ລັດຖະມົນຕີຕ່າງປະເທດ ອິນເດຍ ໄດ້ພົບປະກັບ ຄູ່ຕຳແໜ່ງ
ຂອງທ່ານ ໃນວັນອັງຄານມື້ນີ້ ທີ່ນະຄອນຫລວງອິສລາມາບັດ ຊຶ່ງເປັນການເຈລະຈາລະດັບສູງຄັ້ງທຳອິດ ລະຫວ່າງສອງປະ
ເທດເພື່ອນບ້ານທີ່ເປັນຄູ່ປໍລະປັກນັບຕັ້ງແຕ່ຄວາມສຳພັນໄດ້
ແຕກຫັກລົງໃນທ້າຍປີແລ້ວນີ້.
ກ້ອງຖ່າຍຮູບໄດ້ບັນທຶກພາບທີ່ຫົວຍິ້ມ ຂອງລັດຖະມົນຕີຕ່າງ
ປະເທດອິນເດຍ ທ່ານ Subrahmanya Jaishankar ແລະ
ລັດຖະມົນຕີຕ່າງປະເທດປາກິສຖານທ່ານ Aizaz Chaudhry
ໃນຂະນະທີ່ສຳພັດມືແລະໂອ້ລົມກັນກັບບັນດາຜູ້ຕາງໜ້າຈາກ
ແຕ່ລະປະເທດ.
ທ່ານ Jaishankar ຍັງຄາດວ່າ ຈະພົບກັບ ທ່ານ Sartaj Aziz ທີ່ປຶກສາ ກິດຈະການຕ່າງ
ປະເທດແລະຄວາມປອດໄພແຫ່ງຊາດຂອງນາຍົກລັດຖະມົນຕີປາກິສຖານທ່ານ Nawaz
Sharif.
Your browser doesn’t support HTML5
INDIA PAKISTAN VO
ອິນເດຍ ແລະປາກິສຖານ ມີກຳນົດເປີດການເຈລະຈາກັນໃນເດືອນສິງຫາປີກາຍນີ້ ແຕ່
ອິນເດຍ ໄດ້ຍົກເລີກການປະຊຸມດັ່ງກ່າວ ໂດຍອ້າງເຫດຜົນເຖິງການພົບປະ ລະຫວ່າງ
ເອກອັກຄະລັດຖະທູດປາກິສຖານປະຈຳນະຄອນນິວເດລີ ແລະພວກແບ່ງແຍກດິນແດນ
ໃນແຄວ້ນແຄັສເມຍ.
ຄວາມເຄັ່ງຕືງໄດ້ເພີ້ມການປະທະກັນຫລາຍຄັ້ງ ລະຫວ່າງພວກທະຫານຂອງສອງປະເທດ
ຢູ່ໃນແຄວ້ນແຄສເມຍ ອັນເປັນຂົງເຂດທີ່ເກີດສົງຄາມສອງຄັ້ງ ລະຫວ່າງ ອິນເດຍ ແລະ
ປາກິສຖານ.
ວີດີໂອ ກ່ຽວກັບຂ່າວນີ້:
Your browser doesn’t support HTML5
Indian Foreign Secretary Visits Pakistan After Months of Tension