ອິນເດຍ ດຶງດູດ ເອົານັກທ່ອງທ່ຽວໄປຊົມ ພຸດທະສະຖານ ທີ່ສໍາຄັນໆ

ກຸ່ມສິນລະປິນພື້ນເມືອງອິນເດຍ ຈາກລັດ Orissa ທາງພາກ ຕາເວັນອອກຂອງອິນເດຍ ສະແດງຟ້ອນໃຫ້ຄົນເບິ່ງ ໃນງານເທດສະການ ການເດີນທາງແລະທ່ອງທ່ຽວ ທີ່ເມືອງ Kolkata, ວັນທີ 13 ກໍລະກົດ 2012.

ອິນເດຍກໍາລັງ​ເຈາະຄວາມສາມາດບົ່ມຊ້ອນ
ຂອງມໍລະດົກດ້ານພຸດທະສາສະໜາທີ່ຮັ່ງມີຂອງຕົນ ​ເພື່ອດຶງ​
ດູດເອົາພວກນັກທ່ອງທ່ຽວຫຼາຍຂຶ້ນ ຈາກບັນດາປະເທດໃນ
ຂົງເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້.
ຜູ້ສື່ຂ່າວວີໂອເອ Anjana Pasricha ລາຍງານຈາກ New
Delhi ວ່າ ສາສະໜາພຸດມີຕົ້ນກໍາເນີດຢູ່ອິນເດຍ ແຕ່ກັບ​
ໄປໄດ້ຮັບຄວາມນິຍົມຢູ່ໃນປະເທດອື່ນໆໃນຂົງເຂດເອເຊຍ
ຫຼາຍກວ່າຢູ່ໃນອິນເດຍ.


ຈາກສະຖານີລົດໄຟ ​ແຫ່ງ​ນຶ່ງ​ໃນນະຄອນຫຼວງ New Delhi
ຂະບວນລົດດ່ວນຫລູຫລາ Mahaparinirvan Express ​
ໄດ້​ເລີ່​ມອອກ​ເດີນທາງ​ ເພື່ອນໍານັກທ່ອງທ່ຽວໄປທ່ຽວຊົມ​ອິນ​ເດຍ ເປັນເວລາ 8 ມື້ ຜ່ານ
ສາມລັດ ອັນ​ມີລັດ Bihar, Uttar Predesh ແລະ Orissa

ບັນດາຜູ້ໂດຍສານຢູ່ເທິງລົດໄຟຂະບວນຫລູຫຼາດັ່ງກ່າວ ແມ່ນມີໂຮມທັງນັກທ່ອງທ່ຽວ
ກຸ່ມນຶ່ງຈາກໄທ ທີ່ຖືກຄໍານັບຮັບຕ້ອນດ້ວຍພວງມາໄລແລະສຽງດົນຕີ. ໃນຕອນກາງເວັນ
ລົດໄຟຈະຢຸດແວ່ສະຖານທີ່ສັກສິດທີ່ສຸດບາງແຫ່ງ ຂອງສາສະໜາພຸດ ເຊັ່ນ ໂພຄະຍາ
(Bodh Gaya) ບ່ອນພະພຸດທະເຈົ້າຊົງຕັດສະຮູ້ ເມືອງ Sarnath ບ່ອນທີ່ພະອົງຊົງ
ສະແດງທໍາມະເທດສະໜາເທື່ອທໍາອິດ, ​ເມືອງພະລານະສີ ບ່ອນທີ່ພະອົງຊົງໃຫ້ຄໍາສັ່ງ
ສອນ ແລະເມືອງ ກຸສິນາຄາ ບ່ອນທີ່ພະອົງຊົງປະລິນິບພານ.

ມີບາງຄັ້ງທີ່ຂະບວນລົດໄຟຕ້ອງຊັກຊ້າລົງ ຍ້ອນສະພາບໝອກໜາແໜ້ນ ຍາມລະດູ
ໜາວ ແຕ່ນັກທ່ອງທ່ຽວຈາກໄທ ກໍເວົ້າວ່າ ພວກເຂົາເຈົ້າຮູ້ສຶກພໍໃຈຫລາຍ ທີ່ໄດ້ມາເຫັນ
ສະຖານທີ່ສັກສິດເຫຼົ່ານີ້.

