ລັດຖະມົນຕີປ້ອງກັນປະເທດອິນເດຍ ທ່ານເນີມາລາ ສິດທະຣາມານ ໃນວັນຈັນວານ
ນີ້ໄດ້ກ່າວຫາ ກຸ່ມຫົວຮຸນແຮງແຈສ-ໂມຮໍາເມັດປາກິສຖານ ທີ່ທຳການໂຈມຕີຄ້າຍທະ
ຫານ ໃນແຄວ້ນແຄັສເມຍອິນເດຍ ແລະປະກາດວ່າ “ປາກິສຖານ ຈະຮັບຜິດຊອບ ຕໍ່
ເຫດຮ້າຍໃນຄັ້ງນີ້.”
ການໂຈມຕີຕອນເຊົ້າມືດເມື່ອວັນເສົາຜ່ານມາ ໂດຍພວກຫົວຮຸນແຮງທີ່ີຕິດອາວຸດໜັກ
ໄດ້ເຮັດໃຫ້ທະຫານຫ້າຄົນ ພົນລະເຮືອນນຶ່ງຄົນ ແລະພວກຫົວຮຸນແຮງສາມຄົນ ເສັຍ
ຊີວິດ. ພວກແມ່ຍິງ ແລະເດັກນ້ອຍແມ່ນຮວມຢູ່ໃນ 10 ຄົນທີ່ໄດ້ຮັບບາດເຈັບ ທີ່ພວກ
ຫົວຮຸນແຮງໄດ້ເຂົ້າໄປພັກພາອາໄສຢູ່ໃນຄ້າຍດັ່ງກ່າວ.
ມັນເປັນການໂຈມຈີທີ່ຮ້າຍແຮງສຸດຂອງພວກຫົວຮຸນແຮງໃນຫລາຍເດືອນ ຢູ່ທີ່ແຄວ້ນ
ແຄັສເມຍ ແລະໄດ້ຂົ່ມຂູ່ເຮັດໃຫ້ເກີດຄວາມເຄັ່ງຕຶງລະຫວ່າງອິນເດຍແລະປາກິສຖານ
ທີ່ຄວາສຳພັນໄດ້ຊຸດໂຊມລົງສູ່ລະດັບຕໍ່າຢູ່ແລ້ວ.
ທ່ານສິດທະຣາມານ ໄດ້ຢ້ຽມຢາມຄ້າຍດັ່ງກ່າວໃນວັນຈັນວານນີ້ ຫລັງຈາກພວກທະ
ຫານຫຼາຍສິບຄົນ ໄດ້ຢຶດເອົາຄ້າຍນີ້ຄືນມາ ລຸນຫລັງທີ່ໄດ້ເກີດການສູ້ລົບເປັນເວລາ
ສອງມື້.
ທະຫານອີນເດຍຢູ່ໃນທ່າຕຽມ ໃນຂະນະທີ່ເຂົາເຈົ້າອ້ອມລ້ອມ ກອງບັນຊາການທະຫານ ທີ່ເປັນບ້ານເຮືອນພັກພາອາໄສ ທີ່ເຊື່ອວ່າພວກຫົວຮຸນແຮງ ຍຶດເອົາຢູ່ທີ່ນັ້ນ ວັນທີ 11 ກຸມພາ, 2018.
ມີການຖະແຫຼງ ຢູ່ກອງປະຊຸມນັກຂ່າວວ່າ ພວກກໍ່ການຮ້າຍທີ່ທຳການໂຈມໃນຕີຄັ້ງນີ້ໄດ້
ຄວບຄຸມໂດຍຜູ້ກຳກັບຢູ່ອີກຟາກນຶ່ງຂອງຊາຍແດນ ທີ່ລັດຖະມົນຕີປ້ອງກັນປະເທດອິນ
ເດຍກ່າວ “ປາກິສຖານ ກຳລັງຂະຫຍາຍການກໍ່ການຮ້າຍ ເຂົ້າສູ່ເຂດພາກໃຕ້ ຂອງ ເພີ
ປານຈານ ຫລືສາຍພູຫິມາໄລ ແລະໄດ້ລະເມີດການຢຸດຍິງ ເພື່ອຊ່ວຍໃນການແຊກຊຶມ.”
ການໂຈມຕີພວກຫົວຮຸນແຮງ ມັກເກີດຂຶ້ນຢູ່ບໍລິເວນຮ່ອມພູແຄັສເມຍ ແຕ່ການໂຈມຕີນີ້
ເກີດຂຶ້ນຢູ່ໃນເຂດຈໍາມູ ທີ່ຕັ້ງຢູ່ ທາງພາກໃຕ້ລົງມາ ແລະເປັນເຂດ ທີ່ຂ້ອນຂ້າງມີຄວາມ
ປອດໄພຈາກການກໍ່ຄວາມຮຸນແຮງ. ນິວເດລີໄດ້ກ່າວຫາປາກິສຖານມາເປັນເວລາເປັນ
ເວລາດົນນານແລ້ວ ໃນການຕິດອາວຸດ ແລະໃຫ້ການເຝິກແອບ ແກ່ພວກຫົວຮຸນແຮງ
ແລະຊ່ວຍເຂົາເຈົ້າ ຂ້າມຊາຍແດນ ເຂົ້າໄປສູ່ເແຄວ້ນແຄັສເມຍ ຂອງອິນເດຍເພື່ອທຳ
ການໂຈມຕີເປົ້າໝາຍຕ່າງໆຂອງອິນເດຍ ຊຶ່ງເປັນການກ່າວຫາ ທີ່ອິສລາມາບັດໄດ້ປະ
ຕິເສດ.
ຣາວອນປິນດີ ອິສລາມາບັດ ປາກິສຖານ ເສັ້ນຄວບຄຸມ ເຂດແຄສເມຍ.
ຢູ່ໃນຖະແຫລງການ ທີ່ນຳອອກເຜີຍແຜ່ ໃນວັນຈັນວານນີ້ ກ່ອນກອງປະຊຸມນັກຂ່າວ
ຂອງລັດຖະມົນຕີປ້ອງກັນປະເທດອິນເດຍ ກະຊວງປ້ອງກັນປະເທດປາກິສຖານ ໄດ້
ກ່າວຫາອິນເດຍວ່າ “ເຮັດຖະແຫລງການ ທີ່ບໍ່ມີຄວາມຮັບຜິດຊອບ ແລະກ່າວຫາທີ່ບໍ່
ມີມູນຄວາມຈິງ ກ່ອນການສືບສວນ ທີ່ເໝາະສົມໃດໆ ໃນເຫດຮ້າຍ ທີ່ໄດ້ເກີດຂື້ນ.”
ກະຊວງປ້ອງກັນປະເທດປາກິສຖານຍັງໄດ້ມີຮຽກຮ້ອງໃຫ້ປະຊາຄົມສາກົນຊັກຊວນ
ໃຫ້ອິນເດຍຢຸດເຊົາການການລະເມີດສິດທິມະນຸດຢູ່ໃນແຄວ້ນແຄັສເມຍ ແລະ “ລະ
ເວັ້ນຈາກການກໍ່ເຫດຮ້າຍໃດໆ ຂ້າມເຂດແດນ ທີ່ແບ່ງແຄວັນແຄັສເມຍ ລະຫວ່າງ
ສອງປະເທດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
India Kashmir