ກອງກຳລັງທະຫານກອງໜູນ ເຄື່ອນຕົວຢ່າງວ່ອງໄວ ຫລື RSF ຂອງຊູດານ ຈະສັງເກດການ ການຢຸດຍິງ ໄລຍະ 72 ຊົ່ວໂມງ

ບັນດາກຸ່ມຄວັນທີ່ສາມາດເບິ່ງເຫັນໄດ້ ໃນ ນະຄອນຄາທູມ (Khartoum) ປະເທດຊູດານ ວັນທີ 19 ເມສາ 2023

ກອງກຳລັງທະຫານກອງໜູນ ເຄື່ອນຕົວ​ຢ່າງ​ວ່ອງໄວ ຫລື RSF ຂອງຊູດານ ກ່າວໃນວັນສຸກວານນີ້ວ່າ ຕົນໄດ້ຕົກລົງທີ່ຈະຢຸດຍິງເປັນເວລາ 72 ຊົວໂມງ ເລີ່ມແຕ່ເວລາ 6 ໂມງແລງ, ທີ່ໄດ້ສ້າງຂຶ້ນເພື່ອນຳມາເຊິ່ງຢ່າງນ້ອຍການຢຸດຍິງຊົວຄາວ ໃນວັນທີ່ມີການສູ້ລົບຢ່າງຮ້າຍແຮງ ຢູ່ປະເທດໃນເຂດອາຟຣິກາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນ.

ກອງກຳລັງ RSF ກ່າວໃນຖະແຫຼງການສະບັບນຶ່ງວ່າ "ການຢຸດຍິງແມ່ນກົງກັບວັນບຸນອີດ ອາລ-ຟີທຣ໌ (Eid al-Fitr) ... ເພື່ອເປີດແລວທາງດ້ານມະນຸດສະທໍາໃນການອົບພະຍົບພົນລະເມືອງ ແລະໃຫ້ພວກເຂົາມີໂອກາດທີ່ຈະພົບປະກັບຄອບຄົວຂອງພວກເຂົາ."

ວັນພັກຂອງຊາວມຸສລິມ ໃນວັນອີດ (Eid) ເຊິ່ງມື້ສຸດທ້າຍ ໃນການຖືສິນອົດອາຫານ ຂອງເດືອນຣາມາດານ (Ramadan) ອັນເປັນເດືອນສັກສິດຂອງຊາວມຸສລິມ.

​ແນວໃດກໍ່ຕາມ, ຍັງບໍ່ມີສັນຍານຊີ້ບອກໃດໆ ຈາກກອງກຳລັງປະກອບ ອາວຸດຂອງຊູດານ ຫລື SAF ທີ່ເປັນຝ່າຍກົງກັນຂ້າມ ກ່ຽວກັບຄວາມຕັ້ງໃຈທີ່ຈະສັງເກດການການຢຸດຍິງ.

ໃນວັນພະຫັດ, ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂທນິໂອ ກູເຕເຣັສ (Antonio Guterres) ໄດ້ຮຽກຮ້ອງໃຫ້ຢຸດການສູ້ຮົບໃນທັນທີ ແລະໄດ້ຮຽກຮ້ອງໃຫ້ມີການຢຸດຍິງເປັນເວລາສາມວັນ ເພື່ອສະເຫຼີມສະ ຫຼອງມື້ສຸດທ້າຍ ໃນການຖືສິນອົດອາຫານ ຂອງເດືອນຣາມາດານ (Ramadan) ເພື່ອເຮັດໃຫ້ພົນລະເຮືອນທີ່ຕິດຢູ່ ສາມາດຊອກຫາຄວາມປອດໄພ ແລະສະບຽງອາຫານໄດ້.

"ນີ້ຕ້ອງເປັນບາດກ້າວທໍາອິດໃນການຫຼຸດຜ່ອນຈາກການສູ້ລົບ ແລະການເປີດທາງໄປສູ່ການຢຸດຍິງຢ່າງຖາວອນ," ທ່ານກູເຕເຣັສ (Guterres) ກ່າວຕໍ່ບັນດານັກຂ່າວຢູ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ.

ທ່ານ ໄດ້ພົບປະກັບຜ່ານທາງອອນລາຍກັບ ຫົວໜ້າຂອງສະຫະພາບອາຟຣິກາ, ສັນນິບາດອາຣັບ ແລະ ອົງການລະຫວ່າງລັດຖະບານໃນພາກພື້ນ ວ່າດ້ວຍກຸ່ມພັດທະນາ ຫຼື IGAD, ພ້ອມທັງຜູ້ຕາງໜ້າຈາກບັນດາປະເທດທີ່ມີອິດທິພົນ. ກອງປະຊຸມດັ່ງກ່າວບໍ່ໄດ້ຮັບຜົນສຳເລັດຫຍັງ.

ທ່ານ ກູເຕເຣັສ (Guterres) ໄດ້ໃຊ້ໂທລະສັບເພື່ອບັນລຸການຫຼຸດຜ່ອນຄວາມເຄັ່ງຕຶງ ນັບຕັ້ງແຕ່ຄວາມຮຸນແຮງໄດ້ລະເບີດຂຶ້ນໃນວັນເສົາທີ່ຜ່ານມາ ລະຫວ່າງອະດີດພັນທະມິດ, ຄູ່ແຂ່ງໃນປັດຈຸບັນ, ນາຍພົນ ອັບແດລ-ແຟດຕາ ເບີຮານ (Abdel-Fattah Burhan) ແລະນາຍພົນ ໂມຮາມເມັດ ແຮມດານ ດາກາໂລ (Mohammed Hamdan Dagalo), ຜູ້ບັນຊາການ RSF.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