ພັກ BJP ທີ່ປົກຄອງອິນເດຍ ໃນຂະນະນີ້ ເສຍໄຊ ໃນການເລືອກຕັ້ງ ທ້ອງຖິ່ນ

ພັກ Aam Aadmi (ຄົນທຳມະດາ) ຜູ້ນຳ Arvind Kejriwal (ກາງ) ຍົກມືໃຫ້ພວກສະໜັບສະໜຸນທ່ານ ໃນ New Delhi, 10 ກຸມພາ, 2015.

ພັກ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້ຮັບໄຊ​ຊະ​ນະ​ຄັ້ງ​ສຳຄັນ
ໃນການເລືອກ​ຕັ້ງ​ທ້ອງ​ຖິ່ນຢູ່​ໃນ​ເຂດນະຄອນຫລວງຂອງ​ອິນ​ເດຍໂດຍໄດ້ສ້າງຄວາມພ່າຍແພ້ໃຫ້ ແກ່ພັກຂອງນາຍົກລັດ
ຖະມົນຕີ Narendra Modi.

ຄະນະ​ກຳມາທິການ​ເລືອກ​ຕັ້ງຂອງອິນ​ເດຍ ກ່າວວ່າ ພັກ Aam
Admi ​ໄດ້​ຊະ​ນະ 56 ບ່ອນ​ນັ່ງ ​ແລະມີຄະແນນນຳໜ້າອີກ 11
ບ່ອນນັ່ງໃນການ​ແຂ່ງຂັນ​ອື່ນ ​ເພື່ອ​ຍາດເອົາ 70 ບ່ອນ​ນັ່ງ ຢູ່ໃນສະພາ ​ໃນ​ນະຄອນ​ນິວເດ​ລີ.

ພັກ Bharatiya Janata ຂອງ​ທ່ານ Modi ​ໄດ້ຊະນະ​ພຽງ​ແຕ່​ສາມ​ບ່ອນ​ນັ່ງ​ ໃນການເສຍໄຊ​ເທຶຶ່ອທຳ​ອິດ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ເປັນ​ນາຍົກລັດຖະມົນຕີ​ ໃນ​ປີ​ແລ້ວ​ນີ້.

ທ່ານ​ກ່າ​ວວ່າ ທ່ານ​ໄດ້​ໂອ້ລົມທາງໂທລະສັບ​ໃນ​ວັນ​ອັງຄານ​ມື້​ນີ້​ກັບທ່ານ​ Arvind Kejriwal ຂອງພັກ Aam Admi’s ​ທີ່​ຈະ​ເປັນຫົວໜ້າລັດຖະມົນຕີ​ຄົນ​ໃໝ່ຂອງ ເຂດນິວເດລີ ​ແລະໃຫ້
ການ​ຄໍ້າປະກັນ​ຕໍ່ທ່ານ ທີ່ຈະໃຫ້ການສະໜັບສະໜູນ​ຢ່າງ​ເຕັມທີ່​ຈາກລັດຖະບານ​ກາງ.

ທ່ານ Kejriwal ​ໄດ້​ໂຄສະນາ​ຫາ​ສຽງ ກ່ຽວກັບນະໂຍບາຍຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ຊ່ວຍເຫຼືອ​ຊົນ​ຊັ້ນ​ກຳມະກອນ ດ້ວຍ​ການ​ຈ່າຍຄ່າພະລັງງານໃຫ້​ຕໍ່​າ ລົງນັ້ນ.