ເສດຖະກິດ ອິນເດຍ ເຕີບໂຕ ຊ້າທີ່ສຸດ ໃນຮອບ ທົດສະວັດ

ກະດານຈໍຄອມພິວເຕີ້ ທີ່ສະແດງໃຫ້ເຫັນ ອັດຕາການແລກປ່ຽນ ລະຫວ່າງ ເງິນຣູປີ້ຂອງອິນເດຍ ກັບເງິນໂດລາສະຫະລັດ ຂອງບໍລິສັດແລກປ່ຽນເງິນແຫ່ງນຶ່ງ ທີ່ນະຄອນມຸມໄບ (31 ພຶດສະພາ 2013)

ເຈົ້າໜ້າທີ່ຮັບຜິດຊອບດ້ານເສດຖະກິດ ກ່າວວ່າ ການເຕີບໂຕ
ຂອງເສດຖະກິດອິນເດຍແມ່ນຕົກຢູ່ໃນສະພາບທີ່ຊັກຊ້າທີ່ສຸດ
ໃນຮອບທົດສະວັດ ສຳລັບສົກງົບປະມານທີ່ຫາກໍສິ້ນສຸດລົງນີ້.

ກະຊວງສະຖິຕິຂອງອິນເດຍໄດ້ເພີມເຜີຍແຜ່ຂໍ້ມູນດັ່ງກ່າວໃນ
ວັນສຸກມື້ນີ້ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການເຕີບໂຕ ແມ່ນຢູ່
ໃນລະດັບ 5 ເປີເຊັນສຳລັບໄລຍະ 12 ເດືອນທີ່ສິ້ນສຸດລົງໃນ
ວັນທີ 31 ມີນາຜ່ານມາ ຊຶ່ງຫລຸດລົງຫຼາຍ ຈາກອັດຕາການຂະ
ຫຍາຍໂຕສະເລ່ຍ 8 ເປີເຊັນ ທີ່ອິນເດຍໄດ້ຮັບ ໃນຮອບ 10 ປີ
ທີ່ຜ່ານມາ.

ພວກນັກວິເຄາະກ່າວວ່າ ໄດ້ມີການຖິ້ມໂທດໃສ່ ການບໍ່ມີຄວາມເຊື່ອໝັ້ນສູງທາງດ້ານທຸ ລະກິດ ການຕົກຮວບລົງໃນການລົງທຶນ ອັດຕາເງິນເຟີ້ສູງ ແລະຄວາມລົ້ມແຫຼວທີ່ບໍ່ໄດ້ ດຳເນີນການກ່ຽວກັບແຜນການປະຕິຮູບຕ່າງໆທີ່ພາໃຫ້ເສດຖະກິດຂະຫຍາຍໂຕຊ້າລົງ.

ນາຍົກລັດຖະມົນຕີ Manmohan Singh ແລະພັກຄອງແກຣັສຊຶ່ງເປັນພັກລັດຖະບານ ປົກຄອງປະເທດໃນເວລານີ້ ໄດ້ປະເຊີນກັບບັນຫາການສໍ້ລາດບັງຫຼວງທີ່ນອງນັນຊຶ່ງພາ ໃຫ້ບັນດາພັກຝ່າຍຄ້ານ ໂຈະການປະຕິຮູບທາງດ້ານເສດຖະກິດ ທີ່ອາດພາໃຫ້ເສດຖະ ກິດຟື້ນໂຕຄືນນັ້ນ.