ນາຍົກ​ຂອງອິນ​ເດຍ ທ່ານ Modi ພົບປະກັບ ປະທານາທິບໍດີ ໂອບາມາ ທີ່ທຳນຽບຂາວ

ພາບ ການຢ້ຽມຢາມ ສະຫະລັດອາເມຣິກາ ຂອງ ນາຍົກລັດຖະມົນຕີອິນເດຍ

ນາຍົກລັດຖະມົນຕີຄົນ​ໃໝ່​ຂອງອິນ​ເດຍ ທ່ານ Narendra Modi
ຈະ​ຢ້ຽມຢາມທຳນຽບຂາວ ​ໃນ​ວັນ​ຈັນ​ມື້​ນີ້ ສຳ​ຫລັບ​ມື້​ທຳອິດ​ຂອງ
ການ​ພົບ​ປະກັນ ເປັນ​ເວລາ​ສອງ​ມື້ ​ກັບ​ປະທານາທິບໍດີສະຫະລັດ
ທ່ານ Barack Obama.

ຜູ້ນຳ​ຄົນໃໝ່​ຂອງ​ອິນ​ເດຍ ​ໄດ້​ຖືກ​ຕ້ອນຮັບ ປານ​ດາລາທີ່​ມີ​ຊື່​ສຽງ​
ເມື່ອ​ວັນ​ອາທິດ​ວາ​ນນີ້ ຢູ່ທີ່​ນະຄອນນິວຢອກ ​ໃນ​ຂະນະ​ທີ່​ ຊາວ​
ອິນ​ເດຍ ສັນຊາດ​ອາ​ເມ​ຣິ​ກັນ ຈຳນວນ​ຫລວງຫຼາຍ ພາກັນ​ຮ້ອງ​
ໂຮ​ຊົມ​ເຊີຍ​ທ່ານ Modi ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະຫະລັດ
ຄັ້ງທຳ​ອິດຂອງ​ທ່ານ.

ພາບສະທ້ອນຈາກແກ້ວປ້ອງກັນ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ທີ່ກຳລັງກ່າວຄຳປາໄສ ລະຫວ່າງການຮັບຕ້ອນ ໂດຍປະຊາຄົມຊາວອິນເດຍ ເພື່ອເປັນກຽດ ເນື່ອງໃນການເດີນທາງ ມາຢ້ຽມຢາມສະຫະລັດ ທີ່ ເດີ່ນກິລາ Madison Square Garden, ວັນທີ 28 ກັນຍາ 2014.

ຊາວ​ອິນ​ເດຍສັນຊາດ​ອາ​ເມ​ລຣິກັນ ຫຼາຍກວ່າ 18,000 ຄົນ​
ໄດ້ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີອິນ​ເດຍຄົນໃໝ່​ ຢ່າງ​
ຕື່ນ​ເຕັ້ນໃນ​ຂະນະ​ທີ່ ​ທ່ານ​ກ່າວ​ຄຳ​ປາໄສເທິງ​ເວທີ ​ທີ່​ໝຸນ​ອ້ອມ​
ໄປຮອບ​ທິດ​ຢູ່​ທີ່​ເດີ່ນ​ກິລາ Madison Square Garden ນັ້ນ.

ທ່ານ Modi ​ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ຊາວ​ອິນ​ເດຍ​ເຫລົ່າ​ນັ້ນວ່າ
ລັດຖະບານ​ຂອງ​ທ່ານ “ຈະ​ບໍ່​ທຳ​ສິ່ງ​ໃດໆ” ທີ່ຈະ​ເຮັດ​ໃຫ້ເຂົາ
​ເຈົ້າຜິດຫວັງ. ຜູ້ນຳ​ອິນ​ເດຍກ່າວ​ວ່າ ມີ “ບັນຍາກາດ​ທີ່​ເຕັມ​
ໄປ​ດ້ວຍ​ຄວາມ​ຫວັງ ​ແລະ ຄວາມ​ກະຕືລື​ລົ້ນ”
ໃນ​ປະ​ເທດ​
ຂອງ​ທ່ານ.

Your browser doesn’t support HTML5

modiusvisit29september14