ອິນເດຍຂະຫຍາຍການຄ້າ ກັບຈີນ

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao (ຊ້າຍ) ຈັບມືກັບ ນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ລະຫວ່າງ ງານລ້ຽງຮັບຮອງອາຫານຄໍ່າ ທີ່ນະຄອນຫຼວງນິວເດລີ (15 ທັນວາ 2010)

ພວກຜູ້ນຳຂອງຈີນແລະອິນເດຍໄດ້ຕົກລົງກັນທີ່ຈະຂະຫຍາຍການຄ້າ ແລະແກ້ໄຂບັນຫາ
ຂັດແຍ້ງທີ່ມີມາເປັນເວລາດົນນານ ຂະນະທີ່ພວກທ່ານພະຍາຍາມທີ່ຈະເສີມສ້າງ ຄວາມ
ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນລະຫວ່າງປະເທດທັງສອງ.

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ແລະຄູ່ຕຳແໜ່ງຂອງທ່ານຝ່າຍອິນເດຍ
ທ່ານ Manmohan Singh ກ່າວລຸນຫລັງການພົບປະກັນທີ່ນະຄອນຫຼວງນິວເດລີ
ໃນວັນພະຫັດມື້ນີ້ວ່າ ພວກທ່ານຈະພະຍາຍາມຂະຫຍາຍການຄ້າຂຶ້ນເປັນ 100 ພັນ
ລ້ານໂດລາຕໍ່ປີ ພາຍໃນປີ 2015 ຊຶ່ງຈຳນວນດັ່ງກ່າວ ຈະ​ເປັນການເພີ້ມຂຶ້ນ 40 ພັນ
ລ້ານໂດລາ ຈາກລະດັບການຄ້າລະຫວ່າງປະເທດທັງສອງໃນປັດຈຸບັນ.

ອີງຕາມຖະແຫຼງການຮ່ວມແລ້ວ ພວກຜູ້ນຳທັງສອງຍັງໄດ້ຕົກລົງ ທີ່ຈະດຳເນີນງານ
ຮ່ວມກັນ ເພື່ອຫຼຸດຜ່ອນການຂາດດຸນການຄ້າ ຊຶ່ງໃນປັດຈຸບັນນີ້ ຈີນ ເປັນຝ່າຍໄດ້
ປຽບນັ້ນ.

ທ່ານ Wen ໄດ້ຖືເອົາເລື່ອງການຄ້າ ເປັນຈຸດເພັ່ງເລັງທີ່ສຳຄັນ ໃນການຢ້ຽມຢາມ
ເປັນເວລາ 3 ມື້ຂອງທ່ານ ໂດຍມີພວກເຈົ້າໜ້າທີ່ທຸລະກິດ ປະມານ 300 ຄົນ ຕິດ
ຕາມ​ໄປ​ດ້ວຍ. ໃນມື້ວັນພຸດວານນີ້ ທ່ານໄດ້ປະກາດວ່າ ບໍລິສັດຂອງຈີນ ແລະອິນ
ເດຍຈະລົງນາມໃນຂໍ້ຕົກລົງໃໝ່ດ້ານ​ທຸລະ​ກິດ ຊຶ່ງ​ຈະມີມູນຄ່າທັງໝົດ 16 ພັນລ້ານ
ໂດລາ.