“ພຽງແຕ່ໄດ້​ມາຂາບໄຫວ້ສີ່ແຫ່ງ​ເຫຼົ່ານັ້ນອັນເປັນພຸດທະສະຖານທີ່ສໍາຄັນທີ່ສຸດ ຂ້າພະເຈົ້າກໍເບີກບານໃຈຫຼາຍ​ແລ້ວ. ພວກ​ເຮົາໄປ​ບໍ່​ຮອດບາງບ່ອນ ແຕ່ພວກ ເຮົາກໍມ່ວນຫລາຍ ຢູ່ທີ່ລັດ Orissa. ມັນໜ້າອັດສະຈັນແທ້ໆ ພວກເຮົາຢາກ
ກັບມາທ່ຽວອີກ ມື້ໃດມື້ນຶ່ງ.”


ພະພຸດທະເຈົ້າຊົງເລີ່ມສັ່ງສອນ ​ຫຼັກທໍາຂອງ​ສາສະໜາພຸດ ຢູ່ໃນອິນເດຍ ​ເມື່ອດົນກວ່າ
2,500 ປີກ່ອນ. ດ້ວຍເຫດນີ້ ພຸດທະສະຖານທີ່ສັກສິດ ທີ່ສຸດ ບາງແຫ່ງ ​ເຊ່ນສະຖານທີ່ ບ່ອນພະພຸດທະເຈົ້າຊົງພໍານັກຢູ່ ແລະ ສະແດງທໍາມະຕ່າງໆ ຈຶ່ງຕັ້ງຢູ່ໃນອິນເດຍ ເຖິງ ແມ່ນວ່າສາສະໜາພຸດ​ໄດ້ຖືກນໍາອອກໄປເຜີຍແຜ່ ແລະໄດ້ຮັບຄວາມນິຍົມຫຼາຍກວ່າຢູ່ ແຫ່ງອື່ນໆ ໃນຂົງເຂດເອເຊຍກໍຕາມ.

ສະຖານທີ່ສັກສິດຫຼາຍໆແຫ່ງ ແມ່ນຕັ້ງຢາຍກັນຢູ່​ໃນ​ພວກລັດ ທີ່ທຸກຈົນທີ່ສຸດຂອງອິນ
ເດຍ ທີ່ບໍ່ສາມາດເຂົ້າໄປທ່ຽວຊົມໄດ້ງ່າຍໆ ​ເປັນ​ເວລາຫຼາຍສິບປີ. ສະ​ນັ້ນ ຈຶ່ງປາກົດວ່າ
ມີແຕ່​ພວກນັກທ່ອງທ່ຽວ ທີ່ມີສັດທາແຮງກ້າໃນສາສະໜາທີ່ສຸດເທົ່ານັ້ນທີ່ພາກັນດັ້ນດົ້ນ
ໄປໃຫ້ເຖິງສະຖານທີ່​ເຫຼົ່ານັ້ນ ຜົນ​ກໍ​ຄືບໍ່ມີນັກທ່ອງທ່ຽວຕ່າງປະເທດ​ໄປ ຫຼາຍປານໃດ.

ແຕ່ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ອິນເດຍໄດ້ພະຍາຍາມດຶງດູດເອົານັກທ່ອງຈາກ
ປະເທດຕ່າງໆ ທີ່ມີປະຊາກອນຊາວພຸດຈໍານວນຫຼວງຫຼາຍ ເຊັ່ນ ຍີ່ປຸ່ນ ແລະ ໄທ ແລະ
ພັດທະນາໃນສີ່ງທີ່ຕົນເອີ້ນວ່າ ການທ່ອງທ່ຽວແຫ່ງຈິດວິນຍານ.

