ການລວນລາມ ເດັກນ້ອຍທາງເພດ ສ້າງຄວາມຮ້ອນໃຈ ໃນອິນເດຍ (ວີດິໂອ)

ໜ້າປົກລາຍງານ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch.

ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງ ໄດ້ພິມເຜີຍແຜ່ລາຍງານສະບັບ
ໃໝ່ ທີ່ເວົ້າວ່າ ການລວນລາມທາງເພດຕໍ່ພວກເດັກນ້ອຍໃນອິນ
ເດຍ ແມ່ນເປັນເລື່ອງທີ່ສ້າງຄວາມຮ້ອນໃຈ ໃຫ້ແກ່ຄົນທົ່ວໆໄປ.

ໃນລາຍງານ ທີ່ມີຊື່ວ່າ ການເປີດເຜີຍ ກ່ຽວກັບການລວນລາມ
ທາງເພດ ຕໍ່ພວກເດັກນ້ອຍ ໃນອິນເດຍ ຫລື Breaking the
Silence: Child Sexual Abuse in India ກຸ່ມປົກປ້ອງສິດ
ທິມະນຸດ Human Rights Watch ຫຼື HRW ໄດ້ກວດສອບ
ເບິ່ງວ່າ ການຮັບມືຂອງລັດຖະບານ ມີການຂາດຕົກບົກຜ່ອງ
ແນວໃດທັງໃນການໃຫ້ການປົກປ້ອງຄຸ້ມຄອງພວກເດັກນ້ອຍ ຈາກການຖືກລວນລາມທາງເພດ ແລະໃນການປິ່ນປົວພວກ
ທີ່ຕົກເປັນເຫຍື່ອ.

ຜູ້ອຳນວຍການຝ່າຍເອເຊຍໃຕ້ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch
ທ່ານ Meenakshi Ganguly ກ່າວວ່າ ພວກເດັກນ້ອຍທີ່ຈົ່ມທຸກວ່າ ຖືກລວນລາມທາງ ເພດມັກຈະຖືວ່າເປັນເລື່ອງທີ່ບໍ່ສຳຄັນຫຼືບໍ່ເອົາຫົວຊາໂດຍຕຳຫຼວດ ເຈົ້າໜ້າທີ່ການແພດ ແລະເຈົ້າໜ້າທີ່ທາງການ.

ກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ກ່າວວ່າ ລະບົບສານຍຸຕິທຳຂອງອິນເດຍຈຳເປັນຈະຕ້ອງ ໄດ້ມີການປະຕິຮູບຢ່າງຮີບດ່ວນໃນການຮັບມືກັບຄະດີລວນລາມທາງເພດຂອງພວກເດັກ ນ້ອຍ ຈາກເວລາທີ່ໄດ້ມີການຍື່ນຄຳຮ້ອງທຸກຕໍ່ຕຳຫຼວດ ຈົນເທົ່າມີການດຳເນີນຄະດີ.

Your browser doesn’t support HTML5

ຊາວອິນເດຍຮຽກຮ້ອງ ໃຫ້ເຄື່ອນໄຫວຕ້ານ ການຂົ່ມຂືນແມ່ຍິງ