ລັດຖະມົນຕີຕ່າງປະເທດ ສະຫະລັດ ຢ້ຽມຢາມ ອິນເດຍ

ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະ ລັດ ໄດ້ຖືກຕ້ອນຮັບທີ່ເດີ່ນບິນ ໂດຍທ່ານ Aman Puri ຈາກຫ້ອງການພິທີການທູດອິນເດຍ ໃນຂະນະທີ່ໄປເຖິງ ກຸງນີວແດລລີຂອງອິນເດຍ ໃນວັນທີ 23 ມິຖຸນາ 2013.

ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ກໍາລັງ​ຢູ່ທີ່ປະ​ເທດອິນເດຍ ເພື່ອ​ເຄື່ອນ​ໄຫວ​ຢ້ຽມຢາມ​ເປັນ​
ເວລາ​ສາມ​ວັນ.

ທ່ານ Kerry ​ເດີນທາງ​ໄປເຖິງນະຄອນຫລວງນີວແດລລີ
​ໃນ​ວັນ​ອາທິດ​ມື້​ນີ້ ລຸນຫລັງຢຸດແຫວ່ທີ່ປະເທດ Qata ບ່ອນ
ທີ່ທ່ານໄດ້ພົບປະກັບບັນດາລັດຖະມົນຕີກະຊວງການຕ່າງ
ປະເທດກຸ່ມນຶ່ງ ເພື່ອຫາລືກັນກ່ຽວກັບບັນຫາຊີເຣຍ.

​ການເດີນທາງຢ້ຽມຢາມອິນເດຍຄັ້ງທໍາອິດຂອງທ່ານ Kerry ໃນນາມລັດຖະມົນຕີຕ່າງປະເທດສະຫະລັດນັ້ນ ​ເບິ່ງ​ຊົງວ່າ
ຈະເພັ່ງເລັງໃສ່​ເລື້ອງການຄ້າ, ຄົນເຂົ້າເມືອງ ແລະບັນຫາຄວາມໝັ້ນຄົງ.

ເຈົ້າໜ້າທີ່ສະຫະລັດເວົ້າວ່າ ສະຫະລັດຢາກໃຫ້ສິນຄ້າຂອງຕົນມີຊ່ອງທາງເຂົ້າສູ່ຕະ
ຫລາດອິນເດຍກວ້າງຂຶ້ນ. ສ່ວນຝ່າຍກຸງນີວແດລລີນັ້ນ ຢາກໃຫ້ມີນະໂຍບາຍຄົນເຂົ້າ
ເມືອງທີ່ສະດວກກວ່າເກົ່າ ເພື່ອເຮັດໃຫ້ພວກ​ຄົນ​ງານທີ່ມີຄວາມຊໍານິຊໍານານສູງຂອງອິນ
ເດຍ ສາມາດເຂົ້າເຖິງຕະຫລາດວຽກງານຂອງອາເມຣິກາງ່າຍຂຶ້ນ. ພວກນັກວິເຄາະເວົ້າ
ວ່າ ບັນຫາກ່ຽວກັບສິທິບັດ ກໍມີທ່າທີວ່າຈະຖືກ ນໍາມາສົນທະນາຫາລືເຊັ່ນກັນ.

ທ່ານ Kerry ມີກໍານົດທີ່ຈະກ່າວຄໍາປາໄສກ່ຽວກັບນະໂຍບາຍ ແລະພົບປະກັບລັດຖະ
ມົນຕີການຕ່າງປະເທດອິນເດຍ ທ່ານ Salman Khurshid ກ່ອນອອກເດີນທາງໄປຍັງ
Saudi Arabia ຕໍ່ໄປ ໃນວັນອັງຄານຈະມາເຖິງນີ້.