ນ​ຢູ່​ໃນລັດ
Andhra Pradesh ​ແລະ​ລັດ Telangana ທາງ​ພາກ​ໃຕ້
ຂອງ​ປະ​ເທດ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ອີກ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ສູງຂຶ້ນນັ້ນ
​ແມ່ນ​ຄິດ​ວ່າ​ເປັນ​ຍ້ອນ ເປັນ​ລົມ​ຍ້ອນຖືກແດດຫຼາຍໂພດ ທີ່ມີການ
​ກະທົບຢ່າງ​ບໍ່​ສົມສ່ວນ ​ຕໍ່​ພວກ​ຄົນ​ທຸກ​ຍາກ ​ແລະ ​ໄຮ້​ທີ່ຢູ່​ອາ​ໄສ
ຊຶ່ງ​ເປັນພວກທີ່​ມີ​ໂອກາດ​ນ້ອຍ​ທີ່​ສຸດ ທີ່​ຈະ​ຕາຍ​ຢູ່​ທີ່​ໂຮງໝໍ.

500 ຄົນ ເສຍຊີວິດ ຍ້ອນອາກາດຮ້ອນ ຢູ່ອິນເດຍ

ບັນດາ​ເຈົ້າໜ້າ​ທີ່ອິນ​ເດຍ ​ໄດ້​ຮຽກຮ້ອງໃຫ້​ປະຊາຊົນ ​ຢູ່​ໃນ​ບໍລິ​ເວນ​ທີ່​ມີ​ຮົ່ມ ​ໃຫ້​ປົກ​ຫົວ​ຂອງ
​ພວກ​ເຂົາ​ເຈົ້າ ​ແລະ​ໃຫ້​ດື່ມນ້ຳຫຼາຍໆ.

ອຸນຫະພູມໄດ້​ຖີບຂຶ້ນ ປະມານ 43 ອົງສາ Celsius ​ແລະ​ສູງ​ກວ່ານັ້ນ ສຳ​ຫລັບ​ອາທິດ​ນີ້.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ອຸນຫະພູມໄດ້ສູງຂຶ້ນ ຢູ່​ໃນຫຼາຍ​ເຂດຂອງ​ປະ​ເທດ.

ປະຊາຊົນໃນ​ທົ່ວ​ອິນ​ເດຍ ​ໄດ້​ຈົ່ມທຸກເຖິງ​ການ​ຂາດ​ແຄນ​ນ້ຳ ​ແລະ ພວກພືດ​ທີ່ຫ່ຽວແຫ້ງ​ຕາຍ.​

ຢູ່​ໃນ​ນະຄອນຫຼວງ New Delhi ຄວາມ​ຕ້ອງການ​ພະລັງ​ໄຟຟ້າ ສຳ​ຫລັບແລ່ນພວກ​ເຄື່ອງ
ປັບ​ອາກາດ ​ໄດ້​ເຮັດໃຫ້ໄຟຟ້າ​ໝົດ ແລະ​ເຮັດ​ໃຫ້ຫຼາຍພັນ​ຄົນ ບໍ່ມີ​ໄຟຟ້າ​ໃຊ້.

ຄາດ​ກັນ​ວ່າ ​ລົມມໍ​ລະ​ສຸມຈະ​ພັດ​ເຂົ້າມາທາງ​ພາກໃຕ້ຂອງປະເທດຊຶ່ງຈະ ພາໃຫ້ມີຝົນຕົກ ​ໃນ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ກ່ອນ​ທີ່ຈະ​ພັດ​ຜ່ານ​ໄປ​ທົ່ວ​ປະ​ເທດ.

Your browser doesn’t support HTML5

India Heat