ອິຣ່ານກີດກັນຊົ່ວຄາວ ບໍ່ໃຫ້ຖ້ຽວບິນຂອງນາຍົກ ເຢຍຣະມັນ ບິນຜ່ານນ່ານຟ້າຂອງຕົນ

  • ສິງ ບູຣົມມະວົງ

ເຮືອບິນນາຍົກລັດຖະມົນຕີ Angela Merkel ແຫ່ງເຢຍຣະມັນ ທີ່ເດີນທາງໄປຍັງກຸງນີວເດລີ ອິນເດຍ, ວັນທີ 31 ພຶດສະພາ 2011

ໂຄສົກ​ປະ​ຈຳນາຍົກລັດຖະມົນຕີ Angela Merkel ​ແຫ່ງ​
ເຢຍຣະມັນກ່າວ​ວ່າ ອິຣ່ານ​ໄດ້​ກີດ​ກັນ​ຖ້ຽວ​ບິນ​ຂອງ​ທ່ານ​
ນາງ Merkel ​ໄວ້​ຊົ່ວຄາວທີ່​ບິນ​ຂ້າມ​ນ່ານຟ້າ​ຂອງ​ອິຣ່ານ​
ໃນ​ຂະນະ​ທີ່​ທ່ານ​ນາງ​ເດີນທາງ​ໄປ​ຍັງ​ກຸງ​ນີວ​ເດ​ລີ ​ເພື່ອ​ທໍາ​
ການ​ໂອ້​ລົມ​ສົນທະນາ​ກັບ​ຄະນະ​ນໍາພາ​ຂອງ​ອິນ​ເດຍນັ້ນ.

ໂຄສົກ​ທ່ານ​ນີ້​ກ່າວ​ວ່າ ຖ້ຽວ​ບິນ​ຂອງ​ທ່ານ​ນາງ Merkel
​ໄດ້​ບິນ​ເວີ່ນ ອ້ອມ​ໄປ​ອ້ອມ​ມາ​ເໜືອ​ນ່ານຟ້າ​ຂອງ​ເຕີ​ກກີ​
ເປັນ​ເວລາ 2 ຊົ່ວ​ໂມງ​ກ່ອນ​ອິຣ່ານ​ອະນຸຍາດ​ໃຫ້​ເຮືອບິນ ​ຂອງ​ທ່ານ​ນາງ​ບິນ​ຂ້າມ​ນ່ານຟ້າ​ຂອງ​ອິຣ່ານນັ້ນ. ​ແຕ່​ເຮືອບິນ​ຖ້ຽວ​ທີ​ສອງ​ທີ່ບັນທຸກ​ພວກ​ເຈົ້າ​ໜ້າ​ທີ່​ເຢຍຣະມັນໄປ​ຍັງ​ອິນ​ເດຍ ບໍ່​ໄດ້​ປະ​ເຊີນ​ກັບ​ບັນຫາ​ໃດໆ.

ທ່ານ​ນາງ Merkel ກໍານົດ​ຈະ​ພົບ​ປະ​ໃນ​ວັນ​ອັງຄານ​ມື້​ນີ້ ກັບ​ທ່ານ​ມັນໂມຫັນ​ສິງ ນາຍົກລັດ ຖະມົນຕີ ​ແລະ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ຂອງອິນ​ເດຍ​ເພື່ອທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງການ​ຄ້າ​ແລະ​ຄວາມ​ປອດ​ໄພ.

ເປັນທີ່​ຄາດ​ເຊ່ນ​ກັນ​ວ່າ ຄະນະ​ຜູ້​ແທນ​ເຢຍຣະມັນຈະ​ກົດ​ດັນ​ໃນຄວາມພະຍາຍາມ​ໃຫ້​ບັນລຸຂໍ້ຕົກລົງ​ການ​ຄ້າ​ມູນ​ຄ່າ​ຫລາຍ​ພັນ​ລ້ານ​ໂດ​ລາ​ເພື່ອຂາຍເຮືອບິນ​ລົບ​ໄອ​ພົ່ນ​ໃຫ້​ອິນ​ເດຍນັ້ນ.