70 ກວ່າຄົນ ເສຍຊີວິດ ໃນອັກຄີໄພ ທີ່ອິນເດຍ (ເບິ່ງສະໄລດ໌)

  • ໄພສານ ວໍຣະຈັກ

ຜູ້ຄົນຊ່ອຍຍົກຍ້າຍພວກຄົນເຈັບອອກຈາກໂຮງໝໍ ເມືອງ Kolkata ຂະນະທີ່ໄຟເລີ່ມລຸກໄໝ້ (9 ທັນວາ 2011)

ອັກຄີໄພທີ່ໂຮງໝໍເອກກະຊົນແຫ່ງນຶ່ງໃນເມືອງ Kolkata ໃນພາກຕາເວັນອອກຂອງອິນເດຍ
ເຮັດໃຫ້ມີຜູ້ເສຍຊີວິດ 70 ກວ່າຄົນ.

ເຈົ້າໜ້າທີ່ເວົ້າວ່າ ໄຟໄດ້ລຸກໄໝ້ທີ່ໂຮງໝໍ AMRI ໃນຕອນເຊົ້າຂອງວັນສຸກມື້ນີ້ ທີ່ເມືອງເອກ
ຂອງລັດເບັງກາລຕາເວັນຕົກ.

ໂທລະພາບທ້ອງຖິ່ນໄດ້ອອກຂ່າວວ່າ ໄດ້ມີການຫາມເອົາພວກຄົນເຈັບອອກໄປຈາກໂຮງໝໍ ແລະພວກຍາດພີ່ນ້ອງທີ່ຮ້ອນອົກຮ້ອນໃຈລໍຖ້າຢູ່ຂ້າງນອກຂະນະທີ່ແປວຄວັນກຸ້ມຂຶ້ນຈາກຕຶກ ອາຄານຫຼາຍຊັ້ນດັ່ງກ່າວ.

ພວກກູ້ໄພໄດ້ທັບປະຕູປ່ອງຢ້ຽມ ເພື່ອຊ່ອຍເອົາພວກຄົນເຈັບຈຳນວນນຶ່ງທີ່ຕົກຄ້າງຢູ່ຂ້າງໃນ
ອອກມາແລະຕໍ່ມາກໍຍ້າຍພວກຄົນເຈັບເຫຼົ່ານີ້ໄປຢູ່ທີ່ໂຮງໝໍໃກ້ຄຽງແຫ່ງນຶ່ງ. ສ່ວນໃຫຍ່ຂອງ
ພວກ 73 ຄົນທີ່ເສຍຊີວິດແມ່ນເປັນຄົນເຈັບ.

ຫົວໜ້າລັດຖະບານຂອງລັດເບັງກາລຕາເວັນຕົກທ່ານນາງ Mamata Banerjee ໄດ້ເລີ່ມ
ດຳເນີນຂັ້ນຕອນ ເພື່ອຖອດຖອນໃບອະນຸຍາດຂອງໂຮງໝໍ. ທ່ານນາງໃຫ້ຄຳໝັ້ນສັນຍາວ່າ ຈະທຳການສືບສວນຢ່າງລະອຽດ ເບິ່ງເຫດຮ້າຍໃນຄັ້ງນີ້ ຫຼັງຈາກເຈົ້າໜ້າທີ່ລັດຖະບານກ່າວ
ຫາວ່າ ພະນັກງານຂອງໂຮງໝໍບາງຄົນໄດ້ພາກັນຫຼົບໜີໄປເວລາໄຟເລີ່ມໄໝ້.

ນອກນັ້ນແລ້ວທ່ານນາງ Banerjee ຍັງເວົ້າວ່າ ຈະມີການດຳເນີນມາຕະການຖ້າຫາກພົບ
ເຫັນວ່າການປ້ອງກັນອັກຄີໄພຂອງໂຮງໝໍແຫ່ງນີ້ຕໍ່າກວ່າມາຕະຖານ

ມີລາຍງານວ່າເວລາເກີດອັກຄີໄພນັ້ນມີພວກຄົນເຈັບປະມານ 160 ຄົນຢູ່ທີ່ໂຮງໝໍດັ່ງກ່າວ.