27 ຄົນ ເສຍຊີວິດ ຍ້ອນໄພນໍ້າຖ້ວມ ທີ່ອິນເດຍ

  • ໄພສານ ວໍຣະຈັກ

ເດັກນ້ອຍອິນເດຍ ໃຊ້ແພທີ່ເຮັດຈາກຕົ້ນກ້ວຍ ທໍ່ໄປຕາມນໍ້າ ທີ່ລົ້ນຝັ່ງຂຶ້ນຖ້ວມ ໃນລັດອັສສຳ ທາງພາກຕາເວັນອອກ ສຽງເໜືອຂອງປະເທດ (29 ມິຖຸນາ 2012)

ໄພນໍ້າຖ້ວມຈາກຝົນຕົກໜັກ​ໃນ​ລະດູ​ລົມ​ມໍ​ລະ​ສຸມເຮັດໃຫ້ມີຜູ້ເສຍຊີວິດໄປຢ່າງໜ້ອຍ 27 ຄົນ
ແລະບໍ່ມີບ່ອນ​ພັກ​ພາອາໄສອີກຫລາຍຮ້ອຍພັນຄົນ ​ໃນພາກຕາເວັນອອກສຽງເໜືອຂອງອິນ
ເດຍ.

ເຈົ້າໜ້າທີ່ກ່າວວ່າ ປະມານ 2000 ໝູ່ບ້ານ ໄດ້ຖືກນໍ້າຖ້ວມ ຢູ່ໃນລັດອັສສໍາ ຊຶ່ງ​ໄດ້​ມີ​ຝົນຕົກ​
ໜັກ​ເປັນ​ເວລາຫລາຍມື້ ຕິດຕາມມາດ້ວຍດິນເຈື່ອນ ແລະນໍ້າຖ້ວມ​ສຸ.

ພວກຊາວບ້ານທີ່ຖືກນໍ້າຖ້ວມ ພາກັນຍົກຍ້າຍໄປຢູ່ບ່ອນສູງ ໃນຂະນະທີ່ລະດັບນໍ້າ ​ຕາມແມ່
ນໍ້າສາຍສໍາຄັນຕ່າງໆ ໃນຂົງເຂດພວມ​ຖີບ​ໂຕ​ສູງ​ຂຶ້ນຢູ່​ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ເຄື່ອງອຸປະໂພກບໍລິ​ໂພ​ກກໍາລັງຈະໝົດລົງ ແລະຕົກຢູ່ໃນຂັ້ນອັນຕະລາຍ
​ໃນ​ບາງ​ເຂດ ຂະນະ​ທີ່ບັນດາໜ່ວຍກູ້ໄພ ຕ້ອງໄດ້ຖີ້ມຫໍ່ອາຫານລົງໃຫ້ແກ່ພວກ​ຊາວບ້ານຈຳ
ນວນ​ນຶ່ງ ທີ່ຍັງ​ຕົກ​ຄ້າງຕາມບ່ອນທີ່​ມີດິນສູງ.

ດິນເຈື່ອນ ແລະ​ໄພນໍ້າຖ້ວມຍັງໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປ​ແລ້ວ ຢ່າງໜ້ອຍ 110 ຄົນໃນບັງ
ກລາແດັສ ຊຶ່ງ​ເປັນ​ເພື່ອນ​ບ້ານ​ຂອງ​ອິນ​ເດຍ ໃນໄລຍະສອງສາມມື້ຜ່ານ​ມານີ້.