ໃນການເຄື່ອນໄຫວທີ່ເປັນປະຫວັດການ ເພື່ອນຳເອົາຊາວອີຣັກທີ່ນັບຖືສາດສະໜາຢາຊີດີ (Yazidi) ທີ່ຖືກພວກລັດອິສລາມລັກພາຕົວໄປ ແລະຖືກເອົາໄປໄວ້ຢູ່ໃນຊີເຣຍກັບຄືນມາປະເທດນັ້ນ, ສະພາສູງສຸດດ້ານສາດສະໜາຢາຊີດີ (Yazidi) ໄດ້ປະກາດວ່າ ຕົນຈະອະນຸຍາດໃຫ້ເດັກນ້ອຍທີ່ເກີດຈາກແມ່ຍິງຄົນຢາຊີດີ (Yazidi) ທີ່ມີລູກນຳສະມາຊິກຂອງກຸ່ມລັດອິສລາມ ຫລື IS ນັ້ນ ເຂົ້າມາຢູ່ໃນປະຊາຄົມນຳ.
ສະພາດັ່ງກ່າວເວົ້າຢູ່ໃນຖະແຫລງການສະບັບນຶ່ງໃນວັນພຸດຜ່ານມາວ່າ ການຕັດສິນດັ່ງກ່າວແມ່ນເພື່ອເຮັດໃຫ້ການໂຕ້ຖຽງກັນກ່ຽວກັບບັນຫາເດັກນ້ອຍທີ່ມີພໍ່ເປັນສະມາຊິກກຸ່ມລັດອິສລາມ ທີ່ມີມາຫລາຍປີນັ້ນສິ້ນສຸດລົງ." ສະພາສູງສຸດດ້ານສາດສະໜາຢາຊີດີ ໄດ້ອອກຄຳຕັດສິນທີ່ຈະຮັບເອົາທຸກຄົນທີ່ມີຊີວິດລອດກັບມາ ແລະຮັບຮູ້ວ່າສິ່ງໃດກໍຕາມທີ່ເກີດຂຶ້ນກັບເຂົາເຈົ້າ ແມ່ນເປັນເລື້ອງທີ່ເໜືອຄວາມສາມາດທີ່ເຂົາເຈົ້າຈະຄວບຄຸມໄດ້" ນັ້ນຄືຄຳເວົ້າຢູ່ໃນຖະແຫລງການທີ່ເຊັນໂດຍທ່ານ Hazim Tahseen Said, ລູກຊາຍຂອງມື້ລາງຫົວໜ້າຊາວຢາຊີດີ, ທ່ານ Mir Tahseen Said Beg.
ກ່ອນຈະມີການຕັດສິນໃນວັນພຸດຜ່ານມານັ້ນ, ຜູ້ນຳທາງສາດສະໜາຂອງຊາວຢາຊີດີ, ທ່ານ Baba Sheikh ໄດ້ອອກຄຳຕັດສິນໄປໃນປີ 2014 ທີ່ຈະຮັບເອົາແມ່ຍິງຊາວຢາຊີດີເຂົ້າມາຢູ່ໃນສາດສະໜາຂອງເຂົາເຈົ້າ ແຕ່ວ່າ ຊາຕາກຳຂອງລູກເຂົາເຈົ້າທີ່ມີກັບນັກລົບກຸ່ມລັດອິສລາມນັ້ນ ແມ່ນຢູ່ໃນສະພາບທີ່ບໍ່ແນ່ນອນ ໃນຕອນນັ້ນ.
ນາງເອເຍ, ອາຍຸ 16 ປີໄດ້ໃຫ້ຄວາມຫວັງແກ່ແມ່ຍິງຄົນຢາຊີດີກ່ຽວກັບການກັບມາຂອງເດັກຍິງຊາວຢາຊີດີ ທີ່ຫາຍສາບສູນໄປນັ້ນ ບໍ່ພໍເທົ່າໃດມື້ ພາຍຫລັງທີ່ ຖືກປ່ອຍຕົວຈາກການເປັນຂ້າທາດຢູ່ໃນມືຂອງພວກກຸ່ມອິສລາມ ໃນເມືອງ Kocho ຂອງອີຣັກ, ວັນທີ 15 ມີນາ, 2019
ຖະແຫລງການສະບັບນັ້ນຍັງກ່າວເພີ້ມອີກວ່າ "ສະພາໄດ້ສົ່ງຄະນະກຳມະການສາດສະໜາໄປຍັງຊີເຣຍເພື່ອສືບສວນເລື້ອງແມ່ຍິງ ແລະຜູ້ຊາຍທີ່ຖືກລັກພາຕົວໄປ ພາຍຫລັງທີ່ໄດ້ຊະນະພວກ IS ແລ້ວ ໄປຊອກຫາເຂົາເຈົ້າ ແລະເອົາເຂົາເຈົ້າກັບຄືນມາບ້ານ.”
ຊາວຢາຊີດີ ແມ່ນເປັນກຸ່ມຊົນສາດສະໜາສ່ວນນ້ອຍທີ່ມີປະມານ 550,000 ຄົນ ຊຶ່ງສ່ວນໃຫຍ່ແລ້ວ ອາໄສຢູ່ທາງພາກເໜືອຂອງອີຣັກ ຊຶ່ງເປັນເຂດທີ່ມີປະຊາຊົນຊາວເຄີດ ແລະອາຣັບອາໄສຢູ່ ເຊັ່ນກັນ. ພວກເຂົາເຈົ້າເປັນກຸ່ມທີ່ຢູ່ຢ່າງໂດດດ່ຽວ ໂດຍສ່ວນໃຫຍ່ແລ້ວມີແຕ່ຢູ່ກັບພວກຕົນເອງເທົ່ານັ້ນ.
ເດັກນ້ອຍຢາຊີດີພາກັນຍ່າງໄປໂຮງຮຽນຢູ່ສູນ Kabarto ສຳລັບຊາວອົບພະຍົບໜີເສິກສົງຄາມໃນອີຣັກ, ວັນທີ 11 ມັງກອນ, 2017
ການແຕ່ງງານກັບຄົນທີ່ນັບຖືສາດສະໜາອື່ນ ເປັນການທຳບາບທີ່ບໍ່ສາມາດອະໄພໃຫ້ໄດ້ຢູ່ໃນສາດສະໜາຢາຊີດີ. ຄ້າຍໆກັນ, ການມີລູກນອກສົມລົດ ແມ່ນແຕ່ຢູ່ໃນສະພາບທີ່ຖືກບັງຄັບກໍຕາມ ຖືວ່ານຳເອົາມົນທິນມາຕິດໃສ່ຕົວ ແລະວິນຍານຂອງສະມາຊິກຢູ່ໃນປະຊາຄົມ, ອີງຕາມຄວາມເຊື່ອຂອງສາດສະໜານີ້.