ນາຍົກ ອິນເດຍ ກ່າວວ່າ ຕົນຈະ ສົ່ງຍານ ທີ່ມີຄົນຂັບ ຂຶ້ນສູ່ ອະວະກາດ ໃນປີ 2022

ຕຶກຫຼັງນຶ່ງທີ່ມີສາມສີ ສັນຍາລັກທຸງຊາດອິນເດຍ ກ່ອນການ ສະຫຼອງວັນເອກກະລາດອິນເດຍ ໃນເມືອງໂກລກາຕາ ປະເທດອິນເດຍ ວັນອັງຄານ ທີ 14 ສິງຫາ 2018.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ​ນາ​ເຣນດຣາ ​ໂມ​ດີ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານຈະ​
ເລີ້ມ​ໂຄງການສົ່ງມະນຸດຂຶ້ນສູ່ອະວະກາດເປັນ​ເທື່ອທຳ​ອິດ​ໃນ​ປີ 2022.

ທ່ານ​ໂມ​ດີ​ໄດ້​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ ຢູ່​ທີ່ຄ້າຍ​ປະວັດ​ສາດເຣດຝອດ ​ໃນ​ນະຄອນຫຼວງ
ນິວ​ເດ​ລີ ລະຫວ່າງ​ການ​ສະຫຼອງ​ຄົບຮອບ 71 ປີ ທີ່​ໄດ້​ຮັບເອກ​ກະລາດ ຈາກ​ອັງກິດ.

ທ່ານ​ໂມ​ດີ​ກ່າວ​ວ່າ ການສົ່ງມະນຸດດັ່ງກ່າວ ຈະ​ເຮັດ​ໃຫ້​ອິນ​ເດ​ຍ​ເປັນ​ປະ​ເທດ​ທີ​ສີ່ ທີ່​ຈະ​
ສົ່ງ​ນັກ​ບິນອະວະກາດ​ຕົນຂຶ້ນ​ສູ່​ວົງໂຄຈອນ ຫຼັງ​ຈາກຣັດ​ເຊຍ ສະຫະລັດ ​ແລະ​ຈີນ. ​ໂຄງ
ການ​ອະວະກາດຂອງອິນ​ເດຍ​ໄດ້ພັດທະນາຢ່າງ​ວ່ອງ​ໄວ​ໃນ​ບໍ່​ເທົ່​າ​ໃດ​ປີ​ທີ່​ຜ່ານ​ມາ ​ໂດຍ
ໄດ້​ປະສົບ​ຜົນສຳ​ເລັດໃນການ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ​ຂອງ​ດາວ​ພະ​ອັງຄານ ​ໃນ​
ປີ 2014.

ແມ່ຍິງຄົນນຶ່ງກຳລັງຂາຍເຄື່ອງລະລຶກ ວັນເອກກະລາດອິນເດຍ ທີ່ເມືອງລັກໂນ ວັນອັງຄານ ທີ 14 ສິງຫາ 2018.

​ທ່ານ​ໂມ​ດີ​ຍັງ​ໄດ້​ປະກາດເຖິງໂຄງການປະກັນ​ໄພ​ສຸຂະພາບ​ໃໝ່ ທີ່​ຈະໃຫ້ເງິນປະມານ
7,000 ​ໂດ​ລາ​ຕໍ່​ປີ ​ແກ່​ປະຊາຊົນ 500 ລ້ານ​ຄົນທີ່​ທຸກ​ຈົນ​ໃນ​ການຮັກສາ​ສຸຂະພາບ​ຂອງ
ເຂົາ​ເຈົ້າ.

ນາຍົກລັດຖະມົນຕີ ກ່າວວ່າ​ ເສດຖະກິດ​ອິນ​ເດຍ ​ໄດ້​ຫັນປ່ຽນ​ຈາກ ‘ການຫ​ລັບ​ນອນ” ​
ກ້າວເຂົ້າ​ເປັນມະຫາອຳນາດ​ໃນ​ໂລກ ​ເນື່ອງ​ຈາກ​ຈຳນວນການ​ລິ​ເລີ້ມນັບ​ແຕ່​ທ່ານໄດ້
ຖືກ​ເລືອກ​ເຂົ້າຮັບໜ້າທີ່ໃນ​ປີ 2014 ຮວມທັງ​ການ​ເກັບ​ພາສີ​ຮວມ ແຫ່ງ​ຊາດ ​ແລະ​ການ
​ລົ​ງທຶນ​ໃນດ້ານພື້ນຖານໂຄງລ່າງ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