ພາຍຸຖະຫລົ່ມອິນເດຍ

Every person on the planet needs water in order to survive, save every droplet of it. (Photo taken in Rawalpindi, Pakistan by Adeel Shabir submitted to <a href="http://www.voanews.com/info/ipad-photo-contest/3735.html" target="_blank">VOA Photo Contest</a>)

ລົມພາຍຸໄຊໂຄລນຮ້າຍແຮງຫົວນຶ່ງໄດ້ພັດເຂົ້າຖະຫລົ່ມ
ບໍລິເວນແຄມຝັ່ງທະເລ ກ້ຳຕາເວັນອອກສຽງໃຕ້ຂອງ
ອິນເດຍເຮັດໃຫ້ເຂດດັ່ງກ່າວ ເກີດຝົນຕົກ ໜັກແລະມີລົມ
ແຮງເຖິງ 100 ຫລັກກິໂລແມັດຕໍ່ຊົ່ວໂມງ.

ພວກນັກພະຍາກອນອາກາດເວົ້າວ່າລົມພາຍຸໄຊໂຄລນ
LAILAໄດ້ອ່ອນ ກຳລັງລົງ ຫລັງຈາກໄດ້ພັດຂຶ້ນຝັ່ງທີ່
ແຄວ້ນ ANDHAR PRADESH ໃນວັນ ພະຫັດມື້ນີ້
ແຕ່ກໍຍັງຄາດວ່າຈະສ້າງຄວາມເສຍຫາຍໃນຂອບເຂດ
ທີ່ກວ້າງຂວາງ

ຝົນຕົກໜັກແລະລົມແຮງຈາກລົມພາຍຸໄຊໂຄລນຫົວນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ
ຢ່າງນ້ອຍ 14 ຄົນ.ເຈົ້າໜ້າທີ່ເວົ້າວ່າ ໄດ້ມີການຍົກຍ້າຍປະຊາຊົນ ຫລາຍກວ່າ
40 ພັນຄົນອອກຈາກບໍລິເວນທີ່ມີດິນຕ່ຳໄປຍັງບ່ອນລີ້ໄພລົມພາຍຸຊົ່ວຄາວຢູ່ຕາມ
ໂຮງຮຽນແລະໂຮງການຂອງລັດຖະບານ. ນອກນັ້ນຍັງມີຄຳສັ່ງໃຫ້ເຮືອຫາປາຢູ່ກັບທ່າ.

ລົມແຮງໄດ້ພາໃຫ້ກົກໄມ້ໂຄ່ນແລະສາຍໄຟຂາດ ເຮັດໃຫ້ຫລາຍໆເຂດບໍ່ມີໄຟຟ້າໃຊ້.