ນາຍ Ayman al-Zawahri ຜູ້ນຳເຄືອຂ່າຍອາລກາອິດາ ກ່າວ
ວ່າ ຂະບວນການອິສລາມຫົວຮຸນແຮງຈັດ ໄດ້ເປີດສາຂາແຫ່ງ
ໃໝ່ໃນເຂດອະນຸທະວີບອິນເດຍ.
ຢູ່ໃນວີດີໂອ ຊຶ່ງຍາວ 55 ນາທີ ທີ່ນຳອອກເຜີຍແຜ່ໃນວັນພະຫັດ
ມື້ນີ້ ນາຍ Zawahri ກ່າວວ່າ ເຄືອຂ່າຍອາລກາອີດາໄດ້ກະກຽມ
ມາເປັນ ເວລາສອງປີແລ້ວ ເພື່ອສ້າງຕັ້ງສາຂາໃໝ່ດັ່ງກ່າວ.
ນາຍ Zawahri ເວົ້າວ່າ “ສາຂາດັ່ງກ່າວບໍ່ໄດ້ສ້າງຕັ້ງຂຶ້ນມາ
ໃນມື້ນີ້ ແຕ່ເປັນໝາກຜົນຂອງການພະຍາຍາມມາໄດ້ດົນ
ກວ່າ 2 ປີ ເພື່ອຮວບ ຮວມພວກມູຈາຮີດີນ ຢູ່ໃນເຂດອະ
ນຸທະວີບອິນເດຍ ເຂົ້າເປັນກ້ອນເປັນກຸ່ມດຽວກັນ.”
ເວລານີ້ເຄືອຂ່າຍດັ່ງກ່າວກຳລັງດຳເນີນງານຢ່າງແຂງຂັນໃນອັຟການິສຖານ ແລະປາ
ກິສຖານ ແຕ່ນາຍ Zawahri ກ່າວຢູ່ໃນວີດີໂອວ່າ“ເຄືອຂ່າຍອາລກາອິດາໃນອະ
ນຸທະວີບອິນເດຍ” ຈະນຳການໂຈມຕີຂອງຕົນ ໄປຍັງອິນເດຍ ມຽນມາ ແລະບັງກລາແດັສ.
ຄຳປະກາດດັ່ງກ່າວ ສາມາດເປັນການທ້າທາຍອັນນຶ່ງ ສຳລັບທ່ານ Narendra Modi ນາຍົກລັດຖະມົນຕີໃໝ່ຂອງອິນເດຍ ທີ່ໄດ້ຖືກຕຳໜິຕິຕຽນແລ້ວ ຊຶ່ງຍັງມິດງຽບຢູ່ກ່ຽວກັບ
ຫຼາຍເຫດການທີ່ເຂົ້າໃຈວ່າຕໍ່ຕ້ານມຸສລິມໃນຂະນະທີ່ທ່ານເປັນຜູ້ປົກຄອງລັດ Gujarat ນັ້ນ.
ທ່ານ Kanti Prasad Bajpai ນັກວິເຄາະກ່ຽວກັບອິນເດຍ ທີ່ມະຫາວິທະຍາໄລແຫ່ງ
ຊາດຂອງສິງກະໂປ ກ່າວຕໍ່ວີໂອເອວ່າ ການປະ ກາດຂອງນາຍ Zawahri ຈະບໍ່ຖືກຕ້ອນ
ຮັບເປັນຢ່າງດີແຕ່ປະການໃດຢູ່ໃນອິນເດຍຊຶ່ງປະຊົນຊົນສ່ວນໃຫຍ່ຄອບງຳໂດຍຊາວຮິນ
ດູນັ້ນ.
ມີຊາວມຸສລິມປະກອບເປັນປະມານ 15 ເປີເຊັນຂອງຈຳນວນພົນລະເມືອງອິນເດຍ ຊຶ່ງ
ກະວ່າມີປະມານ 175 ລ້ານຄົນໃນອິນເດຍຊຶ່ງເປັນຈຳນວນຊາວມຸສລິມ ຫຼາຍທີ່ສຸດເປັນອັນດັບສາມຂອງໂລກ.
ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ບໍ່ໄດ້ປະນາມຕໍ່ ການປະກາດຂອງ
ນາຍ Zawahri ແຕ່ໂຄສົກຂອງພັກ Bharatiya Janata ຊຶ່ງເປັນພັກລັດຖະບານທີ່ປົກ
ຄອງປະເທດໃນເວລານີ້ ກ່າວວ່າ ເປັນເລື່ອງທີ່ໜ້າກັງວົນຢ່າງແທ້ຈິງ.
Your browser doesn’t support HTML5
indiaalquaida4sptember14