ຕໍາຫຼວດອິນເດຍ ປາບປາມ ຊາວທິເບດ ໃນກຸງນີວເດລລີ

  • ສິງ ບູຣົມມະວົງ

ຕໍາຫຼວດອິນເດຍຈັບກຸມຊາວທິເບດຄົນນຶ່ງທີ່ລີ້ໄພໃນອິນເດຍ ທີ່ເຂົ້າ ຮ່ວມໃນການປະທ້ວງ ທີ່ຜິດກົດໝາຍ ຕໍ່ການຢ້ຽມຢາມຂອງທ່ານຫູ ຈິນເຖົາ ປະທານປະເທດຈີນ. ວັນທີ 28 ມີນາ 2012.



















ມີ​ລາຍ​ງານ​ວ່າ ຕໍາຫຼວດ​ໃນ​ກຸງ​ນີວ​ເດ​ນລີ ພວມທຳ​ການ​ປາບ​ປາມ​ຊາວທີ​ເບ​ດ​ໃນ​ນະຄອນ
ຫຼວງຂອງ​ອິນ​ເດຍຫຼັງ​ຈາກ​ຊາວ​ທິ​ເບ​ດຄົນ​ນຶ່ງທີ່ລີ້​ໄພ​ ​ເອົາ​ໄຟຈູດ​ເຜົາ​ໂຕ​ເອງ​ໃນ​ສັບປະດາ​ນີ້
ເພື່ອປະ​ທ້ວງຕໍ່ການ​ຢ້ຽມຢາມອີນ​ເດຍທີ່​ໄດ້​ວາງ​ກໍານົດ​ໄວ້​ຂອງ​ປະທານ​ປະ​ເທດ​ຈີນທ່ານ​ຫູ
ຈິນ​ເຖົາ​ ນັ້ນ.

ສື່​ມວນ​ຊົນ​ອິນ​ເດຍກ່າວ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ທິ​ເບ​ດຫຼາຍຮ້ອຍ​ຄົນຖືກ​ຈັບ​ກຸມ ຫຼື​ບໍ່​ກໍ
ຖືກກັກ​ໃຫ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ ໃນ​ວັນ​ອັງຄານ​ວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງ​
ຂອງ​ການ​ເອົາ​ມາດ​ຕະການ​ປ້ອງກັນ ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ການ​ພະຍາ
ຍາມ​ເອົາ​ໄຟ​ເຜົາ​ໂຕເອງ​ຕື່ມອີກນັ້ນ.

ໜັງສືພິມ The Hindustan Times ກ່າວ​ວ່າ ຕໍາຫຼວດ​ໄດ້​ສັ່ງ​ໃຫ້ກັກໂຕ​ພວກ​ຊາວ​ທິ
ເບ​ດທັງ​ໝົດ​ໃຫ້ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ​ຂອງ​ເຂົາເຈົ້າ​ຈົນ​ຮອດ​ວັນ​ທີ 31 ​ເດືອນ​ມີນາ​ນີ້
ໃນ​ເມື່ອ​ວ່າ ມີ​ຊາວ​ທິ​ເບ​ດຫຼາຍຄົນ​ບໍ່​ເອົາ​ຫົວຊາ​ນໍາ​ການ​ເກືອດ​ຫ້າມ​ຂອງ​ລັດຖະບານ
ເພື່ອ​ບໍ່​ໃຫ້​ທໍາການ​ປະ​ທ້ວງ​ນັ້ນ.

ທ່ານ Tenzin Tsundue ນັກ​ຂຽນ​ແລະ​ນັກ​ເຄື່ອນ​ໄຫວ​ຊາວ​ທິ​ເບ​ດທີ່​ມີ​ຊື່​ສຽງໄດ້​ຖືກ
ຈັບ​ກຸມ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມສໍາ​ມະ​ນາ​ທາງ​ວິຊາ​ການ
ກ່ຽວ​ກັບ​ອິນ​ເດຍ​ແລະ​ທິ​ເບ​ດນັ້ນ. ພວກ​ນັກສຶກສາ​ຫຼາຍ​ຮ້ອຍ​ຄົນ ​ໃນ​ຫໍ​ພັກ​ຂອງ​ຍຸວະ
ຊົນ​ແຫ່ງ​ນຶ່ງ​ໃນ​ກຸງ​ນີວ​ເດນ​ລີກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຖື​ກ​ເກືອດ​ຫ້າມ​ບໍ່​ໃຫ້​ອອກ​ຈາກ​ຫໍ​
ພັກເພື່ອ​ໄປສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ນັ້ນ.

ໃນ​ບາງ​ກໍລະນີພວກ​ສະມາຊິກ​ຂອງ​ສື່​ມວນ​ຊົນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ທໍາການພົບ​ປະກັນ
ກັບ​ພວກທີ່​ຖືກ​ກັກ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນຂອງ​ເຂົາ​ເຈົ້າ​ນັ້ນ.

ການ​ປາບ​ປາມ​ດັ່ງກ່າວ​ມີ​ຂຶ້ນຫຼັງ​ຈາກ​ນາຍ Jamphel Yeshi ​ໄວ 27 ປີ ທີ່​ເປັນ​ຄົນ
ທິ​ເບ​ດ​ໄດ້​ເອົາ​ໄຟ​ຈູດ​ເຜົາ​ໂຕ​ເອງ​ໃນ​ລະຫວ່າງ​ທໍາ​ການປະ​ທ້ວງ​ຕໍ່ຕ້ານ​ຈີນ​ໃນ​ວັນ​ຈັນ
ສັບປະດາ​ນີ້. ຜູ້ກ່ຽວ​ໄດ້​ຖືກ​ນໍາ​ໂຕ​ໄປ​ໂຮງໝໍ​ເພື່ອ​ປົວ​ບາດ​ແຜ​ໄຟ​ໄໝ້​ຕົນ​ໂຕ 98 ສ່ວ
ນ​ຮ້ອຍ​ນັ້ນ. ບັນດານັກ​ເຄື່ອນ​ໄຫວ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ນາຍ Yeshi ​ໄດ້​ເສຍ​ຊີ
ວິດໄປ​ແລ້ວ​ຍ້ອນ​ທົນ​ຕໍ່​ບາດ​ແຜ​ໄຟ​ໄໝ້​ຕົນ​ໂຕ​ນັ້ນບໍ່​ໄດ້.

ປະທານ​ປະ​ເທດ​ຈີນ ທ່ານ​ຫູ​ຈິນ​ເຖົາ​ກໍານົດ​ຈະ​ເດີນທາງ​ໄປ​ຮອດ​ອິນ​ເດຍ​ໃນ​ແລງ
ວັນ​ພຸດ​ມື້​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ທີ່​ເອີ້ນວ່າ BRICS ທີ່​ປະ
ກອບ​ດ້ວຍ ບຣາຊີ​ລ ຣັດ​ເຊຍ ອິນ​ເດຍ ຈີນ​ແລະ​ອາ​ຟຣິກາ​ໃຕ້.