ເກືອບ 30 ຄົນ ຢຽບກັນຕາຍ ຢູ່ແຄມແມ່ນຳ້ Godavari ໃນ ອິນເດຍ

ບັນດາຜູ້ສະແຫວງບຸນ ພາກັນລໍຖ້າຢູ່ແຄມແມ່ນຳ້ Godavari ໃນປະເທດອິນເດຍ.

ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ເດ​ຍ ກ່າວ​ວ່າ ຢ່າງ​ໜ້ອຍ 27 ຄົນ ​ໄດ້​ເສຍ
ຊີວິດ ຫລັງ ຈາກໄດ້ຢຽບ​ກັນ​ຕາຍ​ຢູ່ແຄມ​ແມ່​ນໍ້າ ແຫ່ງນຶ່ງ ບ່ອນ​
ທີ່​ພວກ​ສະ​ແຫວ​ງບຸນ​ໄດ້​ເຕົ້າ​ໂຮມ​ກັນ ​ເພື່ອ​ສະຫລອງ​ບຸນອາບ
​ນໍ້າ ​ ທາງ​ສາສະໜາຣິນດູ.

ການ​ຢຽບ​ກັນ​ຕາຍໄດ້​ເກີດ​ຂື້ນ​ໃນ​ວັນ​ອັງຄານມື້​ນີ້ ຢູ່​ລັດ​ ​Andhr
Pradesh ໃນພາກ​ໃຕ້ຂອງອິນເດຍ ໃນ​ຂະນະ​ທີ່​ຫລາຍ​ສິບ​ພັນ
​ຄົນພາກັນ​ຮີ​ບຮ້ອນ​ລົງ​ໄປ​ອາບ​ນຳ້ ​ຢູ່ໃນແມ່ນໍ້າ Godavari.
ຫລາຍ​ກວ່າ​ຊາວຄົນ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ຢຽບກັນໃນຄັ້ງນີ້.

ນາຍົກລັດຖະມົນຕີ Narendra Modi ​ໄດ້​ອອກ​ຖະ​ແຫລງການ ​
ຜ່ານທາງບັນຊີ Twitterຂອງ​ທ່ານ​ວ່າ ທ່ານ “ມີ​ຄວາມ​ເຈັບ​ປວດ​ຢ່າງ​ເລິກ​ເຊິ່ງ” ຈາກໂສກ​ນາດຕະກຳດັ່ງກ່າວ. ຫົວໜ້າ​ລັດຖະບານຂອງລັດ Andra Pradesh ກ່າວ​ວ່າ ລັດຖະບານ​ຈະມອບເງິນຈຳນວນ 15,570 ​ໂດ​ລາ ​ເປັນເງິນຊົດເຊີຍຄວາມເສຍ​ຫາຍໃຫ້​ແກ່ບັນດາ​ຜູ້​ເຄາະ​ຮ້າຍ.

ວັນ​ອັງ​ຄານ​ມື້​ນີ້ ​ເປັນ​ຂີດ​ໝາຍ​ໃນການ​ເລີ້ມສະຫຼອງບຸນ Maha Pushkaralu ​ເວລາ
ຫລາຍສິບ​ລ້ານ​ຄົນ​ຄາດ​ວ່າ ຈະ​ໄປ​ສ​ະ​ແຫວ​ງບຸນ​ ຢູ່​ທີ່ແມ່​ນໍ້າ Godavari ​ເພື່ອ​ສູດ​ມົນ​ໃນ
12 ມື້​ຂ້າງ​ໜ້າ​ນີ້.

ການ​ຢຽບ​ກັນຕາຍ ມັກ​ເກີດ​ຂື້ນຢູ່​ເລື້ອຍໆ​ໃນ​ອິນ​ເດຍ ລະຫວ່າ​ງການສະ​ຫລອງ​ບຸນ​ທາງ​
ສາສະໜາ ບ່ອນ​ທີ່​ຝູງຊົນເປັນຈຳນວນຫລາຍ​ລ້ານ​ຄົນ ​ໄປເຕົ້າ​ໂຮມ​ກັນ​ຢູ່ໃນ​ເຂດ​ນ້ອຍໆ
ແລະ​ສ້າງ​ຄວາມ​ຫຍຸ້ງຍາກລຳບາກໃຫ້​ແກ່ພວກເຈົ້າໜ້າທີ່ຮັກສາ​ຄວາມ​ປອດ​ໄພ.

Your browser doesn’t support HTML5

India Stampede