ອິນເດຍແລະສະຫະລັດ ຮ່ວມກັນຕໍ່ສູ້ ພວກເຄືອຂ່າຍ ຫົວຮຸນແຮງຈັດ

  • ສິງ ບູຣົມມະວົງ

ທ່ານນາງ Hillary Rodham Clinton (ຊ້າຍ) ພວມຈະຈັບມືກັບທ່ານ S.M. Krishna ລັດຖະມົນຕີຕ່າງປະ ເທດອິນເດຍທີ່ກຸງນີວແດນລີ ວັນທີ 19 ກໍລະກົດ 2011.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ສະຫະລັດ​ແລະ​ອິນ​ເດຍຮ່ວມ​ສາມັກ​ຄີກັນ​ໃນ​ການ​ຕໍ່ສູ້​ກັບ​ພວກເຄືອ​ຂ່າຍຫົວ​ຮຸນ​ແຮງ​ຕ່າງໆ​ ​ແລະ​ວ່າ ສອງ​ປະ​ເທດ​ກໍາລັງ​ດໍາ​ເນີນງານ​ຮ່ວມ​ກັນ​ຫລາຍ​ຂຶ້ນ​ນັບ​ມື້ກ່ຽວ​ກັບ​ເລື້ອງ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ.

ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ນາງຄລິນ​ຕັນ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ກຸງນີວ​ແດນ​ລີ ນະຄອນ
ຫລວງ​ຂອງ​ອິນ​ເດຍ ​ໃນ​ຂະນະ​ທີ່​ທ່ານ​ນາງ​ເລີ້ມທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ 2
ມື້ ກັບ​ບັນດາ​ເຈົ້າ​ໜ້າ​ທີ່ອິນ​ເດຍທີ່​ມີ​ວັດຖຸ​ປະສົງ​ເພື່ອ​ສ້າງສາ​ຍພົວພັນ​ທາງ​ດ້ານ​ການ​ເມືອງ​
ແລະເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

ທ່ານ​ນາງຄລິນ​ຕັນ​ກ່າວ​ຕື່ມ​ວ່າ ຄວາມ​ສໍາຄັນ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ​
ຍິ່ງໄດ້​ຮັບ​ຄວາມ​ກະຈ່າງ​ແຈ້ງ​ຫລາຍຂຶ້ນຫລັງ​ຈາກການວາງ​ລະ​ເບີດ 3 ບັ້ນ​ໃນ​ສັບປະດາ​ຜ່ານ​
ມາ​ໃນ​ນະຄອນ​ Mumbai ສູນ​ກາງ​ການ​ເງິນ​ຂອງ​ອິນ​ເດຍ ຊຶ່ງ​ໄດ້ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ
19 ຄົນ​ແລະໄດ້​ຮັບບາດ​ເຈັບຕື່ມ​ອີກ​ຫລາຍ​ກວ່າ 130 ຄົນ.

ນອກ​ນັ້ນ​ທ່ານ​ນາງຄລິນ​ຕັນ​ຍັງ​ໄດ້​ກ່າວ​ເນ້ນ​ເຖິງ​ຄວາມ​ຕ້ອງການ​ໃຫ້​ມີສາຍ​ພົວພັນ​ດ້ານ​ການ
ເງິນ​ທີ່ເຂັ້ມ​ແຂງ​ຂຶ້ນ​ອີກ ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ເປີດ​ຕະຫລາດ​ເສລີ​ຫລາຍ​ຂຶ້ນ​ແລະ​ເພີ່ມ​ການ
ຂາຍ​ອາວຸດ​ຂອງ​ສະຫະລັດ​ໃຫ້​ແກ່​ອິນ​ເດຍຫລາຍ​ຂຶ້ນ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ຕ້ອງການ​ແກ້​ໄຂ​ເລື້ອງ​ຕ່າງໆ ທີ່​ພົວພັນ​ກັບ​ຂໍ້​ຕົກ​ລົງ
ວ່າ​ດ້ວຍ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນທາງ​ດ້ານ​ນີວ​ເຄລຍທີ່​ໃຊ້ທາງ​ດ້ານພົນລະ​ເຮືອນ ຊຶ່ງ​ສາມາດ​
ເປີດ​ໂອກາດ​ທາງ​ດ້ານ​ທຸລະ​ກິດ​ສໍາລັບ​ພວກ​ບໍລິສັດ​ພະລັງ​ນີວ​ເຄລຍຂອງ​ສະຫະລັດ​ທີ່​ອິນ​ເດຍ

ນັ້ນ.

ໃນ​ວັນ​ອັງຄານ​ມື້​ນີ້ ທ່ານ​ນາງຄລິນ​ຕັນ​ໄດ້​ພົບ​ປະ​ກັບ​ທ່ານ Shivshankar Menon ທີ່​ປຶກ
ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ອິນ​ເດຍ ​ແລະມີ​ໝາຍ​ກໍານົດ​ທີ່​ຈະ​ທໍາ​ການ​ພົບ​ປະ​ຫາ
ລື​ກັບພວກ​ເຈົ້າໜ້າ​ທີ່​ຂັ້ນອາວຸ​ໂສ​ຄົນ​ອື່ນໆ ຮວມທັງ​ນາຍົກລັດຖະມົນຕີ Manmohan
Singh ແລະ​ທ່ານ​ນາງ Sonia Ghandi ຫົວໜ້າ​ພັກ Congress ຂອງ​ອິນ​ເດຍນໍາ.