ໃນຂະນະທີ່ການຕໍ່ສູ້ເພີ້ມທະວີຂຶ້ນຢູ່ອ້ອມຮອບນະຄອນຫຼວງກີຢິບ, ຄັ້ງນຶ່ງ ການຮຸກຮານຢ່າງຮຸນແຮງຂອງຣັດເຊຍ ໄດ້ຢຸດຢູ່ໜ້າເຮືອນຂອງ ນາງມາເຣຍ ເມັທລາ (Maria Metla). ປືນໃຫຍ່ໄດ້ຍິງທໍາລາຍ ໃສ່ເກືອບໝົດຫຼັງເຮືອນ, ໃນຂະນະຂອງສ່ວນທີ່ເຫຼືອ ແມ່ນຖືກທໍາລາຍດ້ວຍການຍິງຈາກລົດຖັງ, ອີງຕາມລາຍງານຂອງອົງການຂ່າວ AP.
ນາງ ເມັທລາ ອາຍຸ 66 ປີ, ກໍາລັງຊອກຫາເຮືອນຂອງເພື່ອນບ້ານທີ່ຍັງເຫຼືອ ເພື່ອເປັນບ່ອນພັກອາໄສໃນຊ່ວງລະດູໜາວທີ່ຈະມາເຖິງນີ້.
ອາສາສະໝັກໄດ້ມາລວມກັນໃນທຸກໆເຊົ້າເພື່ອເກັບເອົາເຄື່ອງຂອງທີ່ສາມາດນໍາມາໃຊ້ໄດ້ອີກ, ຈັດລຽງກອງກ້ອນດິນຈີ່, ເຄື່ອງໃຊ້ເຮືອນຄົວທີ່ຖືກທຳລາຍ ເພື່ອ ເປັນເສດເຫຼັກນ້ອຍໆ ແລະແຜ່ນສໍາລັບປ້ອງກັນບໍ່ໃຫ້ຄວາມຮ້ອນເລັດລອດອອກ.
ອາສາສະໝັກພາກັນທໍາຄວາມສະອາດເສດກ້ອນຫິນ ຢູ່ພື້ນບໍລິເວນເຮືອນຂອງ ແຊນນາ ດີເນວາ ແລະເຊີຮີ ດີເນວາ, ເຊິ່ງຖືກຍິງທໍາລາຍໂດຍພວກ ຣັດເຊຍ, ໃນບ້ານ ໂນໂວເຊລິບວ໌ກາ, ໃກ້ເມືອງເຊີນິຮິບ, ຢູເຄຣນ, ວັນທີ 13 ສິງຫາ 2022.
ວັດສະດຸທີ່ກູ້ມາໄດ້ ແມ່ນນໍາໄປໃຊ້ເພື່ອຊ່ວຍໃນການກໍ່ສ້າງເຮືອນທີ່ຖືກທໍາລາຍ ຕາມບໍລິເວນຂອບເຂດທີ່ຄວາມພະຍາຍາມຂອງຣັດເຊຍ ບໍ່ປະສົບຜົນສໍາເລັດໃນຊ່ວງເລີ້ມຕົ້ນຂອງສົງຄາມ ເພື່ອປິດລ້ອມແລະເຂົ້າຢຶດນະຄອນຫຼວງຂອງປະເທດ ຢູເຄຣນ.
ບ້ານໂນໂວເຊລິບວ໌ກາ (Novoselivka), ເຊິ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງກີຢິບໄປທາງທິດເໜືອ 140 ກິໂລແມັດ, ໄດ້ເປັນສະຖານທີ່ຕໍ່ສູ້ທີ່ມີຄວາມຮຸນແຮງໃນໄລຍະ 36 ມື້ ຂອງການໂຈມຕີ ໃສ່ນະຄອນຫຼວງຂອງປະເທດ. ປະຕູເຫຼັກອັດເຕັມໄປດ້ວຍຮູລູກປືນ ຈາກການຍິງປືນກົນໃສ່ຢ່າງໜັກໜ່ວງ, ແລະເຮືອນຂອງນາງເມັທລາໄດ້ຖືກທໍາລາຍ ໂດຍການຍິງຈາກພາກພື້ນດິນ ແລະທາງອາກາດໃສ່ຢ່າງຕໍ່ເນື່ອງ.
ແຊນນາ ດີເນວາ ແລະ ເຊີຮີ ດີເນວາ, ຢືນອູ້ມແມວຢູ່ໃນເຮືອນຂອງພວກເຂົາເຈົ້າ ເຊິ່ງຖືກຍິງທໍາລາຍໂດຍພວກ ຣັດເຊຍ, ຢູ່ໃນບ້ານໂນໂວເຊລິບວ໌ກາ, ໃກ້ເມືອງເຊີນິຮິບ, ວັນທີ 13 ສິງຫາ 2022.
“ພວກເຮົາໄດ້ແກ່ດຶງເອົາສິ່ງຂອງຕ່າງໆລົງໄປຫ້ອງໃຕ້ດິນ ເທົ່າທີ່ພວກເຮົາສາ ມາດເຮັດໄດ້. ລະເບີດ 5 ລູກ, ນຶ່ງ, ສອງ, ສາມ, ສີ່, ຫ້າ ໄດ້ລະເບີດຂຶ້ນລຽນຕິດຢູ່ໃນເດີ່ນດ້ານຫຼັງຂອງພວກເຮົາ,” ນາງເມັທລາ ກ່າວ ໃນລະຫວ່າງທີ່ນາງຢືນຢູ່ບໍລິເວນທີ່ເຄີຍເປັນຫ້ອງນັ່ງຫຼິ້ນ ຂອງເຮືອນນາງທີ່ຖືກທໍາລາຍ. ນາງ ໄດ້ເກັບເອົາລົດຖີບອອກກໍາລັງກາຍທີ່ຖືກເຜົາໄໝ້ ແລະຮູບນັກບຸນເຊັນນິໂຄລາສ (St. Nicholas) ໄວ້ເປັນຄວາມຊົງຈໍາ ຂອງຊີວິດກ່ອນເກີດສົງຄາມ.
ເຈົ້າໜ້າທີ່ຂອງຢູເຄຣນ ກ່າວໃນເດືອນແລ້ວນີ້ວ່າ ປະເທດຂອງພວກເຂົາເຈົ້າໄດ້ຮັບຄວາມເສຍຫາຍ ຫຼາຍກວ່າ 100 ຕື້ໂດລາ ເທົ່າກັບ 2 ສ່ວນ 3 ຂອງຍອດຜະລິດຕະພັນລວມພາຍໃນຫຼື GDP ປີ 2020 ສະເພາະແຕ່ພື້ນຖານໂຄງລ່າງ ທີ່ໄດ້ຮັບຄວາມເສຍຫາຍພຽງຢ່າງດຽວ, ແຕ່ຕາມການປະເມີນລາຄາໃນການພະ ຍາຍາມຟື້ນຟູຄືນໃໝ່ນັ້ນ ອາດສູງກວ່ານັ້ນເຖິງ 7 ເທົ່າ.