ອິນເດຍ ແລະ ສຣີລັງກາ ເຊັນຂໍ້ຕົກລົງ ຄວາມປອດໄພ ດ້ານນິວເຄລຍ

ປະທານາທິບໍດີ ສຣີລັງກາ ທ່ານ Maithripata Sirisena (ຂວາ) ແລະ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi (ຊ້າຍ)

ບັນດາ​ຜູ້ນຳ​ອິນ​ເດ​ຍ ​ແລະ​ສຣີລັງກາ ​ໄດ້​ເປີີດການເຈລະຈາໃນ
ຂອບເຂດທີ່​ກວ້າງຂວາງ ​ໃນ​ວັນ​ຈັນ​ວານ​ນີ້ ແນໃສ່ເພື່ອເສີມຂະ
ຫຍາຍຄວາມສຳພັນໃນດ້ານ​ຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ ​ເພີ້​ມ​ການ​
ຄ້າຂາຍ ​ແລະແກ້​ໄຂ​ບັນຫາ​ຂັດ​ແຍ້ງຕ່າງໆທີ່ມີມາ ເປັນເວລາດົນ
ນານ ລະຫວ່າງ​ປະ​ເທດ​ຂອງພວກ​ເຂົາ​ເຈົ້າ.

ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Narendra Modi ​ແລະ
ປະ​ທານາ​ທິບໍດີ ສຣີລັງກາ ທີຫາ​ກໍ່​ໄດ້ຮັບເລືອກໃໝ່ ທ່ານ Mai-
thripala Sirisena ​ໄດ້​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບຄວາມ​ປອດ​ໄພ
ນິວ​ເຄລຍ ​ໄດ້​ກ່າວຊົມເຊີຍ​ວ່າ “​ເປັນ​ໂອກາດ​ທີ່​ບໍ່​ເຄີຍມີ​ມາ
ກ່ອນ” ​ເພື່ອຍົກຄວາມສຳພັນໃຫ້ກ້າວຂຶ້ນສູ່ລະ​ດັບໃໝ່​ ແລະ
​ເພື່ອເປັນ ການຢືນຢັນຕໍ່ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະກັນ ​ລະຫວ່າງ​ເພື່ອນ​ບ້ານ.

ທ່ານ Modi ​ແລະ ທ່ານ Sirisena ​ໄດ້​ເຫັນພ້ອມນຳ​ກັນ ກ່ຽວກັບການນຳໃຊ້ ວິທີການ
“ຢ່າງ​ສ້າງສັນ ​ແລະມີ​ມະນຸດສະທຳ” ເພື່ອແກ້​ໄຂ​ບັນຫາ​ຕ່າງ​ໆກ່ຽວ​ກັບ​ຊາວ​ປະ​ມົງ​ຂອງ
ປະເທດທັງສອງ. ພວກຊາວ​ປະມົງ​ຈາກ​ທັງ​ສອງປະ​ເທດມັກ​ຈະ​ຖືກ​ຈັບ​ຢູ່​ເລື້ອຍ​ໃນ​ການ
ລະເມີດເຂດ​ນ່ານນຳ້ ຂອງ​ອີກຝ່າຍນຶ່ງ.

ທ່ານ Sirisena ​ໄດ້​ສະ​ແດງ​ຄວາມຫວັງ​ວ່າ ການ​ຟື້ນຟູມິດຕະພາບ​ຄືນ​ໃໝ່ ​ຈະ​ເປັນ​ຜົນ​ປະ​
ໂຫຍ​ດຕໍ່ທັງສອງຝ່າຍ ໃນການເສີມຂະຫຍາຍຄວາມສຳພັນທັງໃນ ລະດັບທ້ອງ​ຖິ່ນ ​ແລະ​
ສາກົນ.

ປະ​ເທດ​ທັງ​ສອງ​ຍັງໄດ້​ເຊັນ​ບັນ​ທຶກ​ຄວາມເຂົ້າໃຈ ໃນດ້ານ​ກະ​ເສດ​ຕະກຳ ການ​ຮ່ວມມືດ້ານ
​ເສດຖະກິດ ຄວາມສຳ​ພັນ​ດ້ານວັດທະນາ​ທຳ ​ແລະ​ຕິດ​ຕໍ່​ກິດຈະການ​ຕ່າງໆ.

ທ່ານ Sirisena ​ແລະພັນ​ລະ​ຍາ ທ່ານ​ນາງ Jayanthi Pushpa Kumari ​ໄດ້​ວາງ​ພວງ​
ມາລາ ທີ່​ອະນຸສາວ​ະລີ​ ຂອງທ່ານ Mahatma Gandhi ບິດາ ແຫ່ງສັນຕິພາບຂອງ
ອິນເດຍ.

ອິນເດຍ ແລະສຣີລັງກາ ເຊັນ ຂໍ້ຕົກລົງ ນິວເຄລຍ