ນັກເຄື່ອນໄຫວອິນເດຍ ຢຸດການອົດອາຫານ ປະທ້ວງ

  • ສິງ ບູຣົມມະວົງ

ພວກເດັກນ້ອຍແມ່ຍິງອິນເດຍ ເອົານໍ້າໝາກພ້າວປະສົມນໍ້າເຜິ້ງໃຫ້ ທ່ານ Anna Hazare ດື່ມ ຫລັງຈາກທ່ານ ຢຸດເຊົາການອົດອາຫານປະທ້ວງ ມາເປັນເວລາ 13 ມື້ ເພື່ອປະທ້ວງການສໍ້ລາດບັງຫລວງ ທີ່ກຸງ New Delhi, ວັນທີ 28 ສິງຫາ 2011.

ນັກ​ເຄື່ອນ​ໄຫວ​ຫົວ​ປະ​ຕິຮູບ​ອິນ​ເດຍ ທີ່ໄດ້​ທໍາ​ການອົດ​ອາຫານ​ປະ​ທ້ວງ
ແລະ​ການ​ປະ​ທ້ວງຂອງ​ລາວ​ໄດ້​ກະ​ຕຸ້ນໃຫ້​ປະ​ເທດ​ຊາດ​ສະ​ແດງຄວາມ​ໂກດ
ແຄ້ນ​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ນັ້ນ ​ໄດ້​ຢຸດ​ການ​ອົດ​ອາຫານ​ປະ​ທ້ວງ​ມາ​
ເປັນ​ເວລາ 13 ມື້​ຂອງ​ຜູ້ກ່ຽວ​ແລ້ວ​ ຫລັງ​ຈາກສະພາ​ແຫ່ງ​ຊາດ​ອິນ​ເດຍ​ໄດ້
ຕົກລົງ​ຮັບ​ເອົາ​ຄໍາ​ຮຽກຮ້ອງ​ຂອງ​ທ່ານ ທີ່​ຢາກ​ໃຫ້​ມີ​ການ​ອອກ​ກົດໝາຍ
ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຢ່າງເຂັ້ມ​ງວດ​ຂຶ້ນ​ນັ້ນ.

ທ່ານ Annah Hazare ​ໄວ 74 ປີ​ໄດ້​ຢຸດ​ການ​ອົດ​ອາຫານ​ປະ​ທ້ວງ​ ຢູ່​ສະ
ຖານ​ທີ່​ກາງ​ແຈ້ງ​ແຫ່ງ​ນຶ່ງ​ໃນ​ກຸງ New Delhi ​ໃນ​ວັນ​ອາທິດ​ມື້​ນີ້ ເວລາ
ເດັກນ້ອຍ​ແມ່ຍິງ​ ໄວ 5 ຂວບຄົນ​ນຶ່ງ​ ເອົາ​ນໍ້າໝາກ​ພ້າວ​ປະສົມ​ນໍ້າ​ເຜິ້ງ
ຈອກ​ນຶ່ງ​ ມາ​ໃຫ້​ທ່ານ​ດື່ມ.

ຄາດ​ວ່າ ທ່ານ Hazare ທີ່​ໄດ້​ເສຍ​ນໍ້າໜັກ ​ຫລື​ຈ່ອຍ​ລົງຫລາຍ​ໃນ​ລະ
ຫວ່າງ​ການ​ອົດ​ອາຫານ​ປະ​ທ້ວງ​ນັ້ນ ​ຈະ​ຖືກ​ນໍາ​ສົ່ງ​ໂຮງໝໍ​ໃນ​ວັນ​ອາທິດ
ມື້​ນີ້. ລັດຖະບານ​ອິນ​ເດຍ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Hazare ​ປ່ອຍ​ໃຫ້​ໝໍ​
ປ້ອນອາຫານ​ໃຫ້ທ່ານ ເຂົ້າ​ທາງ​ເສ້ນ​ເລືອດ ​ແຕ່ທ່ານບໍ່​ຍອມ.

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຈາກ​ພັກ Congress ທີ່​ປົກຄອງ​ປະ
ເທດ​ໃນ​ປັ​ດຈຸ​ບັນ​ແລະ​ພັກ​ຝ່າຍ​ຄ້ານໃຫຍ່ ​ໄດ້ໄຂ​ກອງ​ປະຊຸມ​ພິ​ເສດຂຶ້ນ
ໃນ​ວັນ​ເສົາ​ວານ​ນີ້ ​ແລະໄດ້ຕົກລົງໃຫ້ການສະໜັບສະໜຸນ​ແກ່ຮ່າງຍັດ
ຕິ​ສະບັບ​ນຶ່ງ​ທີ່​ສະ​ເໜີ​ຂຶ້ນ​ໂດຍ​ທ່ານ Pranab Mukherjee ລັດຖະມົນ
ຕີ​ການ​ເງິນ ທີ່​ໃຫ້​ຈັດ​ຕັ້ງ​ເຈົ້າ​ໜ້າ​ທີ່​ຮັບ​ຟັງ​ຄໍາ​ຮ້ອງທຸກ ທີ່ເປັນ​ອິດສະລະ
ຂຶ້ນ​ມາ ​ໂດຍ​ໃຫ້ມີ​ອໍານາດ​ຢ່າງ​ກວ້າງຂວາງ ເພື່ອ​ທໍາ​ການ​ສືບສວນ​ສອບ
ສວນພວກ​ສະມາຊິກ​ສະພາ ພວກ​ເຈົ້າ​ໜ້າ​ທີ່​ຝ່າຍ​ຕຸລາການ​ແລະ​ເຈົ້າ​ໜ້າ
ທີ່​ອື່ນໆ​ນັ້ນ.