ເມືອງຫຼວງ ນິວ ເດລີ ຂອງອິນເດຍ ໄດ້ປະກາດຫ້າມ ບັນດາບໍລິສັດ
ທີ່ໃຫ້ບໍລິການລົດແທັກຊີ ້ ຜ່ານທາງ website ທັງໝົດ ຫຼັງຈາກທີ່
ແມ່ຍິງຄົນນຶ່ງໄດ້ກ່າວຫາຄົນຂັບລົດແທັກຊີ ຂອງບໍລິສັດ Uber
ທີ່ມີສຳນັກງານຢູ່ສະຫະລັດ ວ່າຂົ່ມຂືນນາງ.
ເຈົ້າໜ້າທີ່ໃນ New Delhi ໄດ້ປະກາດການຫ້າມ ບໍລິສັດ Uber
ບໍ່ໃຫ້ບໍລິການໃນວັນຈັນວານນີ້ ແລະໃນວັນອັງຄານມື້ນີ້ ໄດ້
ຂະຫຍາຍຄຳສັ່ງຫ້າມອອກໄປ ກວມເອົາພວກບໍລິສັດ taxi ອື່ນໆ
ທີ່ໃຫ້ການບໍລິການທາງເວັບໄຊ້ນຳ ຍົກເວັ້ນ ກຸ່ມ 6 ບໍລິສັດທີ່ໄດ້
ລົງທະບຽນ ໃຫ້ການບໍລິການທາງວິທະຍຸ.
ຜູ້ຕາງໜ້າ ບໍລິສັດ Uber ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ທາງບໍລິສັດ ຍັງບໍ່ທັນໄດ້ເຫັນຄຳສັ່ງ
ໃຫ້ຢຸດບໍລິການ ຢ່າງເປັນທາງການເທື່ອ ແລະວ່າຕົນຈະອອກຖະແຫຼງການໃນແລງ ມື້ນີ້.
ແມ່ຍິງທີ່ຖືກຂົ່ມຂືນ ຊຶ່ງເປັນພະນັກງານຂອງບໍລິສັດການເງິນ ໄດ້ກ່າວຫາຄົນຂັບແທັກຊີ້
ໄວ 32 ປີ ທ້າວ Shiv Kumar Yadav ວ່າຂົ່ມຂືນສຳເລົານາງ ໃນວັນສຸກແລ້ວນີ້ ຫຼັງຈາກທີ່ນາງໄດ້ນອນຫຼັບໄປ ໃນລົດແທັກຊີ້ຂອງລາວນັ້ນ.
ອິນເດຍຈັບຄົນຂັບແທັກຊີ້ ຂອງບໍລິສັດ Uber ຫຼັງມີ ການກ່າວຫາ ຂົ່ມຂືນຊຳເລົາ