ນາຍົກ ອິນເດຍ ຂະຫຍາຍ ຄະນະລັດຖະບານ ຂອງທ່ານ ອອກອີກ

ປ. Pranab Mukherjee ຖ່າຍຮູບຮ່ວມກັນກັບ ຄະນະລັດຖະບານ ຂອງນາຍົກ Narendra Modi ແຫ່ງອິນເດຍ ທີ່ທຳນຽບປະທານາທິບໍດີ ທີ່ນີວແດນລີ.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ​ໄດ້ເສີມ
ຂະຫຍາຍ​ຄະນະ​ລັດຖະບານ​ຂອງ​ທ່ານ​ອອກ​ອີກ ​ເພື່ອ​ໃຫ້​ເພ່ງ​
ເລັງ​ຫຼາຍ​ຂຶ້ນ​ໃສ່​ການ​ປັບປຸງເສດຖະກິດ​ຂອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ພວກ​ລັດຖະມົນຕີ 21 ທ່ານ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​
ໃນ​ພິທີ​ເປັນເວລາ​ສັ້ນໆ​ໃນ​ວັນ​ອາທິດ​ວານ​ນີ້​ທີ່​ທຳນຽບປະທາ
ນາທິບໍດີ​ທີ່​ນະຄອນຫຼວງ​ນີວແດນ​ລີ.

ການ​ແຕ່ງ​ຕັ້ງ​ລະດັບ​ສູງ​ສຸດ ​ແມ່ນ​ທ່ານ Manohar Parrikar
ຜູ້ນຳ​ຂົງເຂດ ຊຶ່ງ​ບັດ​ນີ້​ເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຄົນ​
ໃໝ່.

ທ່ານ Arun Jaitley ທີ່​ເຄີຍ​ກຳ​ຕຳ​ແໜ່​ງທັງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ແລະ​ການ​
ເງິນ ບັດ​ນີ້​ໃຫ້​ແນ​ຈຸດ​ເພ່ງ​ເລັງໄດ້​ຢ່າງ​ເສລີ ​ໃສ່​ການ​ຟື້ນຟູ​ເສດຖະກິດ​ໃຫ້​ດີ​ຂຶ້ນ ​ໃນ​ຖາ
ນະ​ເປັນ​ລັດຖະມົນຕີ​ການ​ເງິນ​ຄົນ​ໃໝ່.

ທ່ານ Modi ຊຶ່ງ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ​ໂດຍ​ໄດ້​ກຳ​ອຳນາດ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ທີ່​ຜ່ານ​ມາ ບັດ​ນີ້​ເປັນ​ຜູ້ນຳ​ພາຄະ​ນະ
​ລັດຖະບານ​ທີ່​ປະກອບ​ດ້ວຍ​ສະມາຊິກ 66 ທ່ານ ຊຶ່ງ​ມີ ຕຳ​ແໜ່​ງ​ລັດຖະມົນຕີ 26 ທ່ານ. ​

ບັນດາ​ຜູ້ນຳ​ດ້ານ​ທຸລະ​ກິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ການເສີມຂະຫຍາຍ​ຄະນະ​ລັດຖະ
ບານ​ອອກ​ນີ້ ​ໂດຍ​ກ່າວ​ວ່າ ມັນ​ໃຫ້​ສັນຍານ​ເຖິງ​ຄວາມຕັ້ງ​ໃຈ​ຂອງ​ລັດຖະບານ ​ເພື່ອ​ເລັ່ງການ​ດຳ​ເນີນຂັ້ນ​ຕອນການ​ປະຕິ​ຮູບຕ່າງໆ​ນັ້ນ.

ອັນ​ນີ້​ໄດ້​ເປັນ​ຄຳ​ໝັ້ນ​ສັນຍາ​ທີ່​ໃຫ້​ໄວ້ ທີ່ຈະ​ດຶງ​ການ​ເສດ​ຖະ​ກິດ​ທີ່​ຕົກ​ຢູ່​ໃນ​ສະພາບ​ຕົກ​ຕໍ່າ​ຖອຍຫຼັງ ທີ່​ໄດ້​ເຮັດ​ໃຫ້​ພັກ Bharatiya Janataຂອງ​ທ່ານ Modi ຂຶ້ນ​ມາຄອງ​ອຳນາດ​ເມື່ອ 5 ​ເດືອນ​ຜ່ານ​ມາ.

ທ່ານ Modi ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ດ້ວຍ​ຄຳ​ຂວັນທີ່​ວ່າ “ລັດຖະບານໃນ​ຈຳນວນ​ນ້ອຍ​ທີ່​ສຸດ ​ແຕ່​ມີ​ອຳນາດ​ທາງ​ການ​ປົກຄອງ​ຫຼາຍທີ່​ສຸດ” ​ໄດ້​ເລີ້ມ​ການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ດ້ວຍ​ຄະນະ​ລັດຖະບານ​ນ້ອຍໆ ​ແຕ່​ພວກ​ນັກ​ສັງ​ເກດ​ການ​ກ່າວ​ວ່າ ພວກ​ລັດຖະມົນຕີ​ຫຼາຍ​ຄົນ​ໄດ້​ມີ​ພາລະ​ແບກ​ຫາບ​ຫຼາຍ​ເກີນ​ໄປ. ການ​ຂະຫຍາຍ​ຄະນະ​ລັດຖະບານ​ອອກ​ອີກ​ນີ້ ມີ​ຂຶ້ນ​ໃນເວລາທີ່​ລັດຖະສະພາ​ກະກຽມ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

Your browser doesn’t support HTML5

indiamodicabinet10november14