ສານພິເສດແຫ່ງນຶ່ງຂອງອິນເດຍ ໃນວັນພຸດມື້ນີ້ ໄດ້ຮຽກໂຕ
ອະດີດນາຍົກລັດ ຖະມົນຕີ Manmohan Singh ໄປຂຶ້ນສານ
ເພື່ອປະເຊີນໜ້າກັບການກ່າວຫາ ສໍ້ລາດບັງຫຼວງ ທີ່ພົວພັນ
ກັບການຂາຍບໍ່ຖ່ານຫີນ ທີ່ຢູ່ພາຍໃຕ້ລັດຖະບານຂອງທ່ານ.
ຜູ້ພິພາກສາ ໄດ້ສັ່ງໃຫ້ທ່ານ Singh ແລະບຸກຄົນອື່ນໆອີກຫ້າ
ຄົນທີ່ພົວພັນກັບຄະດີດັ່ງກ່າວໄປປາກົດໂຕໃນວັນທີ 8 ເດືອນ
ໜ້ານີ້.
ລັດຖະບານໄດ້ຂາຍບໍ່ຖ່ານຫີນທີ່ແບ່ງອອກເປັນຕອນໆຫຼາຍ
ກວ່າ 200 ຕອນໃນເວລາທີ່ທ່ານເປັນນາຍົກລັດຖະມົນຕີແຕ່
ຜູ້ກວດກາບັນຊີແຫ່ງຊາດຂອງອິນເດຍ ກ່າວວ່າ ໃນປີ2012 ນັ້ນ ໄດ້ມີການມອບສຳປະ ທານໃຫ້ ໂດຍປາດສະຈາກການປະມູນລາຄາ ຂອງລັດຖະບານ ທີ່ໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ລັດຖະບານ ຫລາຍພັນລ້ານໂດລາ. ສານສູງສຸດໃນປີກາຍນີ້ ໄດ້ຕັດສິນວ່າ
ຂັ້ນຕອນດັ່ງກ່າວແມ່ນຜິດກົດໝາຍ.
ການກ່າວຫາຕ່າງໆເປັນພາກສ່ວນນຶ່ງ ຂອງຂໍ້ກ່າວຫາສໍ້ລາດບັງຫລວງທີ່ພົວພັນກັບລັດ
ຖະບານພາຍໃຕ້ການນຳພາຂອງພັກຄອງແກຣັສໃນເວລາທີ່ທ່ານ Singh ເປັນນາຍົກ
ລັດຖະມົນຕີ ຊຶ່ງຮວມທັງລາຍງານຂອງບັນດາຜູ້ກວດກາບັນຊີທີ່ແຈ້ງໃຫ້ຊາບກ່ຽວກັບ
ການຂາດທຶນ 40 ພັນລ້ານໂດລາ ຈາກການຂາຍໃບອະນຸຍາດ ໂທລະສັບມືຖື ແລະການ
ຮັບສິນບົນທີ່ມີຢ່າງແຜ່ກວ້າງໃນລະຫວ່າງການແຂ່ງຂັນກິລາຂອງກຸ່ມປະເທດເຄືອຈັກກະ
ພົບໃນ ປີ 2010.
ໂຄສົກຂອງພັກຄອງແກຣັສ ທ່ານ Manish Tewari ກ່າວວ່າ “ອະດີດລັດຖະບານ ບໍ່ມີ
ຫຍັງໝົດທີ່ປິດບັງ” ແລະວ່າເຂົາເຈົ້າປະຕິບັດທຸກຢ່າງດ້ວຍຄວາມແຈ້ງຂາວ.
ທ່ານ Singh ໄດ້ເປັນນາຍົກລັດຖະມົນຕີແຕ່ປີ 2004 ຈົນຮອດປີກາຍນີ້. ທ່ານ Narendra
Modi ຈາກພັກ Bharatiya Janata ໄດ້ເຂົ້າຮັບຕຳແໜ່ງ ແທນທ່ານ.
Your browser doesn’t support HTML5
India corruption