ພະພຸດທະຮູບໃຫຍ່ ທີ່ໂພຄະຍາ ບ່ອນຕັດສະຮູ້ຂອງພະພຸດທະເຈົ້າ ທີ່ອິນເດຍ


​ເພື່ອ​ເປົ້າ​ໝາຍດັ່ງກ່າວນີ້ ອິນເດຍໄດ້ເຊື່ອມໂຍງ
ສະຖານມໍລະດົກຕ່າງໆ ຂອງສາສະໜາພຸດໃສ່​ກັນ
ຜ່ານຕາໜ່າງລົດໄຟ ທີ່​ເປັນ​ເສ້ນ​ທາງ​ແລ່ນ​ຂອງຂະ
ບວນລົດດ່ວນຫລູຫຼາ Mahaparinivirvan Express
ນັ້ນ. ນອກນີ້ແລ້ວ ອິນເດຍຍັງພະຍາຍາມຈະປັບປຸງ
ໂຄງລ່າງພື້ນຖານອື່ນໆ ເຊັ່ນທາງ​ຫຼວງແລະສະໜາມ
ບິນ ສໍາລັບພວກນັກທ່ອງທ່ຽວທີ່ຢາກວາງແຜນການ
ທ່ອງທ່ຽວ ຂອງເຂົາເຈົ້າເອງນັ້ນ.

ທ່ານ Subhash Goyal ຫົວໜ້າສະມາຄົມຜູ້​ປະກອບ
​ການທ່ອງທ່ຽວຂອງອິນເດຍ ເວົ້າວ່າ ຂັ້ນ​ຕອນ​ແມ່ນໄດ້ເລີ່ມຂຶ້ນແລ້ວ ແຕ່ກໍຍັງມີຫຼາຍ
ຢ່າງ ທີ່ຕ້ອງກະທໍາເພື່ອປັບປຸງ ໃຫ້ດີຂຶ້ນ.

ທ່ານ ໂກຢາລ ເວົ້າວ່າ: “ຢູ່ໃນຫຼາຍໆ​ເຂດ ​ແມ່ນ​ຈະ​ຕ້ອງ​ມີ​ການ​ກໍ່ສ້າງໂຮງແຮມ
ແລະອື່ນໆ. ທີສອງກໍແມ່ນເລຶ່ອງການເຊື່ອມໂຍງຕໍ່ກັນຂອງຖະໜົນຫົນທາງ ແລະກໍຕ້ອງມີການ​ເຊື່ອມ​ໂຍງທາງອາກາດລະຫວ່າງສະຖານທີ່​ຕ່າງໆເຫຼົ່ານັ້ນ ​
ໂດຍ​ທາງເຮືອບິນນ້ອຍໆ ຫຼືເຮລິຄອບເຕີ.
ຖ້າຫາກສິ່ງອໍານວຍຄວາມສະດວກ
ຕ່າງໆ ໂຮມທັງໂຄງລ່າງພື້ນຖານຖືກປັບປຸງໄດ້ດີຂຶ້ນແລ້ວ ຂ້າພະເຈົ້າກໍແນ່​ໃຈ
ວ່າ ເຮົາຈະສາມາດດຶງດູດເອົານັກທ່ອງທ່ຽວໄດ້ ເຖິງສອງຫາສາມລ້ານໄດ້ ສະເພາະແຕ່ກຸ່ມນັກທ່ອງທ່ຽວຊາວພຸດ ເຂົ້າມາອິນເດຍເທົ່ານັ້ນ.”


ລັດຖະບານອິນເດຍຮູ້ດີວ່າ ຈະຕ້ອງມີການລົງທຶນຫຼາຍຂຶ້ນ​ເຂົ້າ​ໃສ່ການພັດທະນາປັບ
ປຸງ ໃນສິ່ງທີ່ຕົນເອີ້ນວ່າ ວົງຈອນສາສະໜາພຸດນັ້ນ.

ທ່ານ K. Cheeranjivi ລັດຖະມົນຕີກະຊວງທ່ອງທ່ຽວ ທີ່ເດີນທາງໄປຢ້ຽມຢາມຍີ່ປຸ່ນ ເມື່ອບໍ່ດົນມານີ້ ເວົ້າວ່າ ອິນເດຍຕ້ອງການ​ບ່ອນ​ພັກ​ພາ​ອາ​ໄສ ​ທີ່​ມີຄຸນນະພາບດີຂຶ້ນ
​ແລະ​ລາຄາ​ຍ່ອມ​ເຍົາ​ຂຶ້ນ ຢູ່ໃກ້ໆກັບພຸດທະສະຖານທີ່ມີຊື່ສຽງທີ່ສຸດນັ້ນ ແລະຮຽກຮ້ອງ
ໃຫ້ຍີ່ປຸ່ນຊ່ວຍລົງທຶນເຂົ້າໃສ່ ໃນພາກສ່ວນການຮອງຮັບດັ່ງກ່າວ.

