ນາຍົກລັດຖະມົນຕີ ອິນເດຍ ສັບຊ້ອນ ຄະນະລັດຖະບານ

ຄະນະລັດຖະມົນຕີໃໝ່ຂອງອິນເດຍ ສົນທະນາກັນ ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ຢູ່ນະຄອນຫລວງ ນິວ ແດລລີ, ວັນທີ 28 ຕຸລາ 2012.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Manmohan Singh ​ໄດ້
ສັບ​ຊ້ອນ ຄະນະ​ລັດຖະບານ​ຂອງ​ທ່ານ ​ໃນ​ວັນ​ອາທິດວານ​ນີ້
ໃນ​ຄວາມ​ພະຍາຍາມ ເພື່ອ​ປັບປຸງ​ພາບ​ພົດ​ຂອງ​ລັດຖະບານ
ຂອງ​ທ່ານ​ ກ່ອນໜ້າການ​ເລືອກຕັ້ງ​ທົ່ວ​ໄປ​ ໃນ​ປີ 2014.

ຄະນະ​ລັດຖະບານຊຸດ​ໃໝ່ ແມ່ນ​ມີ​ສະມາຊິກ​ທີ່​ເປັນ​ຄົນ​ໜຸ່ມ​
ຫລາຍ​ຂຶ້ນ ຫລັງ​ຈາກລັດຖະມົນຕີ​ອາວຸໂສ​ຫລາຍ​ທ່ານ​ ໄດ້
​ລາ​ອອກ​ ຊຶ່ງເປັນ​ການແປງ​ທາງເລື່ອນ​ຊັ້ນ ໃຫ້​ແກ່​ບັນດາ​ລັດ
ຖະມົນຕີ​ລຸ້ນໜຸ່ມທັງຫລາຍ.

​ການ​ປ່ຽນ​ແປງ​ດັ່ງກ່າວ​ນີ້ໄດ້​ມີ​ຂຶ້ນ​ ໃນ​ຂະນະ​ທີ່ພັກລັດຖະສະພາ
ຫລື​ Congress ​ຂອງທ່ານ Singh ພະຍາຍາມ​ຫາ​ສຽງ​ສະໜັບ
ສະໜູນ​ໃໝ່ທາງ​ການ​ເມືອງ. ​ໃນ​ເດືອນ​ແລ້ວ​ນີ້ ​ພັກ​ຂອງ​ທ່ານໄດ້​
ສູນເສຍ​ພັນ​ທະ​ມິດ​ທີ່​ສໍາຄັນ ຂອງ​ລັດຖະບານ​ປະສົມ​ໄປ ຫລັງ​ຈາກ​ໄດ້​ຮັບຮອງ​ເອົານະ​ໂຍ​
ບາຍເສດຖະກິດທີ່ບໍ່ໄດ້​ຮັບ​ຄວາມ​ນິຍົມ ສອງ​ຢ່າງ: ຄື ອະນຸ​ຍາດ ໃຫ້​ເຄືອ​ຂ່າຍຕະຫລາດ​ໃຫຍ່ ຫລື​ Supermaket ຂອງ​ຕ່າງປະ​ເທດ ມີ​ສາ​ຂາ​ຢູ່​ໃນອິນ​ເດຍ ​ແລະ​ການ​ຂື້ນ​ລາຄາ​ນໍ້າມັນກາ​ຊວນຢ່າງ​ຫລວງຫລາຍ​ ຊຶ່ງ​ໄດ້​ສົ່ງ​ຜົນ​ໃຫ້ລັດຖະບານ​ ​ກາຍ​ມາ​ເປັນພັກສຽງ ສ່ວນ​ນ້ອຍ​ຢູ່​ໃນ​ສະພາ​ໄປ.

ນອກຈາກ​ນັ້ນ​ແລ້​ວ ພັກ Congress ຍັງ​ໄດ້​ປະ​ເຊີນ​ກັບການ​ກ່າວ​ຫາ ຖານ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ໃຫຍ່ ​ໃນ​ໄລຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມາ. ລາຍ​ງານ​ກວດກາ​ລາຍ​ຮັບ​ລາຍ​ຈ່າຍແຫ່ງຊາດ
ສະບັບ​ນຶ່ງ​ ​ອ້າງ​ວ່າ ລັດຖະບານໄດ້ຂາຍ​ບໍ່ຖ່ານ​ຫີນ ​ໃຫ້​ແກ່​ບັນດາບໍລິ​ສັດເອກ​ກະ​ຊົນ ​ໂດຍບໍ່
​ມີ​ຄວາມ​ໂປ່​ງ​ໃສ ​ແລະ​ບໍ່ມີ​ການປະມູນແຂ່ງຂັນກັນ​ໃນລະຫວ່າງ​ປີ 2004 ​ແລະ 2009 ທີ່ເປັນ
​ເຫດ​ໃຫ້ລັດຖະບານເສຍລາຍ​ຮັບໄ​ປ ປະມານ 34 ພັນ​ລ້ານ​ໂດ​ລາ.