ໃນວັນຢຸດທ້າຍສັບປະດາທີ່ຜ່ານມານີ້ ທາງວັດລາວພຸດທະວົງໄດ້ມີການສະຫຼອງວັນ
ເອກກະລາດຂອງສະຫະລັດ ຊຶ່ງຈັດຂຶ້ນທັງໃນວັນທີ 2 ແລະ 3 ກໍລະກົດ ຊຶ່ງງານສະ
ຫຼອງດັ່ງກ່າວກໍມີທັງແບບຮີດຕອງປະເພນີລາວ ຕັກບາດຢາກນໍ້າ ຊຶ່ງເຮັດໃຫ້ວັດລາວ
ພຸດທະວົງທີ່ມີສະຖານທີ່ກ້ວາງຂວາງນັ້ນ ຄັບແຄບລົງທັນທີ ໂດຍການປະກອບສ່ວນ
ຂອງປະຊາຄົມລາວ, ປະຊາຄົມເອເຊຍແລະຊາວຕ່າງຊາດ ທີ່ເດີນທາງມາຈາກໃກ້ແລະ
ໄກ ແລະຈາກຕ່າງປະເທດກໍຍັງມີ.
ທ່ານນາງ ບຸນເຮ່ງ ອິນເວີຊິນ ປະທານຈັດງານ
ນອກຈາກພິທີທາງສາສະນາ
ຕັກບາດຢາດນໍ້າແລ້ວ ທາງ
ຄະນະກໍາມະການກໍໄດ້ມີການ
ຈັດສະຫຼອງງານລື່ນເລີງມ່ວນ
ຊື່ນ ມີການສະແດງນາດຕະສິນ
ຕ່າງໆ ທີ່ປະກອບສ່ວນຈາກ
ຫຼາຍໆຝ່າຍ. ປະທານຈັດງານ
ກໍຄືຍານ້າ ບຸນເຮ່ງ ອິນເວີຊິນ
ທີ່ໄດ້ອະທິບາຍໃຫ້ຟັງເຖິງຈຸດ
ປະສົງໃນການຈັດສະຫຼອງວັນ
ຊາດສະຫະລັດແບບລາວໆນີ້ວ່າ:
"ປີນີ້ກໍຖືວ່າເປັນການສະຫຼອງ
ຄົບຮອບ 30 ປີ ທີ່ວັດລາວເຮົາສະຫຼອງ 4th of July ກໍຖືວ່າເປັນປະເພນີນຶ່ງທີ່
ເລີ່ມຕົ້ນມາແຕ່ດົນນານແລ້ວ...”
ຮ້ອງເພງລາວເດີມທີ່ນໍາພາໂດຍ ອ. ສີອໍາໄພ ດວງພູມີ(ສິ້ນສີຟ້າອ່ອນ)
ພ້ອມດຽວນີ້ ຜູ້ທີ່ເປັນຫົວຈັກຫົວແຮງສິດສອນນາດຕະສິນ
ລາວເດີມ ຟ້ອນລໍາໃຫ້ແກ່ລູກຫຼານລາວທີ່ໄດ້ມາສະແດງຟ້ອນແລະຮ້ອງເພງລາວເດີມໃນເວທີສໍາຄັນນີ້ ກໍຄື ອາຈານ ສີອໍາໄພ
ດວງພູມີ ທີ່ໄດ້ບອກກັບ VOA
ວ່າ ມີຄວາມສັດທາໃນພຸດທະ
ສາສະໜາ ມັກເຮັດການກຸສົນ
ແລະຢາກຈະສິດສອນ ມອບສິ່ງ
ທີ່ໄດ້ຮໍ່າຮຽນ ທັງການຟ້ອນ, ການດົນຕີແບບລາວເດີມນີ້ ໃຫ້ແກ່ພວກເຍົາວະຊົນທີ່ເກີດໃນຕ່າງປະເທດໄດ້ສືບທອດຕໍ່ໄປ ຊຶ່ງນາງໄດ້ສະແດງຄວາມຮູ້ສຶກຕໍ່ VOA ວ່າ:
