ອິນເດຍ ປະຫານຊີວິດ ມືປືນ ທີ່ໂຈມຕີ ນະຄອນມຸມບາຍ

ຊາວອິນເດຍກໍາລັງຮ້ອງໂຮຊົມເຊີຍການປະຫານຊີວິດຂອງນາຍ Mohammed Kasab ມືປືນໃນເຫດການທີ່ເມືອງມຸມບາຍ ເມື່ອຄັ້ງປີ 2008 ທີ່ນະຄອນຫຼວງ New Delhi ເມື່ອວັນທີ່ 21 ພະຈິກນີ້

ທາງ​ການ​ອິນ​ເດຍ​ໄດ້​ປະຫານ​ຊີວິດ​ມື​ປືນ​ຄົນ​ນຶ່ງ ​ທີ່​ລອດ​ຊີວິດ​ພຽງ​ຄົນ​ດຽວຈາກ​ການ​ໂຈມ ຕີ ​ຂອງ​ພວກ​ຫົວ​ຮຸນ​ແຮງ​ ​ທີ່​ໄດ້​ສັງຫານ 166 ຄົນ​ ໃນ​ເຫດ ການກໍ່​ການ​ຮ້າຍ​ທີ່​ນະຄອນ ​ມຸມ​ບາຍ​ໃນ​ປີ 2008 ນັ້ນ.

ທ້າວ Mohammed Ajmal Kasab ຖືກ​ແຂວນ​ຄໍ​ເມື່ອ​ວັນ​ພຸດ​ມື້​ນີ້​ທີ່​ຄຸກ ​ແຫ່ງ​ນຶ່ງ​ໃນ​ເມືອງ Pune ຢູ່​ໃກ້​ນະຄອນມຸມ​ບາຍ.

ລັດຖະມົນຕີກະຊວງ​ພາຍ​ໃນ​ລັດ Maharashtra ທີ່​ຕັ້ງ​ຂອງ​ນະຄອນມຸມ​ບາຍ ​ເວົ້າ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ການ​ປະຫານ​ຊີວິດ​ດັ່ງກ່າວ​ນີ້ ​ຄື​ການ​ຊົດ​ໃຊ້ ​ໂທດແກ່​ຜູ້​ເສຍ​ຊີວິດ​ໄປ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ທ້າວ Kasab ສັນຊາດ​ປາ​ກີ​ສຖານ ​ຖືກ​ສານ​ຕັດສິນ​ວ່າ ​ກະທໍາ​ຜິດ​ໃນ​ປີ 2010 ​ໃນ​ຂໍ້​ຫາເປັນ​ຄາດ​ຕະກອນ ຜູ້​ກໍ່​ການ​ຮ້າຍ ​ແລະ​ກໍ່​ສົງຄາມ​ຕໍ່ຕ້ານ ອິນ​ເດຍ. ​ໃນ​ເບື້ອງຕົ້ນ​ນັ້ນ ທ້າວ Kasab ບໍ່​ຍອມຮັບ​ຜິດ​ຕໍ່​ສານ ​ແຕ່​ໃນ ​ເວລາ​ຕໍ່​ມາ​ກໍ​ຍອມຮັບ​ຜິດ​ວ່າ​ຕົນ​ໄດ້​ພົວພັນ​ໃນ​ເຫດການ​ໂຈມ​ຕີ​ສາມ​ວັນດັ່ງ ກ່າວ​ທີ່​ນະຄອນມຸມ​ບາຍ​ນັ້ນ.

ທ້າວ Kasab ​ໄດ້ຂໍ​ອຸທອນຕໍ່​ການ​ຕັດສິນ​ໂທດ​ປະຫານ​ຊີວິດລາວ ​ແຕ່​ສານ​ສູງ​ສຸດຂອງ​ອິນ​ເດຍ​ ໄດ້​ຕັດສິນ​ເຫັນ​ພ້ອມ​ກັບ​ການ​ລົງ​ໂທດດັ່ງກ່າວ ​ແລະ​ປະທານາທິບໍດີ​ຂອງ​ອິນ​ເດຍ ກໍປະຕິ​ເສດ​ຕໍ່ຄໍາ​ຂໍ​ຮ້ອງເພື່ອ​ໃຫ້​ອະ​ໄພ​ໂທດ​ແກ່ຜູ້ກ່ຽວ.