10 ກວ່າຄົນ ເສຍຊີວິດ ໃນເຫດ ຕຶກອາຄານພັງ ຢູ່ ອິນເດຍ (ວີດີໂອ)

ພະນັກງານກູ້ໄພ ພວມປະຕິບັດໜ້າທີ່ ທ່າມກາງຊາກ ຂອງຕຶກອາຄານຫຼາຍຊັ້ນ ທີ່ພັງລົງມາ ຢູ່ເມືອງ Canacona ໃນລັດ Goa (4 ມັງກອນ 2014)

ບັນດາພະນັກງານກູ້ໄພໃນອິນເດຍ ໃນວັນອາທິດມື້ນີ້ ຍັງສືບຕໍ່ ຊອກຫາພວກທີ່ລອດຊີວິດມາໄດ້ຍ້ອນຕຶກອາຄານຫຼາຍຊັ້ນຫຼັງ
ນຶ່ງທີ່ພວມກໍ່ສ້າງຢູ່ ໄດ້ພັງລົງມາ ທີ່ລັດ Goa ທາງພາກຕາເວັນ
ຕົກສຽງໃຕ້ຂອງປະເທດ.

ເຈົ້າໜ້າທີ່ກ່າວວ່າ ມີຫຼາຍກວ່າ 10 ຄົນເສຍຊີວິດ ເວລາຕຶກອາ
ຄານຫຼັງດັ່ງກ່າວພັງລົງມາໃນວັນເສົາວານນີ້ ທີ່ເມືອງ Canaco-
na ປະມານ 70 ກິໂລແມັດຫ່າງ ຈາກເມືອງຫລວງ Panaji ຂອງ
ລັດ Goa. ເຈົ້າໜ້າທີ່ເວົ້າວ່າ 28 ຄົນ ໄດ້ຖືກຊ່ອຍກູ້ອອກມາ.

ໜັງສືພິມ India Times ລາຍງານໃນວັນອາທິດມື້ນີ້ວ່າ ພະນັກ
ງານກູ້ໄພສາ ມາດໄດ້ຍິນສຽງຮ້ອງຄາງຂອງພວກເຄາະຮ້າຍທີ່ຖືກຊາກຫັກພັງທັບຖົມຢູ່.

ເຈົ້າໜ້າທີ່ເວົ້າວ່າ ໄດ້ມີການສົ່ງທະຫານໄປຊ່ອຍພະນັກງານກູ້ໄພສຸກເສີນ ເພື່ອຊອກຄົ້ນຫາ ພວກທີ່ລອດຊີວິດມາໄດ້ ແລະຊາກສົບຜູ້ເສຍຊີວິດ ຢູ່ຕາມຊາກຫັກພັງ.

ສາເຫດທີ່ພາໃຫ້ຕຶກອາຄານດັ່ງກ່າວພັງ ຍັງບໍ່ທັນເປັນທີ່ຮູ້ຈັກເທື່ອ.

ຕຶກອາຄານພັງຢູ່ອິນເດຍແມ່ນເປັນເລື່ອງທຳມະດາ ຍ້ອນພວກກໍ່ສ້າງ ມັກຈະໃຊ້ວັດຖຸກໍ່ສ້າງ ທີ່ບໍ່ໄດ້ມາດຕະຖານ ແລະໂຄງຮ່າງຂອງຕຶກອາຄານຫຼາຍຊັ້ນ ມັກຈະມີການກໍ່ສ້າງ ໂດຍບໍ່ມີ ການກຳກັບດູແລນຳຢ່າງພຽງພໍ.

Your browser doesn’t support HTML5

India Building