/ ສີອໍາໄພ ດວງພູມີ /
ສິນລະປິນຮັບເຊີນທີ່ເດີນທາງມາຈາກປະເທດໄທ ກໍແມ່ນນ້ອງ ໃບຕອງ ຈັນງາມ
ຊຶ່ງນາງກໍສະແດງຄວາມຮູ້ສຶກຂອງນາງເຊັ່ນກັນ: / ໃບຕອງ ຈັນງາມ/
ສິນລະປິນຮັບເຊີນຈາກໄທ ໃບຕອງ ຈັນງາມ
ໄດ້ມີສິນລະປິນຈາກທົ່ວສາລະທິດເຂົ້າມາຮ່ວມງານໃນຄັ້ງນີ ແລະໃນນັ້ນກໍມີຄະນະ
ສິນລະປິນລາວຈາກ ການາດາທີ່ນໍາພາໂດຍອ້າຍອິນປອນ, ເອື້ອຍວຽງໄຊ ຫຼືວີນາ
ສະຫວັນແລະຍາເອື້ອຍດອກບົວເພັດ ໄຊໂກສີ ຊຶ່ງຕາງໜ້າທາງສິນລະປິນລາວ
ການາດາ ກໍໄດ້ຮ່ວມສະແດງຄວາມຄິດຄວາມເຫັນນັ້ນກໍມີ ຍາເອື້ອຍດອກບົວເພັດ
ໄຊໂກສີ ແລະວີນາ ສະຫວັນ ຊຶ່ງທັງສອງກ່າວດັ່ງຕໍ່ໄປນີ້:
/ ດອກບົວເພັດ ໄຊໂກສີ / ແລະ / ວີນາ ສະຫວັນ /
ແຂກທີ່ເຂົ້າຊົມງານສະຫຼອງທີ່ວັດລາວພຸດທະວົງ
ງານສະຫຼອງວັນເອກກະລາດສະຫະຣັດຫຼືເອີ້ນກັນອີກແບບກໍຄືວັນພົບເຄືອຍາດທີ່
ທາງວັດລາວພຸດທະວົງໄດ້ຈັດຂຶ້ນນັ້ນແມ່ນຈົບລົງດ້ວຍດີ ໄດ້ທັງບຸນ ໄດ້ທັງຄວາມ
ມວນຊື່ນ ໄດ້ພົບໜ້າພໍ້ຕາຍາດມິດເພື່ອນຝູງ ອີ່ມໜໍ່າສໍາລານ ຊຶ່ງເຮັດໃຫ້ງານສະ
ຫຼອງທີ່ວັດລາວພຸດທະວົງການເປັນປະເພນີສືບສານມານານກວ່າ 30 ປີແລ້ວ
ຊຶ່ງໄດ້ມີການປະກອບສ່ວນຈາກຫຼາຍໆປະຊາຄົມອື່ນໆເພື່ອສະຫຼອງວັນເອກກະ
ລາດທີ່ເປັນພົນລະເມືອງອະເມຣິກັນຢ່າງເຕັມຮູບແບບ ແລະຄົງໄວ້ຊຶ່ງຄວາມເປັນ
ເອກກະລັກຂອງເຊື້ອຊາດລາວໄວ້ ໂດຍການສືບທອດວັດທະນະທໍາ, ການດົນຕີ,
ສິນລະ ແລະຮີດຄອງປະເພນີຕ່າງໆໃຫ້ແກ່ພວກເຍົາວະຊົນຮຸ່ນຫຼັງ ໄດ້ປະຕິບັດ
ຮັກສາສືບຕໍ່ໄປ.
ເຂົ້າຕົ້ມປີ້ງ
ທາງລາຍການຊີວິດຊາວລາວ
ໃນຕ່າງແດນຂອງ VOA ກໍຈະ
ນໍາເລື່ອງລາວທີ່ໜ້າສົນໃຈອື່ນໆ
ມາຝາກທ່ານຜູ້ຟັງອີກ. ຢ່າລືມ
ຕິດຕາມຮັບຟັງໃຫ້ໄດ້ໃນທຸກໆ ວັນພະຫັດ.