33 ຄົນເສຍຊີວິດ ຍ້ອນລົມໄຊໂຄລນ ທີ່ອິນເດຍ

  • ໄພສານ ວໍຣະຈັກ

ຜູ້ຄົນຍ່າງຜ່ານປ້າຍໂຄສະນາທີ່ຫັກລົງມາ ແລະຂີ້ເຫຍື້ອອື່ນໆ ທີ່ຖືກລົມພັດມາ ຢູ່ທີ່ເຂດ Pondicherry ປະເທດ ອິນເດຍ (30 ທັນວາ 2011)

ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ວ່າ ລົມພາຍຸໄຊ​ໂຄລນຮ້າຍ​ແຮງ​ຫົວ​ນຶ່ງ​ ໄດ້​ພັດ​ເຂົ້າຖະຫຼົ່ມບໍລິ​ເວນ​
ແຄມຝັ່ງທະ​ເລ​ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງນ້ອຍ
33 ຄົນ.

ລົມໄຊ​ໂຄລນ Thane ​ໄດ້​ພັດ​ເຂົ້າຖະຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ລະຫວ່າງ​ເມືອງ Cuddalore ​ໃນ
ລັດ Tamial Nadu ​ແລະ​ອານາ​ເຂດ Pondicherry ​ໃນ​ມື້ວັນ​ສຸກວານ​ນີ້ ດ້ວຍ​ລົມ​ທີ່​ມີ​
ຄວາມ​ແຮງ​ເຖິງ 135 ຫຼັກກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ກ່ອນ​ທີ່​ຈະອ່ອນ​ກຳລັງລົງ.

ເຈົ້າໜ້າ​ທີ່​ເວົ້າວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 20 ຄົນ​ໃນ​ເຂດ​ເມືອງ Cuddalore ​ແລະ​ກ່າວ
ວ່າ ພວກ​ເສຍ​ຊີວິດ​ສ່ວນ​ໃຫຍ່​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ເຮືອນ​ພັງ​ທັບ​ແລະ​ໄຟຟ້າ​ຊັອດ.

ເຈົ້າໜ້າ​ທີ່​ກ່າວ​ໃນ​ວັນ​ເສົາ​ມື້ນີ້ວ່າ ພວກ​ນາຍ​ຊ່າງ​ພວມ​ທຳ​ການ​ສ້ອມ​ແປງ​ສາຍ​ໂທລະ​ສັບ​
ແລະສາຍ​ໄຟຟ້າທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢູ່​ໃນ​ບາງ​ເຂດ ​ໃນ​ລະຫວ່າງ​ທີ່​ເກີດລົມພາຍຸ​ດັ່ງ
ກ່າວ.

ໝູ່​ບ້ານ​ຕ່າງໆ​ທີ່​ຕັ້ງຢູ່​ເລາະ​ລຽບ​ແຄມ​ຝັ່ງ​ທະ​ເລ​ໄດ້​ພາກັນ​ໄປ​ອາ​ໄສ​ຢູ່​ໃນ​ບ່ອນ​ຫຼົບໄພ​ກ່ອນ​
ທີ່​ລົມ​ໄຊໂຄລນ Thane ພັດ​ເຂົ້າຖະຫຼົ່ມ.