ບໍ່ແມ່ນແຕ່ອິນເດຍເທົ່ານັ້ນ ທີ່ຫວັງວ່າຈະດຶງດູດເອົານັກທ່ອງທ່ຽວຊາວພຸດ. ບັນດາຜູ້ ໂດຍສານຢູ່ໃນຂະບວນລົດດ່ວນຂອງຊາວພຸດສະແຫວງບຸນດັ່ງກ່າວ ໄດ້ຖືກ​ພາ​ຂຶ້ນ​ລົດ​
ຕູ້ ຂີ່ຂ້າມຊາຍແດນອິນເດຍ ໄປຍັງເມືອງລຸມພິນີ ເມືອງນ້ອຍໆ ທີ່​ເປັນບ່ອນປະສູດຂອງ
ພະພຸດທະເຈົ້າໂຄຕະມະ ຢູ່ໃນ ປະເທດເນປາລ.

ເມືອງລຸມພິນີໄດ້ຖືກຊ່ອມແປງ ປັບປຸງມາໄດ້ຫຼາຍປີ ເພື່ອສະໜອງບ່ອນ​ພັກ​ແລະ​ສິ່ງອໍາ
ນວຍ​ຄວາມ​ສະດວກ​ຕ່າງໆໃຫ້ແກ່ພວກນັກທ່ອງທ່ຽວ. ທ່ານ Sharad Pradhan ປະຈໍາສະພາ​ຄຸ້ມ​ຄອງການທ່ອງທ່ຽວຂອງເນປາລ ເວົ້າວ່າ ເທົ່າເຖິງປັດຈຸບັນ ພວກນັກ ທ່ອງທ່ຽວຈາກຕ່າງປະເທດສ່ວນ​ໃຫຍ່ ແມ່ນພາກັນມາທາງອິນເດຍ ແຕ່ເນປາລກໍຫວັງ
ວ່າ ຈະປ່ຽນແປງເລຶ່ອງນີ້.

ທ່ານ ປຣະທານ ເວົ້າວ່າ: “ພວກເຮົາຍັງມີນັກທ່ອງທ່ຽວຫຼາຍໆຄົນ ມາຈາກສີລັງ
ການໍາ. ຈາກໄທກໍ​ມີ​ຫຼາຍ ຍີ່ປຸ່ນນໍາ. ​ເວລານີ້ ລັດຖະບານເນປາລກໍກໍາລັງສ້າງ ສະໜາມບິນຢູ່​ເມືອງລຸມພິນີ ຊຶ່ງຈະສ້າງສໍາເລັດພາຍໃນສອງ
ປີ. ສະນັ້ນ ບັນດາ
ນັກທ່ອງທ່ຽວກໍຈະພາກັນເດີນທາງໂດຍກົງ ມາລົງລຸມພິນີບາດດຽວໂລກ.”


ໃນອິນເດຍ ຫຼາຍໆລັດທີ່ອຸດົມໄປດ້ວຍມູນ​ເຊື້ອມໍລະດົກຂອງສາສະໜາພຸດ ແມ່ນເລີ່ມ ໄດ້ຮັບລາຍໄດ້ຈາກພວກນັກທ່ອງທ່ຽວຊາວພຸດ​ແລ້ວ. ເມື່ອນຶ່ງທົດສະວັດກ່ອນ​ນີ້ ​ເກືອບ​
ວ່າບໍ່ມີນັກທ່ອງທ່ຽວຕ່າງຊາດໄປທ່ຽວໃນລັດ Bihar ນັ້ນ​ເລີຍ. Bihar ເປັນລັດທີ່ທຸກ
ຈົນ ແລະດ້ອຍພັດທະນາທີ່ສຸດຂອງອິນເດຍ ແຕ່ກໍມີພຸດທະສະຖານສໍາຄັນ ຫຼາຍແຫ່ງ
ຕັ້ງຢູ່ ທີ່ນັ້ນ. ມາ​ບັດ​ນີ້ ລັດດັ່ງກ່າວໄດ້ຕ້ອນຮັບພວກນັກທ່ອງທ່ຽວຊາວຕ່າງຊາດ ເກືອບ
ຫ້າແສນຄົນ.