ນາຍົກ ອິນເດຍ ພົບປະກັບ ປະທານາທິບໍດີ ມຽນມາ

  • ສິງ ບູຣົມມະວົງ

ນາຍົກລັດຖະມົນຕີອິນເດຍ ທ່ານ ມັນໂມຫັນ ສິງ (ຂວາ) ພົບປະກັບທ່ານນາງອອງຊານ ຊູຈີ (29 ພຶດສະພາ 2012)

ທ່ານ​ມັນ​ໂມຫັນ ສິງ ນາຍົກລັດຖະມົນຕີອິນ​ເດຍ ພົບ​ປະ​ກັບ​ທ່ານນາງ​ ອອງຊານ​ຊູ​ຈີ ຜູ້​ນໍາ​
ພັກ​ຝ່າຍ​ຄ້ານ​ມຽນມາ ຂະນະ​ທີ່​ທ່ານ​ມ້ວນທ້າຍ​ການ​ຢ້ຽມຢາມ​ມຽນມາ​ເປັນ​ເວລາ 3 ມື້
ໃນ​ວັນ​ອັງຄານມື້​ນີ້ ເພື່ອ​ເສີມຂະຫຍາຍສາຍ​ພົວພັນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນລະຫວ່າງ​
ສອງ​ປະ​ເທດເພື່ອນ​ບ້ານໃນ​ເອ​ເຊຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

ນາຍົກລັດຖະມົນຕີສິງ ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ແຫ່ງ​ມຽນມາ​ ໃນ​ວັນ​ຈັນ​ມື້ວານ​ນີ້. ພວກ​ຜູ້​ນໍາ​ທັງ​ສອງ​ໄດ້​ລົງ​ນາມ​ໃນ​ຂໍ້ ຕົກລົງ​ກັນ​ປະມານ 10 ກວ່າສະບັບ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ລົງທຶນ ຮວມທັງ​ຂໍ້​ຕົກລົງ​ກ່ຽວກັບ​ການ​ບໍລິການ​ທາງ​ອາກາດແລະ​ຄໍາ​ໝັ້ນ​ສັນຍາ ຂອງ​ອິນ​ເດຍ​ໃຫ້​ເງິນ​ສິນ​ເຊື່ອ 500 ລ້ານ​ໂດ​ລາ.

ທ່ານ​ສິງ ​ເປັນ​ນາຍົກລັດຖະມົນຕີອິນ​ເດຍຄົນ​ທໍາ​ອິດ​ທີ່​ທໍາ​ການ​ຢ້ຽມຢາມ​ມຽນມາ​ນັບ​ແຕ່​ປີ 1987 ​ເປັນ​ຕົ້ນ​ມາ.

ທ່ານ​ຈະ​ໄປ​ຢ້ຽມຢາມ​ທ່ານ​ນາງອອງຊານ​ຊູ​ຈີຢູ່​ທີ່​ນະຄອນຢ້າງ​ກຸ້ງ ​ເມືອງ ຫຼວງ​ການ​ຄ້າຂອງ​ມຽນມາກ່ອນ​ທ່ານ​ນາງ​ອອງຊານ​ຊູ​ຈີທີ່​ໄດ້​ຮັບ​ລາງວັນ ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ອອກ​ເດີນທາງ​ໄປຍັງ​ໄທ​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ​ທ່ານນາງ​ໃນ​ຮອບ 24 ປີຜ່ານມາ.

ການ​ພົບ​ປະກັນ​ນີ້ ຖືກ​ມອງ​ເບິ່ງ​ກັນ​ວ່າ ​ເປັນ​ຮ່ອງຮອຍ​ອັນ​ນຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ອິນ​ເດຍ​ເປີດ​ກວ້າງ​ຕໍ່​ຄວາມ​ສຳພັນ​ທີ່​ຢືນຢັນ​ອີກ​ຄັ້ງໃໝ່​ກັບ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ມຽນມາ​ທ່ານ​ນີ້. ລັດຖະບານ​ກຸງ New Delhi ໄດ້​ຖືກ​ຕໍາ​ໜິຕິຕຽນ​ມາ​ເປັນ​ເວລາ​ດົນ​ນານ​ທີ່​ມີ​ສາຍ​ພົວພັນ​ກັບ​ອະ ດີດຄະນະ​ນໍາ​ພາ​ທະຫານ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ປະຊາຊົນຊຶ່ງ​ໄດ້​ລາ​ອອກ​ຈາກ ຕໍາ​ແໜ່​ງ​ໄປ​ໃນ​ປີ​ແລ້ວ​ນີ້.

ການ​ຄ້າ​ລະຫວ່າງ​ມຽນມາ​ແລະ​ອິນ​ເດຍ​ໃນ​ປັດຈຸບັນ​ນີ້​ມີ​ມູນ​ຄ່າ 1500 ລ້ານ​ໂດ​ລາ​ຕໍ່​ປີ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ຄາດ​ກັນ​ວ່າການ​ຄ້າລະ ຫວ່າງ​ສອງ​ປະ​ເທດ ຈະ​ມີ​ມູນ​ຄ່າ​ເກີນ 3 ພັນ​ລ້ານ​ໂດ​ລາ ​ພາຍ​ໃນປີ 2015.